
ຖືເອົາວຽກງານການເມືອງ-ແນວຄິດ ເປັນສະໜາມຮົບແຖວໜ້າ
ເວລາອອກຂ່າວ: 2023-09-28 14:47:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 15 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ໃຫ້ຮູ້ວ່າ: ວຽກງານການ
ເມືອງ-ແນວຄິດ ເປັນສະໜາມຮົບແຖວໜ້າ, ມີພາລະບົດບາດອັນສຳຄັນໃນການເຮັດໃຫ້ສະພາບແນວຄິດຂອງພະນັກງານ-ນັກຮົບໃນກົມກອງມີຄວາມສະ
ຫງົບ; ດັ່ງຄຳເຫັນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ IV ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ເຂົ້າໃນຊີວິດສັງຄົມຕົວຈິງ, ໃນການຕີລາຄາສະພາບແນວຄິດຂອງພະນັກງານ, ທະຫານ-ຕຳຫຼວດ ແລະ ຊັ້ນຄົນຕ່າງໆ ໄປຄຽງຄູ່ກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງຂອງພັກ.
ທັງນີ້ ເພື່ອແນໃສ່ເຮັດໃຫ້ຄະນະພັກທຸກຂັ້ນ, ພະນັກງານຫຼັກແຫຼ່ງໃນທົ່ວກຳລັງປະກອບອາວຸດ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມກຳແໜ້ນເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ IV ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ, ເຮັດໃຫ້ຄະນະພັກແຕ່ລະຂັ້ນທົ່ວກອງບັນຊາການທະຫານແຂວງຊຽງຂວາງໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວໃຫ້ປະກົດຜົນເປັນຈິງ ທັງເປັນບ່ອນອີງໃຫ້ຄະນະພັກກອງບັນຊາການທະຫານແຂວງ, ຄະນະພັກຮາກຖານຂັ້ນຫ້ອງ, ກອງບັນຊາການທະຫານເມືອງ, ກອງພັນ ແລະ ເລຂາໜ່ວຍພັກໃນທົ່ວກອງບັນຊາການທະຫານແຂວງຊຽງຂວາງໃນການຜັນຂະຫຍາຍມະຕິດັ່ງກ່າວໃຫ້ເປັນແຜນງານ, ໂຄງການອັນລະອຽດ ໂດຍຕິດພັນກັບວຽກງານຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນຕົນ, ບົນຈິດໃຈຍູ້ແຮງເສີມຂະຫຍາຍໃນການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ແຂງແຮງ, ສ້າງການຫັນປ່ຽນທາງດ້ານຄວາມຮູ້, ທັດສະນະແນວຄິດ ແລະ ການກະທຳ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາໃຫ້ຂາດຕົວ, ສ້າງຄວາມເຊື່ອໝັ້ນຂອງສະມາຊິກພັກ, ພະນັກງານຕໍ່ການຊີ້ນຳ-ນຳພາຂອງພັກ ແລະ ການບໍລິຫານຄຸ້ມຄອງຂອງລັດແບບໂປ່ງໃສ.
ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຍັງໃຫ້ຮູ້ຕື່ມອີກວ່າ: ສະນັ້ນ, ວຽກງານການເມືອງ-ແນວຄິດ ຈຶ່ງເປັນປັດໃຈພື້ນຖານສຳຄັນໃນການຕັດສີນຊີ້ຂາດທຸກໄຊຊະນະ; ເຮັດວຽກງານການເມືອງ-ແນວຄິດ ໄດ້ດີ ກົມກອງມີຄວາມສະຫງົບ, ພະນັກງານ-ນັກຮົບ ກໍມີຄວາມເຊື່ອໝັ້ນຕໍ່ການນຳພາ ຢາກເຮັດວຽກງານການເມືອງ-ແນວຄິດ ໄດ້ດີ ຕ້ອງຖືເອົາການສືກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເອົາການສ່ອງແສງລາຍງານເປັນສຳຄັນ, ມີການສຳຫຼວດກວດກາ, ຕິຊົມ, ກໍ່ສ້າງຊ່ວຍເຫຼືອເຊ່ິງກັນ ແລະ ກັນ, ສຽງສ່ວນໜ້ອຍປະຕິບັດຕາມສຽງສ່ວນຫຼາຍ, ບຸກຄົນຂຶ້ນນຳການຈັດຕັ້ງ, ຕ້ານແນວຄິດພັກພວກ, ຈຸ້ມເຈື້ອຫຼາຍເຄົ້າ ເພື່ອຕີຖ້ອຍປະກົດການຫຍໍ້ທໍ້ໃນກົມກອງໃຫ້ຂາດຕົວ ແລະ ເປັນການຕີຖອຍແນວຄິດຜິດເຂວໃຫ້ໝົດໄປ ສຸດທ້າຍແນວຄິດທີ່ຖືກຕ້ອງ, ການກະທຳທີ່ຖືກຕ້ອງ ກໍສາມາດເອົາຊະນະແນວຄິດທີ່ບໍ່ຖືກຕ້ອງ, ຜິດພາດ, ເດັດດ່ຽວບໍ່ປ່ອຍໃຫ້ຄວາມຄິດ, ການກະທຳທີ່ຜິດກືນກິນເນື້ອທີ່ ແລະ ຄອບງວໍາມັນສະໝອງ ຫຼື ແນວຄວາມຄິດຂອງພະນັກງານ-ສະມາຊິກພັກ ແລະ ນັກຮົບໄດ້ເປັນອັນຂາດ.
ພ້ອມນັ້ນ, ຕ້ອງກຳຈັດປັດເປົ່າແນວຄິດ ແລະ ການກະທຳທີ່ຜິດພາດອອກຈາກພັກໃຫ້ຂາດຕົວ ແລະ ວາງແນວທາງທີ່ຖືກຕ້ອງ, ຊັດເຈນ, ເດັດດ່ຽວ, ເຄັ່ງຄັດໃນການຈັດຕັ້ງປະຕິບັດທີ່ຖືກຕ້ອງເປັນບູລິມະສິດທີ່ສາມາດຈັບຕ້ອງໄດ້ ສາມາດເອົາຊະນະທຸກປະກົດການທີ່ຫຍຸ້ງຍາກສັບສົນໄດ້ ແລະ ເປັນຮູບປະທຳຕົວ
ຈິງ, ເວົ້າແລ້ວຕ້ອງເຮັດໃຫ້ເປັນຮູບປະທຳ, ເຮັດແລ້ວຕ້ອງໃຫ້ເກີດດອກອອກຜົນແທ້ ແລະ ຕ້ອງແກ້ການສໍ້ລາດບາງຫຼວງ, ແກ້ຄວາມດຸນດ່ຽງໃນການພັດທະ
ນາ, ແກ້ຄວາມຫຼຸດໂຕນທາງສັງຄົມ ຫຼື ເວົ້າຢ່າງໜຶ່ງແມ່ນການຈຳກັດຮັດແຄບຄວາມແຕກໂຕນກັນ, ແກ້ການຂາດປະສິດທິພາບຂອງກົງຈັກ, ແກ້ບັນຫາກົນໄກຂອງກົງຈັກ ແຕ່ເທິງລົງລຸ່ມ ເພື່ອບໍ່ໃຫ້ເປັນກົງຈັກ ແລະ ກົນໄກທີ່ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະໄຕ, ກົນໄກທີ່ມີຊ່ອງຫວ່າງມີການກວດກາຍາກ, ສວຍໃຊ້ໜ້າທີ່ເຮັດຜິດໄດ້ງ່າຍ, ແກ້ພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຂາດນ້ຳໃຈຮັບໃຊ້ປະຊາຊົນ, ແນວຄິດຄອງເດີມ, ບໍ່ຢາກປ່ຽນແປງ, ມັກງ່າຍ. ສະນັ້ນ, ວຽກງານການເມືອງ-ແນວຄິດຂອງພັກຈິ່ງເປັນອາວຸດເພື່ອຕໍ່ສູ້ລະຫວ່າງຈິນຕະນາ ການໃໝ່ ກັບຈິນຕະນາການເກົ່າ ແນວຄິດທີ່ຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນເປັນຫຼັກ, ເດັດຂາດຕ້ານກັບແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຈຸ້ມເຈື້ອພັກພວກເປັນໃຫຍ່, ສວຍໂອກາດສໍ້ລາດບັງຫຼວງ ແລະ ອື່ນໆ ໃຫ້ເດັດຂາດ.
ພ້ອມນັ້ນ, ກໍເລືອກເຟັ້ນເອົາພະນັກງານທີ່ມີຄວາມຮູ້, ຄວາມສາມາດ ເປັນນັກປາຖະກະຖາ ໃຫ້ຫຼາຍມີປະສິດທິຜົນ, ເອົາໃຈໃສ່ໃນການຄົ້ນຄວ້າວິທະຍາສາດ ທີ່ທັນສະໄໝ ແລະ ສ້າງພະນັກງານນຳພາຄຸ້ມຄອງໄປນຳຍົກລະດັບຄວາມສາມາດໃຫ້ພະນັກງານສື່ມວນຊົນໃຫ້ດີກວ່າເກົ່າ ຫັນເອົາວຽກນີ້ ເປັນກະບອກສຽງ
ໃນການໂຄສະນາໃຫ້ທຸກຂະແໜງການ ເຂົ້າໃນວຽກງານຕົວຈິງຢ່າງມີຈຸດສຸມ; ສ້າງຄວາມເຊື່ອໝັ້ນໃຫ້ມະຫາຊົນດ້ວຍການນຳພາ, ມີແບບແຜນວິທີເຮັດວຽກທີ່ມີລັກສະນະວິທະຍາສາດ ລວມທັງພະນັກງານປະຕິວັດອາວຸໂສບຳນານ ກໍຕ້ອງມີການພົບປະໂອ້ລົມຢ້ຽມຢາມຖາມຂ່າວ, ຕອບບຸນແທນຄຸນ ເພື່ອເຮັດໃຫ້ພວກເພິ່ນເຫຼົ່ານັ້ນຍັງມີຄວາມຜູກພັນຮັດແໜ້ນກັບກົມກອງ ແລະ ຂົງເຂດວຽກງານອື່ນໆ ໃນກົມກອງກໍໃຫ້ເດີນແມ່ນແລ່ນສະດວກດີຂຶ້ນເປັນກ້າວໆ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ