ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ຮອງອຳນວຍການຫໍສະໝຸດກອງທັບເຄືອນໄຫວເຮັດວຽກຢູ່ີແຂວງຈຳປາສັກ
ເວລາອອກຂ່າວ: 2019-04-02 09:51:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ໃນໂອກາດລົງເຄື່ອນໄຫວ ປັບປຸງວຽກງານຫ້ອງສະໝຸດ ຢູ່ ບັນດາກົມກອງ 4 ແຂວງພາກ ໃຕ້ ໃນຄັ້ງນີ້, ສະຫາຍ ພັນໂທ ນາງ ຄູນທອງ ທໍາມະວົງ ຮອງ ອຳນວຍການຫໍສະໝຸດກອງທັບ ພ້ອມຄະນະ ໄດ້ເຂົ້າຕິດຕາມວຽກ ງານຫ້ອງສະໝຸດຢູ່ກອງບັນຊາ ການທະຫານແຂວງຈໍາປາສັກ ໃນວັນທີ 25 ມີນາ 2019 ຜ່ານ ມານີ້, ໂດຍມີ ສະຫາຍ ພັນເອກ ບຸນມາກ ວິລະວົົງ ຄະນະປະຈໍາ ພັກແຂວງ ຫົວໜ້າການເມືອງທະ ຫານແຂວງຈໍາປາສັກ ພ້ອມຄະ ນະພັກ-ຄະນະບັນຊາ ແລະ ພະ ແນກການກ່ຽວຂ້ອງໃນຫ້ອງ ການເມືອງ ທະຫານແຂວງຈໍາ ປາສັກ ເຂົ້າຮ່ວມ. ໂອກາດນີ້ ໄດ້ມີການປຶກສາ ຫາລືແລກປ່ຽນຖອດຖອນບົດ ຮຽນ ກ່ຽວກັບວຽກງານຫ້ອງສະ ໝຸດ, ເຊິ່ງສະຫາຍ ພັນໂທ ວັນ ທອງ ໂພສີແກ້ວ ຮອງຫ້ອງການ ເມືອງ ແລະ ສະຫາຍ ພັນໂທ ວັນ ໄຊ ຈຽງຄໍາ ຫົວໜ້າພະແນກໂຄ ສະນາ-ອົບຮົມ ທະຫານແຂວງ ຈໍາປາສັກ ຕ່າງກໍໄດ້ລາຍງານ ສະພາບການ ຈັດຕັ້ງປະຕິບັດ ວຽກງານຫ້ອງສະໝຸດຂອງ ກອງບັນຊາການທະຫານແຂວງ ຈໍາປາສັກ ໃນໄລຍະທີ່ຜ່ານມາ ໃຫ້ຮັບຊາບໂດຍຫຍໍ້ ແລະ ສະ ເໜີບາງບັນຫາ ທີ່ຈະສືບຕໍ່ໃນຕໍ່ ໜ້າ. ໂອກາດນີ້ ສະຫາຍ ພັນໂທ ນາງຄູນທອງ ທໍາມະວົງ ກໍໄດ້ຕີ ລາຄາສູງຕໍ່ການເຄື່ອນໄຫວ ວຽກງານຫ້ອງສະໝຸດ ຂອງ ກອງບັນຊາການທະຫານແຂວງ ຈໍາປາສັກ ແລະ ໄດ້ແນະນໍາບົດ ຮຽນຫຼາຍດ້ານ ທີ່ຈະເປັນການ ປັບປຸງຫ້ອງສະໝຸດ ໃຫ້ມີການ ພັດທະນາຂຶ້ນຕື່ມ. ພ້ອມນັ້ນ ສະຫາຍ ພັນເອກ ບຸນມາກ ວິລະວົງ ແລະ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ກໍໄດ້ຕີລາຄາສູງຕໍ່ຄວາມໝາຍ ຄວາມສໍາຄັນ ຂອງວຽກງານຫໍ ສະໝຸດ ແລະ ໃຫ້ທິດຊີ້ນໍາຫຼາຍ ດ້ານ ທີ່ຈະເປັນການພັດທະນາ ຫ້ອງສະໝຸດຂອງກົມກອງ ໃຫ້ມີ ການພັດທະນາໃຫ້ຄົບຖ້ວນຕາມ ມາດຖານເງື່ອນໄຂຂອງຫໍສະ ໝຸດໃນກອງທັບ,ໃນການລົງໄປ ເຄື່ອນໄຫວໃນຄັ້ງນີ້, ນັກວິຊາ ການຫໍສະໝຸດກອງທັບ ກໍໄດ້ມີ ການອົບຮົມວຽກງານຫ້ອງສະ ໝຸດໃຫ້ແກ່ພະນັກງານວິຊາການ ຫ້ອງສະໝຸດ ຂອງກອງບັນຊາ ການທະຫານແຂວງຈໍາປາສັກ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ