ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 645 ເປີດກອງປະຊຸມທາບທາມບຸຄະລາກອນຮອບທີ II
ເວລາອອກຂ່າວ: 2019-04-03 09:43:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນ​ວັນ​ທີ 28 ມີນາ 2019 ຜ່ານ​ມາ​ນີ້ ກອງພັນ​ໃຫຍ່ 645 ໄດ້​ເປີດ​ກອງ​ປະຊຸມ​ທາບ​ທາມ​ບຸຄະລາ​ກອນ ເຂົ້າ​ໃນ​ອົງຄະ​ນະ​ພັກ​ຊຸດ​ໃໝ່​ຮອບ​ທີ II ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ຜາຍ ເຄນ​ນະຄອນ ຄະນະ​ພັກ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 645 ຜູ້​ຊີ້​ນຳ​ອະນຸ​ກຳມະການ ທາບ​ທາມ​ບຸ​ຄະລາ​ກອນ, ມີ​ຄະນະ​ພັກ​ກອງພັນ​ໃຫຍ່ 645, ຄະນະ​ພັກ​ຮາກ​ຖານ ຄະນະ​ໜ່ວຍ​ພັກ ພ້ອມ​ດ້ວຍ​ຜູ້​ແທນ​ສົມບູນ ແລະ ສຳຮອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ຜ່ານ​ມາດຖານ​ເງື່ອນໄຂ​ຂອງຜູ້​ ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ອົງ ຄະ​ນະ​ພັກ​ກອງພັນ​ໃຫຍ່ 645 ສະ ໄໝ​ທີ VI ຕາມ 5 ມາດຖານ​ເງື່ອນໄຂ ຈາກ ສະຫາຍ ພັນ​ຕີ ບຸນ​ສວ່ນ ອຸນ​ທາ​ນົນ ຫົວໜ້າຂະ ແໜງ​ຈັດ​ຕັ້ງ​ພັກ​ກອງພັນ​ໃຫຍ່ 645 ຈາກ​ນັ້ນ ສະຫາຍ ພັນ​ໂທ ຄຳ​ຜາຍ ເຄນ​ນະຄອນ ກໍ​ໄດ້ຊີ້​ ນຳ​ພ້ອມ​ທັງ​ມີ​ຄຳ​ເຫັນ​ໃຫ້​ຜູ້ແທນ ​ສົມບູນ ແລະ ສຳຮອງ ເຂົ້າໃຈ​ຢ່າງ​ເລີກ​ເຊິ່ງ​ກ່ຽວ​ກັບເປົ້າ​ໝາຍ ຜູ້​ທີ່​ຈະ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ອົງຄະ​ນະ​ພັກ​ກອງພັນ​ໃຫຍ່ 645 ສະໄໝ​ທີ VI ເຊິ່ງ​ໃນ​ນັ້ນ​ສິ່ງ​ສຳຄັນ​ຕ້ອງ​ເປັນ​ຜູ້​ທີ່​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິບັດ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ​ຕໍ່​ປະ ເທດ​ຊາດ, ຕໍ່​ປະຊາຊົນ, ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ແນ່ນອນ, ມີ​ ແບບແຜນ​ການ​ດຳລົງ​ຊີວິດທີ່​ ປອດ​ໃສ, ຂາວ​ສະອາດ, ມີ​ແບບ ແຜນ​ວິທີ​ເຮັດ​ວຽກ​ທີ່​ມີ​ວິທະຍາ ສາດ, ມີ​ຫົວຄິດ​ປະດິດ​ສ້າງ, ກ້າ​ເຮັດ​ກ້າ​ທຳ, ກ້າ​ຮັບຜິດຊອບ ແລະ ມີ​ສຸຂະພາບ​ແຂງແຮງ​ດີ​ສາ ມາດ​ເຮັດ​ສຳເລັດ​ໜ້າທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ. ໂອກາດ​ດັ່ງກ່າວ​ບັນດາ​ສະຫາຍ​ຜູ້​ແທນ​ສົມບູນ ແລະ ສຳຮອງກໍ​ ໄດ້​ພ້ອມ​ກັນ​ໃຊ້​ສິດ​ຂອງ​ຕົນປ່ອຍ ​ບັດ​ຄັດ​ເລືອກ​ເອົາ​ຜູ້​ທີ່​ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ​ຕາມ 5 ມາດ ຖານ​ຂອງ​ພັກ ເພື່ອ​ສະໝັກ​ເຂົ້າ​ໃນ​ຄະນະ​ພັກ​ຊຸດ​ໃໝ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ