ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 11 ທັນວາ 2023



ແຂ່ງຂັນ​ກິລາບານ​ເຕະ​ມິດຕະພາບ
ເວລາອອກຂ່າວ: 2023-09-28 14:43:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:



ວັນ​ທີ 21 ກັນຍາ 2023 ນີ້, ກົມ​ຜະລິດ​ກະສິກຳ ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານເຕະ​ມິດຕະພາບ ກັບ ບໍລິສັດ ກຣີນ​ຟີດ ລາວ ຈຳກັດ, ຢູ່​ທີ່​ເດີ່ນ​ກິລາ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ, ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ພິມ​ພາ ດວງ​ຈັນ​ດີ ຫົວໜ້າ​ກົມ ຜະລິດກະສິກຳ ກົມ​ໃຫຍ່ພະລາ ທິການ​ກອງທັບ, ທ່ານ ຮວງ ຫງອກ ຮາວ ປະທານ ບໍລິສັດ ກຣີນ​ຟີດ ລາວ ຈຳກັດ, ພະນັກ ງານ​ທີ່​ກ່ຽວຂ້ອງ ແລະ ນັກ​ກິລາ​ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ. ຈຸດປະສົງ​ການ​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາບານ​ເຕະ​ມິດຕະ ພາບ​ໃນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ ຂອງ​ພັກ, ຂອງ​ຊາດ, ຂອງ​ກອງທັບ ເວົ້າ​ສະເພາະ ແມ່ນ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ VIII ຂອງ​ໜ່ວຍ​ພັກ ​ກົມ​ຜະລິດ​ກະສິກຳ ທີ່​ໃກ້​ຈະ​ມາ​ເຖິງ​ໃນ​ມໍ່ໆນີ້​ໃຫ້​ມີ​ຄວາມ​ໝາຍ​ສຳຄັນ​ເລິກເຊິ່ງ ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ສະແດງ​ເຖິງ​ໄມຕີ​ຈິດມິດຕະພາບທີ່​ດີ ລະຫວ່າງ ກົມ​ຜະລິດ​ກະສິກຳ ກົມ​ໃຫຍ່​ພະລາທິການ​ກອງທັບ ກັບ ບໍລິສັດ ກຣີນ​ຟີດ ລາວ ຈຳກັດ ຊ່ວຍເຫຼືອເຊິ່ງ​ກັນ ແລະ ກັນ ໃນ​ການ​ພົວພັນ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ວິຊາ​ສະເພາະ​ດ້ານ​ຂົງ​ວຽກ​ງານ​ການ​ຜະລິດ​ກະສິກຳ ໃຫ້​ໄດ້​ຮັບ​ໝາກຜົນ​ສູງ​ຂຶ້ນ​ໄປ​ເລື້ອຍໆ. ໂອກາດ​ນີ້, ທ່ານ ຮວງ ຫງອກ ຮາວ ໄດ້​ມອບ​ເຄື່ອງ​ກິລາ​ຈຳນວນ 45 ຊຸດ​ໃຫ້ກົມ​ຜະລິດ​ກະສິກຳ ກົມ​ໃຫຍ່​ພະລາທິການ​ກອງທັບ ອີກ​ດ້ວຍ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ