ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 26 ມີນາ 2025

  

ຫົວໜ້າວິທະຍາຄານການເມືອງວິທະຍາ ເຂດຊີອ່ານ ມະຫາວິທະໄລ ສປ ຢ້ຽມຢາມ ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2023-10-31 10:05:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1107 | ຄວາມນິຍົມ:



ສະຫາຍ ພັນເອກ ພິເສດ ຫູ ເວີ້ຍ ພິງ ຫົວໜ້າວິທະຍາຄານການເມືອງວິທະຍາເຂດຊີອ່ານ ມະຫາວິທະໄລ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໃນວັນທີ 27 ຕຸລາ 2023 ທີ່ຜ່ານ ນີ້, ໂດຍມີສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້ ທັງສ່ອງຝ່າຍໄດ້ຜັດປ່ຽນລາຍງານສະພາບຈຸດພິເສດພູມສາດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່, ການພັດທະນາເສດຖະກິດ - ສັງຄົມຂອງແຂວງໃຫ້ກັນ ແລະ ກັນຮັບຊາບໂດຍຫຍໍ້, ສະຫາຍ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ລາຍວ່າ: ແຂວງຫຼວງພະບາງແຫ່ຼງຜະລິດພະລັງງານໄຟຟ້າ 6 ແຫ່ງ, ມີກຳລັງຕິດຕັ້ງ 700,07 ເມກາວັດ, ສາມາດຜະລິດໄຟຟ້າທັງໝົດ 2.889,27 ຈີກາວັດໂມງຕໍ່ປີ, ໄລຍະຜ່ານມາກອງບັນຊາການທະຫານແຂວງຫຼວງພະບາງຍັງໄດ້ນຳໃຊ້ກຳລັງປ້ອງກັນບັນດາໂຄງການກໍ່ສ້າງເຄື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່ ແລະ ອືນໆມີ 16 ໂຄງການ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການລົງທຶນຂອງ ສປ ຈີນ, ພ້ອມນີ້ສະຫາຍຍັງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງຄັ້ງນີ້ຂອງ ຄະນະວິທະຍາຄານການເມືອງວິທະຍາ ເຂດຊີອ່ານ ມະຫາວິທະໄລ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງເປັນການເພີ້ມພູນຄູນສ້າງ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນຄວາມສາມັກຄີອັນດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ໂອກາດດັ່ງກ່າວ ສະຫາຍ ພັນເອກ ພິເສດ ຫູເວີ້ຍພິງ ຫົວໜ້າວິທະຍາຄານການເມືອງວິທະຍາເຂດຊີອ່ານ ມະຫາວິທະໄລ ກອງທັບປົດປ່ອຍປະຊາຊົນຈີນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ອົບອຸ່ນ, ພ້ອມກ່າວວ່າ ການມາຢ້ຽມຢາມຄັ້ງນີ້ມີ 3 ຈຸດປະສົງຄື: ເພີ່ມທະວີຄວາມສຳພັນສາມັກຄີ, ເພື່ອແລກປ່ຽນບົດຮຽນ ແລະ ເພື່ອພົບປະວາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງເຊື່ອເຊີນຄະນະຜູ້ແທນກອງບັນຊາການທະຫານແຂວງຫຼວງພະບາງ ໄປຢ້ຽມຢາມແລກປ່ຽນບົດຮຽນຢູ່ ສປ ຈີນ ໃນໂອກາດທີີເໝາະສົມ ແລະ ຍິນດີໃຫ້ການຊ່ວຍເຫືຼອກໍ່ສ້າງບຸກຄະລາກອນທາງດ້ານວິຊາການ ຕື່ມອີກ. ຂ່າວ: ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ