ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 11 ທັນວາ 2023



ທາບ​ທາມ​ບຸກ​ຄະ​ລະ​ກອນ​ຮັບ​ສະໝັກ​ເລືອກ​ຕັ້ງ ຄະນະ​ໜ່ວຍ​ພັກ ສະໄໝ​ທີ II ຮອບ​ທີ II
ເວລາອອກຂ່າວ: 2023-09-28 14:41:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 16 | ຄວາມນິຍົມ:



ວັນ​ທີ 26 ກັນຍາ 2023 ນີ້, ກອງ​ບັນນາທິການ​ ວາລະສານ​ປ້ອງ​ກັນ​ຊາດ ໄດ້​ຈັດ​ຕັ້ງກອງ​ປະຊຸມ​ທາບ​ທາມ​ບຸກ​ຄະ​ລະ​ກອນ​ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະ ນະ​ໜ່ວຍ​ພັກ ສະໄໝ​ທີ II ຮອບ​ທີ 2, ໂດຍ​ມີ ສະຫາຍ ພັນ​ເອກ ທີມ​ສາວ ດວງ​ຈຳປາ ເລຂາ​ໜ່ວຍ​ພັກ, ຫົວໜ້າ​ກອງ​ບັນນາທິການ​ວາລະສານ​ປ້ອງ​ກັນ​ຊາດ, ມີ​ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ​ທາບ​ທາມ​ບຸກ​ຄະລາ​ກອນ​ຈາກ​ຫ້ອງ​ການເມືອງ ​ກົມ​ໃຫຍ່​ການເມືອງ​ກອງທັບ, ຄະນະ​ພັກ-ຄະນະ​ບັນນາທິ ການຕະຫຼອດ​ຮອດ ສະມາຊິກ​ພັກ​ສົມບູນ ແລະ ສຳຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ໄດ້​ຜ່ານ​ມາດຖານ, ເງື່ອນໄຂ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ພັກ​ຊຸດ​ໃໝ່, ເຊິ່ງ​ຜູ້​ທີ່​ຈະ​ຮັບ​ສະໝັກ​ເລືອກ​ຕັ້ງ​ຄະນະ​ພັກ​ຕ້ອງ​ມີ​ທັດສະນະ​ຫຼັກ​ໝັ້ນ​ການເມືອງ​ໜັກ​ແໜ້ນ, ຈົງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ສັງຄົມ​ນິຍົມ, ມີ​ຄວາມ​ບໍລິສຸດ​ຕໍ່​ປະເທດ​ຊາດ, ຕໍ່​ປະຊາຊົນ, ເປັນ​ເອກະ​ພາບ ສູງ​ຕໍ່​ພາລະກິດ​ປ່ຽນແປງ​ໃໝ່​ຂອງ​ພັກ; ເປັນ​ຜູ້​ທີ່​ມີ​ບົດບາດ​ອິດ​ທິ​ພົນ ໄດ້​ຮັບ​ຄວາມ​ເຊື່ອ​ຖື​ໄວ້​ວາງໃຈ​ຈາກ​ສະມາຊິກ​ພັກ, ມະຫາຊົນ, ມີ​ຄວາມ​ບໍລິສຸດ​ສັດຊື່​ຕໍ່​ການຈັດຕັ້ງ-​ໝູ່​ຄະນະ, ມີ​ຄວາມ​ສາມັກຄີ​ຮັກແພງ, ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ ແລະ ມີ​ຄວາມ​ຜູກ​ພັນ​ຢ່າງ​ສະໜິດ ແໜ້ນ​ກັບ​ມະຫາຊົນ; ມີ​ຄວາມ​ດຸໝັ່ນ​ຮໍ່າຮຽນ ສະແຫວງຫາ​ອັນ​ໃໝ່​ທີ່​ກ້າວໜ້າ, ກ້າ​ຮັບ ແລະ ກ້າ​ຕັດສິນ​ໃຈ, ປ່ຽນແປງ​ຈຸດ​ອ່ອນ ແລະ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ຕົນ; ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ການເມືອງ, ຮູ້​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ, ມີ​ລະດັບ​ວິຊາ​ສະເພາະ​ໃດ​ໜຶ່ງ​ທີ່​ແນ່ນອນ, ສາມາດ​ກຳ​ແໜ້ນ​ທິດ​ສະ​ດີ​ມາກ-ເລ​ນິນ, ແນວທາງ​ນະໂຍບາຍ​ຂອງ​ພັກ ແລະ ກົດໝາຍ​ຂອງ​ລັດ ເພື່ອ​ຫັນ​ເປັນ​ແຜນ​ງານ​ອັນ​ລະອຽດ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ໃນ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ, ມີ​ຄວາມ​ສາມາດ​ເຕົ້າໂຮມ ແລະ ປຸກລະດົມ ພະນັກງານ-ສະມາຊິກ​ພັກ, ມີ​ຄວາມ​ສາມາດ​ໃນ​ການ​ຄົ້ນຄວ້າ ແລະ ຫັນ​ແນວທາງ​ແຜນ​ນະໂຍບາຍ​ລວມ​ຂອງ​ພັກ​ໃຫ້​ກາຍເປັນ​ອັນ​ລະອຽດ​ເຂົ້າ​ສູ່​ກົມ​ກອງ​ທີ່​ຕົນ​ຮັບຜິດຊອບ, ສາມາດ​ຄົ້ນຄວ້າ ແລະ ສະເໜີ​ຄຳ​ຄິດເຫັນ​ຂອງ​ຕົນຕໍ່​ຄວາມ​ຮັບຜິດຊອບ​ລວມ​ຂອງ​ຄະນະ​ພັກ​ໃນ​ກົມ​ກອງ​ຕົນ, ມີ​ແບບແຜນ​ນຳພາ​ວິທີ​ເຮັດ​ວຽກ​ທີ່​ຖືກຕ້ອງ, ເຄົາລົບ ແລະ ປະຕິບັດ​ຫຼັກການ​ລວມ​ສູນ ປະຊາທິປະໄຕ​ຢ່າງ​ເຂັ້ນ​ງວດ, ມີ​ທັດສະນະ​ມະຫາຊົນທີ່​ຖືກຕ້ອງ, ພົວພັນ​ສະໜິດ​ແໜ້ນ​ກັບ​ມະຫາຊົນ, ໄດ້ ຮັບ​ຄວາມ​ເຊື່ອ​ຖື​ໄວ້​ວາງໃຈ​ຈາກ​ມະຫາຊົນ ແລະ ຕ້ອງ​ມີ​ສຸຂະພາບ​ສົມບູນ​ແຂງແຮງດີ, ສາມາດ​ປະຕິບັດ​ໜ້າທີ່ວຽກ​ງານ​ໄດ້​ຕະຫຼອດ​ສະໄໝ. ຈາກ​ນັ້ນ, ສະມາຊິກ​ພັກ ໄດ້​ໃຊ້​ສິດ​ປະຊາທິປະໄຕປ່ອນ​ບັດ​ທາບ​ທາມ​ຄັດ​ເລືອກ​ເອົາ​ບຸກ​ຄະ​ລະ​ກອນ ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ໜ່ວຍ​ພັກ​ ວາລະສານ​ປ້ອງ​ກັນ​ຊາດ ຊຸດ​ໃໝ່ ສະໄໝ​ທີ II ຮອບ​ທີ 2. ໂດຍ: ຊາຍ​ຊະນິດ ຄັດ​ຕະ​ມອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ