ຫົວໜ້າການເມືອງກອງພົນທີ 1 ລົງພົບປະໂອ້ລົມ ພະນັກງານນັກຮົບ ຢູ່ ກອງພັນ13
ເວລາອອກຂ່າວ: 2023-10-31 13:52:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1500 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 1 ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ຢູ່ກອງພັນ13 ໃນວັນທີ 26 ຕຸລາ 2023 ນີ້, ເນື່ອງໃນໂອກາດສ້າງຜົນງານ, ສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 02 ທັນວາ ຄົບຮອບ 48 ປີ, ຮັບຕ້ອນ 75 ປີ ແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ ແລະ ວັນສ້າງຕັ້ງກອງພົນທະຫານຮາບທີ1 ຄົບຮອບ 39 ປີ ( 12 ກຸມພາ 1995 – 12 ກຸມພາ 2024 ) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນເລິກເຊິ່ງ, ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ພັນໂທ ສີສົມພອນ ອ່ອນລັດບຸນມີ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ13 ພ້ອມຄະນະ.
ໃນໂອກາດສໍາຄັນນີ້, ຫົວໜ້າການເມືອງກອງພົນ ກໍ່ໄດ້ຮັບຟັງການລາຍງານຫຍໍ້ ຂອງ ສະຫາຍ ຫົວໜ້າການເມືອງກອງພັນ13 ກ່ຽວກັບສະພາບການເຄື່ອນໄຫວພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງກົມກອງຕະຫຼອດໄລຍະຜ່ານມາ; ຈາກນັ້ນ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ກໍ່ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ສະຫາຍໄດ້ຍົກໃຫ້ຮູ້ ສະພາບການທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ສະພາບການຂອງໂລກ; ພາກພື້ນ; ພາຍໃນປະເທດ ແລະ ຂອບເຂດກົມກອງຮັບຜິດຊອບ ເຊິ່ງມີຫຼາຍເຫດການເກີດຂຶ້ນ ມີທັງກາລະໂອກາດທີ່ເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ສົ່ງຜົນສະກະທົບຕໍ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນ ການປັບປຸງກໍ່ສ້າງກຳລັງປະກອບອາວຸດຂອງພວກເຮົາ; ພ້ອມນີ້ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນໂດດເດັ່ນທີ່ກອງພັນ13 ຍາດມາໄດ້ໃນໄລຍະຜ່ານມາ ແລະ ກ່າວວ່າ: ຍ້ອນທຸກສະພາບແວດລ້ອມມີການປ່ຽນແປງຢູ່ຕະຫຼອດເວລາ; ກອງພັນ 13 ແມ່ນກໍາລັງຫຼັກແຫ່ງ ທີ່ຂຶ້ນກັບກອງພົນທະຫານຮາບທີ 1 ເຊິ່ງນອນຢູ່ໃນກໍາລັງປະກອບອາວຸດກອງທັບປະຊາຊົນລາວ, ເປັນກອງກໍາລັງທີ່ສໍາຄັນ ເຮັດໜ້າທີ່ຮັບປະກັນໃນການກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ ແລະ ແກ້ໄຂສະພາບຄວາມບໍ່ສະຫງົບຢູ່ໃນຂອບເຂດກອງພົນຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ; ນອກນັ້ນເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ພວກເຮົາຄະນະພັກ - ຄະນະບັນຊາ, ພະນັກງານ - ນັບຮົບປະຕິວັດກອງທັບປະຊາຊົນລາວ ຕ້ອງໄດ້ເພີ່ມທະວີບົດບາດຄວາມຮັບຜິດຊອບຂອງຕົນ, ເປັນເຈົ້າການນຳພາ-ຊີ້ນໍາ ແລະ ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ; ທຸກຂະບວນການ, ຍົກສູງນໍ້າໃຈໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີອັນດູດດື່ມກົມກຽວ; ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ແລະ ແທດເຖິງທຸກເປົ້າໝາຍ; ເຮັດວຽກຕ້ອງມີການນໍາພາ-ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ສະຫຼຸບລາຍງານ ຢ່າງຖືກຕ້ອງສອດຄ່ອງ, ເປັນລະບົບຂັ້ນຕອນ; ເພີ່ມທະວີການສຶກສາອົບຮົບການເມືອງນໍາພາແນວຄິດ ແລະ ອອກແຮງປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ໂດຍຖືເອົາການອົບຮົມ-ຫັດແອບການເມືອງ, ການທະຫານເປັນປະຈໍາທຸກໆໄຕມາດ; ອອກແຮງເຄື່ອນໄຫວເກັບກໍາສະພາບການ ແລະ ຊ່ວຍເຫຼືອປະຊາຊົນແກ້ໄຂຊີວິດການເປັນຢູ່ ແລະ ຊ່ວຍເຫຼືອດ້ານຕ່າງໆຢ່າງຕັ້ງໜ້າ ໂດຍການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມທິດນໍາຂອງພັກ,ໄປພ້ອມກັບການກໍ່ສ້າງພັກ ຕາມ 05 ຫຼັກການ, 03 ທິດນໍາຂອງພັກ ແລະ ກໍ່ສ້າງພະນັກງານ 03 ຮຸ່ນ, ຕິດພັນແໜ້ນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 03 ປອດ, ກອງວັດທະນະທໍາ-ນັກຮົບວັດທະນະທໍາ; ນອກນັ້ນກໍ່ລົງເລິກຂະບວນການປູກຝັງລ້ຽງສັດ, ຂະບວນການສິລະປະ-ວັນນະຄະດີ, ກິລາ ເພື່ອສ້າງບັນຍາກາດຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນຢ່າງແທ້ຈິງ.
ການລົງມາໂອ້ລົມ ຂອງ ສະຫາຍ ຫົວໜ້າການເມືອງກອງພົນໃນຄັ້ງນີ້ ເພື່ອເປັນການປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ ຂອງຄະນະພັກທຸກຂັ້ນ, ພະນັກງານ-ນັກຮົບທຸກສະຫາຍໃຫ້ຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກົມກອງ ກໍ່ຄືໜ້າທີ່ຄວາມຮັບຜິດຊອບຂອງຕົນເອງ; ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ສາມັກຄີປອງດອງ, ສັດຊື່ບໍລິສຸດ, ມີຫົວຄິດປະດິດສ້າງ ແລະ ມີຄວາມຕື່ນຕົວປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກໜ້າທີ່ວຽກງານ, ທຸກຂະບວນການຂອງກົມກອງ; ເພື່ອພ້ອມສ້າງກອງທັບປະຕິວັດ ໃຫ້ເຂັ້ມແຂງຮອບດ້ານ ແລະ ກ້າວສູ່ທັນສະໄໝ.
ຂຽນໂດຍ: ໂກຮັງ ພັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ