ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກອງປະຊຸມຄົບຄະນະກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2023-10-12 17:23:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1402 | ຄວາມນິຍົມ:



ໃນວັນທີ 12 ຕຸລາ 2023 ນີ້, ຢູ່ທີ່ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ປະຈໍາປີ 2023 ຂຶ້ນ ໂດຍການເປັນປະທານ ຂອງທ່ານ ພົນຈັດຕະວາ ປອ ມາລາ ວິລະຈິດ, ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳກຳມາທິການ ປກຊ-ປກສ, ມີບັນດາທ່ານຄະນະນຳຂອງກຳມາທິການ, ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ່ເປັນກຳມະການກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະ ຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, 2 ກອງບັນຊາການ ປກຊ-ປກສ ນະຄອນຫຼວງ ແລະ ກົມຕຳຫຼວດຄຸ້ມຂັງ-ດັດສ້າງ ເຂົ້າຮ່ວມ. ທ່ານ ພົນຈັດຕະວາ ສົມວັນ ທໍາມາໄຊ ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ 2024 ໂດຍຕະຫຼອດໄລຍະ 1 ປີຜ່ານມາ ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ໃນການເປັນເສນາທິການ ໃຫ້ສະພາແຫ່ງຊາດ ກໍ່ຄື ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ 03 ພາລະບົດ ເຊັ່ນ: ພາລະບົດບາດດ້ານ ນິຕິບັນຍັດ, ດ້ານການຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ແລະ ດ້ານການຕິດຕາມກວດກາ ການປະຕິບັດກົດ ໝາຍ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ, ຊຶ່ງໃນປີ 2023 ແມ່ນສາມາດຍາດ ໄດ້ຜົນງານພົ້ນເດັ່ນຫຼາຍດ້ານ, ເປັນຕົ້ນແມ່ນ ສາມາດສ້າງ ແລະ ປັບປຸງກົດໝາຍ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈຳນວນ 01 ສະບັບ ຄື: ກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ) ຊຶ່ງໄດ້ຮັບການພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ເປັນເຈົ້າການໃນການຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດທົ່ວປະເທດ ແລະ ສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ນຳເອົາຜົນຂອງຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ເຂົ້າລາຍງານ ແລະ ພິຈາລະນາ ໃນກອງປະຊຸມໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX. ພ້ອມນີ້, ບັນດາກຳມະການ ສັງກັດກຳມາທິການ ປກຊ- ປກສ ປະຈຳເຂດເລືອກຕັ້ງ ກໍ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ໃນການຊ່ວຍກຳມາທິການ ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ກໍ່ຄື ຄະນະປະຈຳສະພາແຫ່ງຊາດ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ຢູ່ທ້ອງຖິ່ນເຂດເລືອກຕັ້ງຂອງຕົນ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ເຂົ້າຮ່ວມທາບທາມປະກອບຄຳເຫັນໃສ່ຮ່າງກົດໝາຍ ທີ່ສະພາແຫ່ງຊາດສົ່ງໃຫ້, ສ້າງ ແລະ ປັບປຸງບັນດານິຕິກຳ ແລະ ນໍາເອົາບັນຫາສຳຄັນພື້ນຖານ ທີ່ກ່ຽວພັນເຖິງຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ເຂົ້າ ພິຈາລະນາໃນກອງປະຊຸມຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາ ປະຊາຊົນຂັ້ນແຂວງ, ປະຕິບັດພາລະບົດບາດຕິດຕາມກວດກາ ການປະຕິບັດກົດໝາຍ, ປະຕິບັດໜ້າທີ່ການເມືອງ ຂອງ 2 ກຳລັງ ປກຊ-ປກສ ແລະ ສະມາຊິກສະຫະພັນນັກຮົບເກົ່າ ຢູ່ທ້ອງຖິ່ນຕົນ. ອັນພົ້ນເດັ່ນແມ່ນໄດ້ເອົາໃຈໃສ່ ຕິດຕາມກວດກາ, ຊຸກຍູ້ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ເຂດເລືອກຕັ້ງຂອງຕົນ, ຈາກນັ້ນ ຜູ້ຕາງໜ້າຈາກກະຊວງ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ກໍ່ໄດ້ຂື້ນ ສະເໜີບົດລາຍງານ ກ່ຽວກັບຍຸດທະສາດ ການປ້ອງກັນຊາຍແດນລະຫວ່າງປະເທດ ທາງບົກ, ທາງນໍ້າ ແລະ ເກາະດອນ ທີ່ຂຶ້ນກັບເຂດນໍ້າແດນດິນ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນສະເພາະໜ້າ ແລະ ຍາວນານ, ບົດລາຍງານ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດກົດໝາຍໃນການຄຸ້ມຄອງຄ້າຍຄຸມຂັງ, ດັດສ້າງ ແລະ ສູນປິ່ນປົວ, ບຳບັດຜູ້ຕິດຢາເສບຕິດ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ບົດລາຍງານ ກ່ຽວກັບສະພາບການເຄື່ອນໄຫວປະຕິບັດພາລະບົດບາດຂອງສະຫະພັນນັກຮົບ ເກົ່າແຫ່ງຊາດລາວ ໄລຍະ ປີ 2023 ແລະ ທິດທາງແຜນການ ປີ 2024, ກອງປະຊຸມດັ່ງກ່າວ ກໍາມາທິການ ປກຊ-ປກສ ແຕ່ລະເຂດ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນ. ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ສະມາຊິກພັກ ພາຍໃນກໍາມາທິການ, ປະຕິບັດໜ້າທີ່ວຽກງານ ຂອງກຳມາທິການ ປກຊ- ປກສ ແລະ ກຳມະການ ຂອງກຳມາທິການ ປກຊ-ປກສ ຕ້ອງຢຶດ ໝັ້ນຕາມແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ ບົນພື້ນຖານທັດສະນະຂອງພັກ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງລັດຢ່າງເຂັ້ມງວດ, ສືບຕໍ່ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ໃນໄລຍະຜ່ານມາ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີລັກສະນະບຸກທະລຸຢ່າງແຂງແຮງຂື້ນກວ່າເກົ່າ ໂດຍ: ອານຸສອນ ສິມວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ