
ກົມວສ-ປສການທະຫານເປີດຂະບວນການສ້າງຜົນງານເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ
ເວລາອອກຂ່າວ: 2023-09-28 11:48:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:
ວັນທີ 27 ກັນຍາປີ 2023 ນີຢູ່ກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດໄດ້ຈັດໃຫ້ມີກອງປະຊຸມເພື່ອເຊື່ອມຊືມເອກະສານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອສ້າງຜົນງານຂຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ,ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ,ມີຄະນະພັກ-ຄະນະບັນຊາ,ຕະຫຼອດຮອດພະນັກ ງານນັກຮົບພາຍໃນກົມເຂົ້າຮ່ວມ.
ກອງປະຊຸມສະຫາຍພັນໂທ ໄຊຍະເພັດ ພົມຜາສຸກ ຮອງຫົວໜ້າພະແນກການເມືອງໄດ້ຂື້ນຜ່ານແຈ້ງການແລະ ຄຳສັ່ງແນະນຳຂອງກົມໃຫ່ຍການເມືອງກອງທັບ ສະບັບເລກທີ 3464 / ກມທ ລົງວັນທີ 3 ເດືອນ 8 ປີ 2023 ວ່າດ້ວຍຂໍ້ແຂ່ງຂັນຮັກຊາດແລະພັດທະນາ,ເຊິ່ງປະກອບດ້ວຍເນື້ອໃນ 6 ຂໍ້ເປັນຕົ້ນແມ່ນ ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ,ຮັບປະກັນໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານທ່ວງທັນກັບສະພາບການເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງກົມກອງມີຄວາມສະຫງົບປອດໄພ,ຈັດຕັ້ງປະຕິບັດສຶກສາອົບຮົມຮໍ່າຮຽນການເມືອງຮັດແອບການທະຫານວິຊາສະເພາະເຕັກນິກຕ່າງໆໃຫ້ບັນດຸຄາດໝາຍ,ຍູ້ແຮງການສ້າງກົມກອງປອດໃສເຂັ້ມແຂງໜັກແໜ້ນສ້າງກົມກອງປອດໃສ ປອດໄພ ປອດຄະດີ ສ້າງກົມກອງວັດທະນາທຳ,ໃຫ້ກົມກອງຈັດຕັ້ງປາຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຕ່າງໆຂອງພັກ,ຂອງກອງທັບ ແລະ ຂອງກົມກອງມີການເຄື່ອນໄຫວກິລາແລະສີລະປະວັນນະຄະດີຢ່າງພົດພື້ນມ່ວນຊື້ນ,ເສີມຂະຫຍາຍມູນເຊື້ອກຸ້ມຕົນເອງ,ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ຶອລະກ້າວປະຕິບັດຄຳຂວັນ 4 ປູກ 4 ລ້ຽງໃຫ້ກ້ວາງຂວາງ ແລະ ມີໝາກຜົນຕົວຈິງຮັບປະກັນຊີ້ນ,ປາ ແລະ ຜັກກິນໃຫ້ປົກກະຕິ,ມີສຸຂະອະນາໄມ,ສ້າງຄ້າຍຄູສະອາດຈົບງາມ,ປະຕິບັດລະບອບກວດກາອາວຸດຍຸດໂທປະກອນຮັບໃຊ້ໃຫ້ດີ ສາມາດໃຊ້ໄດ້ເປັນປົກກະຕິ.
ໃນໂອກາດນີ້ສະຫາຍຫົວໜ້າກົມວສ-ປສການທະຫານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຕ້ອງໄດ້ອອກແຮງສຶກສາອົບຮົມໃຫ້ພະນັກງານນັກຮົບຕ້ອງໄດ້ເຂົ້າໃຈເລິກເຊິ່ງສາມາດນຳໄປຈັດຕັ້ງປະຕິບັດໃຫ້ເຫັນໝາກເຫັນຜົນໂດຍສະເພາະຂໍ້ແຂ່ງຂັນທີ່ຕິດພັນກັບກົມກອງເຮັດວຽກວິຊາສະເພາະໃຫ້ໄດ້ຕາມຄາດໝາຍໃນຕໍ່ໜ້ານີ້ກົມຈະໄດ້ອອກແຮງກະກຽມເປັນເຈົ້າພາບກອງປະຊຸມວຽກງານຍຸດທະສາດປ້ອງກັນຊາດແລະຄວາມໝັ້ນຄົງອາຊຽນແລະແຜນການຮ່ວມມືກັບປະເທດເພື່ອນມິດຍຸດທະສາດເຮັດວຽກກັບຄະນະຜູ້ແທນຫວຽດ ນາມ,ຈີນ ແລະ ລັດເຊຍທຸກພາກສ່ວນຕ້ອງມີສ່ວນຮ່ວມເຮັດໃຫ້ວຽກງານທີ່ຂັ້ນເທິງມອບໝາຍປະສົບຄວາມສຳເລັດສ້າງໃຫ້ຂະບວນແຂ່ງຂັນກິລາ,ສີລະປະວັນນະຄະດີມີຄວາມພົດພື້ນມ່ວນຊື້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ