ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ສະຫາຍ ຮອງກົມໃຫຍ່ເສນາທິການກອງທັບ ຢ້ຽມຢາມ ແລະ ໂອ້ລົມ ພະນັກງານຫຼັກແຫຼ່ງ ກອງພົນທີ 4
ເວລາອອກຂ່າວ: 2023-10-31 11:42:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1294 | ຄວາມນິຍົມ:



ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ4 ໃນວັນທີ 29 ຕຸລາ 2023 ທີ່ຜ່ານມານີ້, ໂດຍມີ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນ, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນ, ມີຄະນະພັກ-ຄະນະບັນຊາກອງພົນ,ອົງການ 5 ຫ້ອງ, ຄະນະບັນຊາກອງພັນນ້ອຍ,ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງພົນທີ 4 ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ຮອງກົມໃຫຍ່ເສນາທິການກອງທັບໄດ້ໂອ້ລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານທີ່ກອງພົນທີ 4 ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຄະນະພັກ-ຄະນະບັນຊາ ພ້ອມພະນັກງານທຸກຂັ້ນກອງພົນທີ4 ຕ້ອງຍົກສູງການນໍາພາຢ່າງຮອບດ້ານສຸມໃສ່ວຽກງານກຽມພ້ອມສູ້ຮົບ, ຕອບຕ້ານໄພພິບັດ, ວຽກງານປ້ອງກັນເປົ້າໝາຍ, ການປ້ອງກັນຍຸດທະສາດປ້ອງກັນຊາດ ແລະ ສ້າງເຂດຍຸດທະສາດປ້ອງກັນຊາດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນເພື່ອຮັບປະກັນໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ພາຍໃນມີຄວາມເຂັ້ມແຂງ ປັບປຸງແບບແຜນວິທີເຮັດວຽກ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອພິລະອາດຫານ ດຸໝັ່ນຂະຫຍັນພຽນ ບົນຈິດໃຈເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂື້ນເລື້ອຍໆ ເພື່ອພ້ອມກັນສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝເທື່ອລະກ້າວ ພ້ອມກັນນັ້ນກໍ່ຕ້ອງຍົກສູງສະຕິລະວັງຕົວກໍາແໜ້ນທຸກສະພາບການເພື່ອສະກັດກັ້ນສະພາບການທີ່ອາດເກີດຂື້ນໃຫ້ທັນກັບເວລາຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກ່ວາເກົ່າ ແຕ່ປັດໄຈຕ້ອງຍົກສູງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນມີແບບແຜນວີທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເປັນແບບຢ່າງໃນທຸກຂົງເຂດວຽກງານ ພ້ອມກັນປັບປຸງກໍ່ສ້າງກໍາລັງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ເປັນລະບຽບຮຽບຮ້ອຍເພື່ອໃຫ້ມີບາດກ້າວໃໝ່,ຝຶກແອບກໍາລັງແຮງກາຍ,ສຸມໃສ່ເຝິກແອບຮໍ່າຮຽນທາງດ້ານສິນລະປະຍຸດ - ຍຸດທະວິທີ ເພື່ອໃຫ້ມີຄວາມຊໍານິຊໍານານມີໄຫວພິກທີ່ຄ່ອງແຄ້ວພ້ອມກັນເຮັດສໍາເລັດໜ້າທີ່ທີ່ຂັ້ນເທີງມອບໝາຍໃຫ້. ພາບ - ຂ່າວ ຮອ ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ