ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ກອງພົນທີ 1 ປະກາດຮັບຮອງເອົາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ຫຼາຍກົມກອງ
ເວລາອອກຂ່າວ: 2023-10-13 10:56:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1467 | ຄວາມນິຍົມ:



ໃນວັນທີ 11 ຕຸລາ 2023 ທີ່ຜ່ານມານີ້, ຄະນະພັກກອງພົນທີ1 ໄດ້ຈັດພິທີປະກາດຮັບຮອງ ເອົາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ຫຼາຍຫົວໜ່ວຍກົມກອງທີ່ຂຶ້ນກັບ ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນ, ມີຄະນະພັກ-ຄະນະບັນຊາແຕ່ລະອົງການ, ກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນໄຊ ແກ້ວວິໄລວົງ ຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 1 ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກອງພົນທີ 1 ວ່າດ້ວຍການຮັບຮອງເອົາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ຂອງແຕ່ລະກົມກອງ ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI, ໝວດທີ VI, ມາດຕາ 31 ວ່າດ້ວຍສະໄໝກອງປະຊຸມໃຫຍ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ; ອີງຕາມຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຢູ່ບັນດາ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ; ອີງຕາມໜັງສືສະເໜີຂອງຄະນະພັກຮາກຖານຫ້ອງການເມືອງ ເລື່ອງຂໍອະນຸມັດຮັບຮອງເອົາ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ຄະນະໜ່ວຍທີ່ຂຶ້ນກັບຄະນະພັກຮາກຖານ. ດັ່ງນັ້ນ ຄະນະພັກກອງພົນທີ 1 ເຫັນດີຕົກລົງຮັບຮອງເອົາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຕ່າງໆ ຊຸດໃໝ່ ລະອຽດດັ່ງນີ້: ຄະນະພັກຮາກຖານຫ້ອງເສນາທິການ ປະກອບມີ 07 ສະຫາຍ ຄື: ສະຫາຍ ພັນເອກ ແສງເພັດ ແສງມະນີ, ພັນເອກ ໄຊຍະສອນ ແກ້ວໂຍທີ, ພັນໂທ ດາວອນ ຫຼ່ຽມພິມມະສອນ, ພັນໂທ ຄອນສະຫວັນ ແກ້ວຄໍາພອນ, ພັນໂທ ອຸ້ຍສໍາລານ ບົວພະທອງ, ພັນໂທ ເພັດຈິນດາ ປັງສະໄລ, ພັນໂທ ບຸນມາກ ວິໄລສານ, ຄະນະພັກຮາກຖານຫ້ອງພະລາທິການ ປະກອບມີ 07 ສະຫາຍ ຄື: ສະຫາຍ ພັນເອກ ພູວຽງ ດາວັນນະຮັກ, ພັນໂທ ຄໍາຫວານ ຈັນທະບຸນໄຊ, ພັນໂທ ທະວີສຸກ ພົມມະວົງສາ, ພັນໂທ ສີພັນດອນ ແກ້ວກັນຍາ, ພັນໂທ ໄຊສະຫວາດ ໄຊແກ້ວປະເສີດ, ພັນໂທ ໄຜ່ສີທົນ ສາຍມະນີວົງ, ພັນໂທ ບຸນສົມ ສຸລິທອງຄໍາ, ຄະນະພັກຮາກຖານຫ້ອງເຕັກນິກ ປະກອບມີ 07 ສະຫາຍ: ສະຫາຍ ພັນເອກ ບຸນທະໜອມ ອິນທະວົງ, ພັນໂທ ຄໍາສີ ໄຊສຸບັນ, ພັນໂທ ຄໍາຟອງ ວົງສູນທອງ, ພັນໂທ ອຸ່ນຄໍາ ສິງມະນີ, ພັນໂທ ວຽງວິໄລພົງ ກົງແກ້ວ, ພັນໂທ ສຸວັນໄຊ ເຊັດນາ, ພັນໂທ ຄໍາເພັດ ດວງຈັນ, ຄະນະໜ່ວຍພັກຮາກຖານກອງຮ້ອຍສືບຂ່າວ ປະກອບມີ 03 ສະຫາຍ ຄື: ສະຫາຍ ພັນຕີ ສົມພອນ ແກ້ວຕະມ໋ອງ, ພັນຕີ ແສງແກ້ວ ສອນດີ, ພັນຕີ ບິກ ແກ້ວມະນີ. ນອກນັ້ນຍັງປະກາດຮັບຮອງເອົາ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງເສນາທິການ ຈໍານວນ 04 ໜ່ວຍພັກ, ຫ້ອງພະລາທິການ ຈໍານວນ 06 ໜ່ວຍພັກ, ຫ້ອງເຕັກນິກ ຈໍານວນ 03 ໜ່ວຍພັກ ຕື່ມອີກ. ເພື່ອໃຫ້ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ໄດ້ຮຽກຮ້ອງໃຫ້ ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກແຕ່ລະກົມກອງ ສືບຕໍ່ຊີ້ນໍາໆພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ເປັນແຜນການອັນລະອຽດ ເພື່ອພ້ອມກັນຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ ພະນັກງານ, ສະມາຊະກພັກ, ນາຍ ແລະ ພົນທະຫານໃນກົມກອງໃຫ້ທົ່ວເຖິງ; ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະຕາມມະຕິຮັບຮອງໃຫ້ລະອຽດ, ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງຂອງແຕ່ລະສະຫາຍ; ສືບຕໍ່ປັບປຸງລະບຽບແບບແຜນວິທີເຮັດວຽກໃນໝູ່ຄະນະ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ເອົາໃຈໃສ່ການດໍາເນີນຮ່ວມຊີວິດພັກຂັນຈຸ-ໜ່ວຍ ໃຫ້ເປັນປົກກະຕິ ເພື່ອປັບປຸງແບບແຜນວິທີເຮັດວຽກຂອງສະມາຊິກພັກ ໃຫ້ປອດໃສຂາວສະອາດເປັນແບບຢ່າງໃຫ້ແກ່ມະຫານຊົນ; ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກໃນທຸກຂະບວນການເພື່ອສ້າງຄວາມເຊື່ອໝັ້ນຈາກມະຫາຊົນຕໍ່ກັບຄະນະພັກ; ເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະໃຫ້ແໜ້ນແຟ້ນ, ສາມັກຄີກັບອໍານາດການປົກຄອງທ້ອງຖິ່ນ, ກົມກອງອ້ອມຂ້າງໃຫ້ດີ ຕາມມູນເຊື້ອອັນສະຫງ່າງາມຂອງກອງທັບ. ຂຽນໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ