ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸມ ວປກ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ
ເວລາອອກຂ່າວ: 2019-04-04 08:48:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ຄະນະບໍລິຫານງານຊາວໜຸ່ມ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ ປາຖະກະຖາວັນ ສ້າງຕັ້ງຊາວໜຸ່ມປະຊາຊົນປະຕິ ວັດລາວ ຄົບຮອບ 64 ປີ ( 14/4/ 1955 - 14/4/2019 ) ຂຶ້ນຢ່າງ ເປັນທາງການ ໃນວັນທີ 26 ມີນາ 2019 ນີ້, ພາຍໃຕ້ການ ເປັນປະທານຂອງ ສະຫາຍ ພັນ ເອກ ປອ ຄຳຜາຍ ສະພັງເໜືອ, ຮອງຫົວໜ້າການເມືອງ ຫົວໜ້າ ກົມການເມືອງ ວປກ ມີຕາງໜ້າ ຈາກຄະນະພັກ-ຄະນະບັນຊາຂອງ 12 ຫົວໜ່ວຍ, ພ້ອມດ້ວຍສະ ມາຊິກຊາວໜຸ່ມທົ່ວ ວປກ ເຂົ້າ ຮ່ວມ. ສະຫາຍ ພັນເອກ ປອ ຄຳຜາຍ ສະພັງເໜືອ, ໄດ້ຍົກໃຫ້ເຫັນເຖິງ ວິວັດທະນາການແຫ່ງການກຳ ເນີດເຕີບໃຫຍ່ຂະຫຍາຍຕົວຂອງ ຊາວໜຸ່ມປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ, ໂດຍໄດ້ສືບທອດ ມູນເຊື້ອຮັກຊາດ-ຮັກປະຊາຊົນ ຂອງບັນພະບູລຸດ ແລະ ພາຍໃຕ້ ແສງສະຫວ່າງຂອງພັກ, ຕອບ ສະຫນອງກັບຄວາມຮຽກຮ້ອງ ຕ້ອງການທີ່ຈຳເປັນ ແລະ ຮີບດ່ວນ ຂອງການປະຕິວັດຊາວໜຸ່ມ ຕະລຸມບອນໄດ້ສ້າງຕັ້ງຂຶ້ນຢ່າງ ເປັນທາງການໃນວັນທີ 14/4/ 1955 ເປັນຂີດໝາຍ ແລະ ຕົ້ນກຳ ເນີດຂອງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ, ອົງການຊາວ ໜຸ່ມຕະລຸມບອນໄດ້ເປັນໃຈກາງ ເຕົ້າໂຮມຄວາມສາມັກຄີ, ການ ສຶກສາອົບຮົມ, ການກໍ່ສ້າງ ແລະປຸກລະດົມຖັນແຖວຂອງຊາວໜຸ່ມປະຕິບັດບົດບາດໜ້າທີ່ເປັນກຳລັງແຮງໃນທຸກສະພາບການດັ່ງຄຳ ຂວັນທີ່ວ່າ: ບ່ອນໃດຍາກຊາວ ໜຸ່ມເຮົາບຸກ ບ່ອນໃດທຸກຊາວ ໜຸ່ມຜ່ານ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ. ການປາຖະ ກະຖາໃນຄັ້ງນີ້ກໍເພື່ອແນ່ໃສ່ເຮັດ ໃຫ້ພະນັກງານ-ນັກຮົບ ໂດຍສະ ເພາະກໍແມ່ນອົງການຈັດຕັ້ງມະ ຫາຊົນຊາວໜຸ່ມ-ແມ່ຍິງໄດ້ຮັບ ຮູ້ເຊື່ອມຊຶມຕໍ່ມູນເຊື້ອອັນສະຫງ່າ ອົງອາດຂອງຊາວໜຸ່ມລາວ, ຮູ້ຮັກ ບ້ານເກີດເມືອງນອນຂອງຕົນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ- ລັດ, ຕັ້ງໜ້າປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕໍ່ໆໄປ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຄະ ນະບໍລິຫານງານຊາວໜຸ່ມວິທະ ຍາຄານປ້ອງກັນຊາດໄກສອນ ພົມວິຫານ ຍັງໄດ້ເປີດກອງປະຊຸມ ສະຫຼຸບຜົນງານຮອບດ້ານປະຈຳ ປີ 2018 ແລະ ວາງທິດທາງແຜນ ການປະຈຳປີ 2019 ຂຶ້ນ ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ບຸນທອນ ອຸປະພັນ, ຮອງຫົວໜ້າກົມການ ເມືອງ ວປກ ທັງເປັນຫົວໜ້າຊີ້ນຳ ລວມກ່ຽວກັບວຽກງານອົງການຈັດຕັ້ງມະຫາຊົນທົ່ວ ວປກ. ນອກ ຈາກນີ້ຍັງໄດ້ຈັດຕັ້ງພິທີມອບໃບ ຢັ້ງຢືນນາມະຍົດ 4 ບຸກ ງວດທີ I ຂອງປີ 2017-2018 ໃຫ້ການຈັດ ຕັ້ງຊາວໜຸ່ມກົມກອງຮາກຖານ ຕ່າງໆ. ໂດຍພະແນກຊາວໜຸ່ມ ວປກ ກໍໄດ້ຮັບນາມະຍົດ 4 ບຸກ, ມີ 4 ຄະນະບໍລິຫານງານ ແລະ 6 ໜ່ວຍຊາວໜຸ່ມທົ່ວ ວປກ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ