ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ ແລະ ກົມໂຄສະນາ ກົມວຽກງານການເມືອງ ກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2023-10-12 15:21:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1919 | ຄວາມນິຍົມ:
ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນ ກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ ແລະ ກົມໂຄສະນາກົມວຽກງານການເມືອງ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2023 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດລາວ, ຝ່າຍລາວ ມີສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ, ຝ່າຍຈີນ ມີສະຫາຍ ພົນຕີ ຈາງຈ້ຽນຫຼິນ ຮອງຫົວໜ້າສູນເຜີຍແຜ່ຂ່າວສານ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍໍໍ່ ຄະນະຜູ້ແທນ ກົມໂຄສະນາ ກົມວຽກງານການເມືອງ ກອງທັບປົດປ່ອຍປະຊາຊົນຈີນ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ກົມໂຄສະນາ ກົມວຽກງານການເມືອງ ກອງທັບປົດປ່ອຍປະຊາຊົນຈີນ ທີ່ມີມູນເຊື້ອຍາວນານມາແລ້ວນັ້ນ ໃຫ້ນັບມື້ຮັດແໜ້ນຂຶ້ນຕື່ມອີກ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ປຶກສາຫາລືກັນຫຼາຍບັນຫາສໍາຄັນ ໂດຍສະເພາະແມ່ນວຽກງານໂຄສະນາຂອງກອງທັບສອງປະເທດ ຢ່າງກົງໄປກົງມາ ເປັນຕົ້ນແມ່ນ ການຍົກລະດັບຄວາມຮູ້ທາງດ້ານຂໍ້ມູນຂ່າວສານໃນຂົງເຂດວຽກງານໂຄສະນາອົບຮົມ, ວຽກງານການສຶກສາ ແລະ ອື່ນໆ ເຊິ່ງຕະຫຼອດໄລຍະຜ່ານມາ, ຄະນະຜູ້ແທນຂັ້ນຕ່າງໆ ຂອງສອງປະເທດ ລາວ-ຈີນ ໄດ້ໄປມາຫາສູ່, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໃຫ້ການຊ່ວຍເຫຼືອກໍ່ສ້າງທາງດ້ານຊັບພະຍາກອນມະນຸດ, ຊ່ວຍເຫຼືອດ້ານວັດຖຸອຸປະກອນຮັບໃຊ້ເຂົ້າໃນວຽກງານໂຄສະນາຕ່າງໆ ອັນໄດ້ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ ລາວ-ຈີນ ນັບມື້ດີຂຶ້ນເປັນກ້າວໆ.
ໂອກາດນີ້, ສະຫາຍ ພົນຕີ ຈາງ ຈ້ຽນຫຼິນ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ນອກຈາກໄດ້ແລກປ່ຽນວຽກງານໂຄສະ ນາຮ່ວມກັນແລ້ວ, ຍັງເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ລາວ-ຈີນ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຕະຫຼອດໄປ.
ພາຍຫຼັງສໍາເລັດກອງປະຊຸມພົບປະສອງຝ່າຍ, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນນາທິການໜັງສືພິມກອງທັບ, ກອງວິທະຍຸກະຈາຍສຽງກອງທັບ, ໂຮງພິມກອງທັບ ແລະ ໂທລະພາບກອງທັບ ຕື່ມອີກ.
ໂດຍ: ນາງ ຈ່ອຍ ເພັດດາວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ