ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກຊາວໜຸ່ມກົມໃຫຍ່ການເມືອງກອງທັບ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ
ເວລາອອກຂ່າວ: 2019-04-08 10:04:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379584316 | ຄວາມນິຍົມ:



ໃນວັນທີ 5 ເມສາ 2019 ນີ້, ພະແນກຊາວໜຸ່ມກົມໃຫຍ່ການ ເມືອງກອງທັບ ໄດ້ຈັດຕັ້ງປາຖະ ກະຖາມູນເຊື້ອວັນສ້າງຕັ້ງຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14/4/1955- 14/4/2019) ໂດຍການເປັນປະ ທານ ແລະ ປາຖະກະຖາຂອງ ສະ ຫາຍພັນໂທ ສຸດໃຈ ມະຫາວົງ ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ ຮອງຫົວໜ້າຫ້ອງການ ຊາວໜຸ່ມກະຊວງປ້ອງກັນປະເທດ ມີຄະນະພັກ-ຄະນະບັນຊາທີ່ມາ ຈາກກົມ, ກອງ, ຫ້ອງການ, ຄະນະຊາວໜຸ່ມພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກົມໃຫຍ່ເຂົ້າຮ່ວມ. ສະຫາຍພັນໂທ ສຸດໃຈ ມະ ຫາວົງ ໄດ້ຍົກໃຫ້ເຫັນປະຫວັດ ການກຳເນີດ, ການປັບປຸງກໍ່ສ້າງ ເຕີບໃຫຍ່ເຂັ້ມແຂງ ແລະ ວີລະກຳ ຂອງຊາວໜຸ່ມປະຊາຊົນປະຕິ ວັດລາວ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະສ້າງສາພັດ ທະນາປະເທດຊາດຕະຫຼອດໄລ ຍະ 64 ປີຜ່ານມາ ເຊິ່ງຊາວໜຸ່ມ ລາວແຕ່ລະຮຸ່ນແມ່ນໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນພາລະ ກິດປະຕິວັດຂອງພັກ ໃນການເຕົ້າ ໂຮມຄວາມສາມັກຄີ, ສຶກສາອົບ ຮົມຖັນແຖວຊາວໜຸ່ມ-ໄວໜຸ່ມປະ ຕິບັດບົດບາດເປັນກຳລັງນຳໜ້າ ປະຈັນບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານ, ປະ ກອບສ່ວນອັນໃຫຍ່ຫຼວງເຂົ້າໃນ ພາລະກິດຕໍ່ສູ້ກູ້ຊາດ ເພື່ອຄວາມ ເປັນເອກະລາດແຫ່ງຊາດ, ຄວາມ ມີອິດສະຫຼະພາບ ແລະ ຄວາມ ຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າຕາມຄຳຂວັນທີ່ວ່າ “ຍອມຕາຍດີກວ່າເສຍ ເອກະລາດ, ບໍ່ຍອມໃຫ້ປະເທດ ຊາດຖືກຕັດແບ່ງ ແລະ ຄວາມປອງ ດອງຖືກທຳລາຍ” ພາຍຫຼັງປະ ເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ຖັນແຖວຊາວໜຸ່ມກໍໄດ້ເປັນເຈົ້າ ການປະກອບສ່ວນປະຕິບັດສອງ ໜ້າທີ່ຍຸດທະສາດຂອງພັກກໍຄື ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ເຊິ່ງຍາມໃດ ຊາວໜຸ່ມກໍໄດ້ສະແດງໃຫ້ເຫັນ ເຖິງບົດບາດອັນຕັ້ງໜ້າ, ເປັນກຳ ລັງແຮງສຳຄັນຕໍ່ການພັດທະນາ ແລະ ເປັນກະດູກສັນຫຼັງຂອງຊາດ ເປັນແຂນຂວາຂອງພັກ, ທັງເປັນ ຜູ້ສືບທອດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າຕະຫຼອດມາ. ທັງ ນີ້ກໍເພື່ອໂຄສະນາເຜີຍແຜ່ໃຫ້ສະ ມາຊິກຊາວໜຸ່ມທົ່ວກົມໃຫຍ່ການ ເມືອງກອງທັບ ໄດ້ຮັບຮູ້ເຊື່ອມຊຶມ ກຳແໜ້ນມູນເຊື້ອອົງອາດກ້າ ຫານແຫ່ງການເຕີບໃຫຍ່ຂະຫຍາຍ ຕົວຂອງຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີນ້ຳໃຈຮັກຊາດ ຮັກ ແລະ ຢຶດໜັ້ນອຸດົມການຂອງ ພັກຢ່າງໝັກແໜ້ນ ແລະ ເພື່ອເປັນ ພື້ນຖານບ່ອນອີງໃຫ້ແກ່ສະມາຊິກ ຊາວໜຸ່ມແຕ່ລະສະຫາຍໃນການ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ ແລະ ກາຍ ເປັນສະມາຊິກຊາວໜຸ່ມຜູ້ສືບ ທອດທີ່ດີຂອງກົມກອງ. ໂດຍ: ນາງ ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ