ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ບ້ານພັກແຟນ ກຸ່ມບ້ານນາຄຳ ເມືອງແອດ ປະກາດເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2019-04-03 09:01:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ພິທີປະກາດຄອບຄົວ ແລະ ບ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເຂັ້ມແຂງຢູ່ບ້ານ ພັກແຟນ ກຸ່ມບ້ານນາຄຳ ເມືອງ ແອດ ແຂວງຫົວພັນ ໄດ້ຈັດຂຶ້ນໃນ ວັນທີ 20 ມີນາ 2019 ທີ່ສະໂມ ສອນບ້ານດັ່ງກ່າວ ໂດຍເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນປະສົງ ນົນສົມພັນ ຄະນະພັກ ຮາກຖານ, ຮອງຫົວໜ້າຫ້ອງ ການເມືອງທະຫານແຂວງຫົວ ພັກ, ມີທ່ານ ພັນທອງເຮີ ຫຼົງໃຈ ເລຂາພັກເມືອງ, ເຈົ້າເມືອງໆ ແອດ, ປະທານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຂັ້ນເມືອງ ພ້ອມດ້ວຍຄະນະກຸ່ມບ້ານ ແລະ ອຳນາດການປົກຄອງບ້ານເຂົ້າ ຮ່ວມ. ສະຫາຍ ສົມທອງ ລໍວັນໄຊ ນາຍບ້ານໆພັກແຟນ ໄດ້ຂຶ້ນສະ ຫຼຸບການຊີ້ນຳ-ນຳພາປະຊາຊົນ ສ້າງຄອບຄົວປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບເຂັ້ມແຂງຕາມ ແນວທາງນະໂຍບາຍຂອງພັກ, ວ່າດ້ວຍການຫັນໜ້າທີ່ ປກຊ-ປກສ ທົ່ວປວງຊົນຮອບດ້ານເປັນ ໜ້າທີ່ຂອງໝົດທຸກຄົນ ເຊິ່ງໃນຊຸມ ປີຜ່ານມາເຫັນວ່າມີຫຼາຍດ້ານທີ່ ພົ້ນເດັ່ນ ແລະ ນັບມື້ດີຂຶ້ນເປັນ ກ້າວໆ, ບ້ານພັກແຟນມີ 101 ຫຼັງ ຄາເຮືອນ, ມີ 104 ຄອບຄົວ, ມີ ພົນລະເມືອງ 570 ກວ່າຄົນ, ຍິງ 289 ຄົນ, ປັດຈຸບັນໄດ້ຮັບໃບຢັ້ງ ຢືນເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ 4 ສະໄໝ, ເປັນໜ່ວຍຊາວໜຸ່ມເຂັ້ມແຂງ 2 ສາມັກຄີ 3 ດີ 4 ພັດທະນາ ແລະ ໜ່ວຍແມ່ຍິງ 3 ດີ, ເປັນບ້ານສາ ທາລະນະສຸກແບບຢ່າງ, ບ້ານ ປອດຄະດີ, ປອດຢາເສບຕິດ, ບ້ານວັດທະນະທຳ ແລະ ບ້ານພັດ ທະຫານຮອບດ້ານ, ຜ່ານການປະ ເມີນຕົວຈິງໃນ 6 ມາດຖານເງື່ອນ ໄຂສາມາດຢັ້ງຢືນເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 99%. ໂອກາດດັ່ງກ່າວກໍໄດ້ ມອບໃບຢັ້ງຢືນໃຫ້ຄອບຄົວ, ບ້ານ ປ້ອງກັນຊາດເຂັ້ມແຂງຢ່າງສົມ ກຽດ. ຕອນທ້າຍຂອງພິທີ ທ່ານ ພັນ ທອງເຮີ ຫຼົງໃຈ ໄດ້ມີຄຳເຫັນໂອ້ ລົມ ກ່ອນອື່ນໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະ ພັກ, ອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ພ້ອມກັນສ້າງສາພັດທະນາຄອບ ຄົວຕົນເອງໃຫ້ດີຂຶ້ນເປັນກ້າວໆ ຈາກນັ້ນຍັງໄດ້ຮຽກຮ້ອງໃຫ້ຄະ ນະພັກ ກໍຄືອຳນາດການປົກຄອງ ບ້ານສືບຕໍ່ປັບປຸງບັນດາອົງການ ຈັດຕັ້ງຂັ້ນບ້ານໃຫ້ນັບມື້ມີຄວາມ ເຂັ້ມແຂງ, ເປັນເຈົ້າການປະກອບ ສ່ວນເຮັດໜ້າທີ່ປ້ອງກັນຊາດ- ປ້ອງກັນຄວາມສະຫງົບໃນຂອບ ເຂດຕົນເອງຮັບຜິດຊອບໃຫ້ມີ ຄວາມສະຫງົບປອດໄພ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ