ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ຫົວໜ້າການທະຫານ ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບຢູ່ກອງພັນທີ9
ເວລາອອກຂ່າວ: 2023-10-13 13:20:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2204 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ10 ຕຸລາ 2023 ທີ່ຜ່າມານີ້, ສະຫາຍ ພົ.ວ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ4 ພ້ອມບັນດາພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ກອງພັນທີ9ທີ່ຂຶ້ນກັບກອງພົນທີ4 ໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັ.ທ ຄຳແຜ່ນ ໄຊຍະຄຳ ຫົວໜ້າການທະຫານກອງພັນ ພ້ອມຄະນະ, ມີພະນັກງານ-ນັກຮົບ ທົ່ວກອງພັນເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ. ສະຫາຍ ພົ.ວ ຂັນທີ ສະໜາມອຸ່ນ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຊິ່ງມີເນື້ອໃນຄວາມໝາຍສຳຄັນອັນໜັກແໜ້ນ ທັງນີ້ເຊິ່ງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງໄວວາ ສະຫຼັບສັບຊ້ອນເຊິ່ງຄາດເດົາໄດ້ຍາກ ໂດຍສະເພາະແມ່ນສະພາບພາຍໃນປະເທດ ແລະ ຂອບເຂດກົມກອງຮັບຜິດຊອບ ພວມປະສົບກັບບັນຫາທ້າທາຍ ເປັນຕົ້ນແມ່ນບັນຫາປະກົດການຫຍໍ້ທໍ້ ແລະ ເສດຖະກິດ - ສັງຄົມ ແລະ ອື່ນໆອີກ. ຕໍ່ກັບບັນຫາດັ່ງກ່າວນັ້ນ ມັນໄດ້ຮຽກຮ້ອງຕ້ອງການໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ, ສະມາຊິກພັກ-ນັກຮົບໃນທົ່ວກອງພັນທີ9 ຕ້ອງໄດ້ສ້າງຄວາມຕັດສິນໃຈ, ມີຄວາມກ້າຫານ, ມີຄວາມມານະອົດທົນ, ຍົກສູງສະຕິຊາດ ເປັນເຈົ້າຕົນເອງ, ຍົກສູງສະຕິກຽມພ້ອມສູ້ຮົບ, ພ້ອມຮັບມື ແລະ ສະກັດກັ້ນກັບສະພາບການດັ່ງກ່າວ ທີ່ຈະເກີດຂຶ້ນ ໃນກົມກອງ ກໍ່ຄື ສັງຄົມອ້ອມຂ້າງ, ຢຶດຖືເອົາຜົນປະໂຫຍດຂອງຊາດ, ຂອງກອງທັບ ແລະ ຂອງກົມກອງມາກ່ອນສະເໝີ, ຍອມເສຍສະຫຼະດ້ານເຫື່ອແຮງ ແລະ ຈິດໃຈ, ສຸມສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຢ່າງຕັ້ງໜ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເປັນເຈົ້າການຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫຼ່ຽມລາຍຂອງກຸ່ມຄົນທີ່ບໍ່ຫວັງດີ, ກວດສອບ, ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນຫຼ່ຽມລາຍວິທີການອື່ນໆ ຂອງກໍາລັງອິດທິປໍລະປັກໃຫ້ທັນການ ໃຫ້ມີປະສິດທິພາບສູງ; ຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ເຂັ້ມງວດ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ກຳນົດ 7 ລະບອບ18 ວຽກ ຂອງກອງທັບວາງອອກ, ປະຕິບັດແຜນລະບົບປະຈຳການ 3ຂັ້ນໃຫ້ເຂັ້ມງວດ ອອກແຮງປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາ, ພະນັກງານການນຳແຕ່ລະຂັ້ນຕະຫຼອດຮອດອ້າຍນ້ອງພາຍໃນກົມກອງ ໃຫ້ສູງຂຶ້ນກວ່າເກົ່າ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກຕ້ອງມີບາດກ້າວ ,ຂັ້ນຕອນ,ມີການກວດກາ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ຍຶດໝັ້ນການປະຕິບັດຕາມພາລະບົດບາດໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າສຶກສາອົບຮົບການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ ຍຶດເອົາວຽກງານອົບຮົມຫັດແອບ ນຳໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ມີຄວາມຊຳນິຊຳນານ, ຄ່ອງແຄ້ວ, ຮູ້ໝູນໃຊ້, ກຳໄດ້ທາງດ້ານພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ເອົາໃຈໃສ່ສ້າງວຽກງານພະລາທິການກັບທີ່ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງກົມກອງ ເປັນເຈົ້າການໝູນໃຊ້, ກວດກາວຽກງານເຕັກນິກ ຕ້ອງຮັບປະກັນໄດ້ດ້ານພາຫະນະ - ຍຸດໂທປະກອນສູ້ຮົບ,ຄຸ້ມຄອງ, ບໍ່ໃຫ້ເປ້ເພເສຍຫາຍໂດຍບໍ່ມີເຫດຜົນ ເພື່ອຮັບປະກັນເຂົ້າໃນວຽກງານສູ້ຮົບ ແລະ ສູ້ຮົບມີໄຊ ອີກເທື່ອໜຶ່ງກໍ່ເລັງໃສ່ ກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມຮັບຜິດຊອບ, ສ້າງໜ່ວຍພັກໃຫ້ມີຄວາມປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມກັນຫັນແນວທາງໃຫ້ເປັນກົດໝາຍ ຫັນແນວທາງໃຫ້ເປັນກົດລະບຽບ ແລະ ເພື່ອສ້າງກົມກອງເປັນກົມກອງທີ່ມີລະບຽບວິໄນເຂັ້ມງວດໃນຕໍ່ໜ້າແລະຍາວນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ