ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ຮອງເລຂາພັກແຂວງ ສະຫວັນນະເຂດ ລົງກວດກາພື້ນທີ່ຢູ່ຈຸດສຸມຄໍາປ່າແໜ
ເວລາອອກຂ່າວ: 2023-11-16 15:02:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1920 | ຄວາມນິຍົມ:



ໃນວັນທີ 14 ພະຈິກ 2023 ນີ້, ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາຂົງເຂດວຽກງານພັກ-ພະນັກງານ ແຂວງສະຫວັນນະເຂດ ພ້ອມດ້ວຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ແລະ ສະຫາຍ ພົນຈັດຕະວາ ສົມໝາຍ ພົມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມເບິ່ງພື້ນທີ່ຕົວຈິງ ຢູ່ຈຸດສຸມຄໍາປ່າແໜ ບ້ານເປົ້າໝາຍທຸກຍາກຂອງເມືອງຊົນນະບູລີ ເພື່ອພັດທະນາໃຫ້ເປັນກາຍເປັນສູນຜະລິດກະສິກໍາ ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ຕັ້ງເປັນຄ້າຍທະຫານຂອງກອງບັນຊາການທະຫານແຂວງ.ໂດຍມີພະແພກກະສິກໍາ ແລະ ປ່າໄມ້ແຂວງ, ເຈົ້າເມືອງຊົນນະບູລີ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມຕິດຕາມ. ບ້ານຄໍາປ່າແໜ ເປັນບ້ານເປົ້າໝາຍທຸກຍາກຂອງເມືອງຊົນນະບູລີ; ມີ 150 ຫຼັງຄາເຮືອນ, ມີ 159 ຄອບຄົວ ປະຊາກອນ 907 ຄົນ, ຍິງ 438 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດນາປີ, ເງື່ອນໄຂທາງດ້ານການຜະລິດ ຂອງບ້ານມີເນື້ອທີ່ນາປີທັງຫມົດ 310 ຮຕ, ໃນນັ້ນມີເນື້ອທີ່ລວມທີ່ລັດໄດ້ບຸກເບີກໃຫ້ 136,18 ຮຕ. ໜອງສະທັງຫມົດ 114 ໜອງ, ໜອງລວມ 19 ໜອງ.ທ່າແຮງໃນການຜະລິດປະຊາຊົນພາຍໃນບ້ານມີຄວາມຊິນເຄີຍໃນການຜະລິດເປັນສ່ວນຫຼາຍ ເຊິ່ງການລົງເບິ່ງພື້ນທີ່ຕົວຈິງຄັ້ງນີ້ ບັນດາຄະນະການນໍາຂອງແຂວງ ແລະ ພາກສ່ວນຕ່າງໆທີ່ເຂົ້າຮ່ວມ ແມ່ນໄດ້ມີການຍ່າງສໍາຫຼວດເບິ່ງໜອງລວມຂອງບ້ານ ແລະ ສະຖານທີ່ຈະພັດທະນາໃຫ້ກາຍເປັນສູນຜະລິດກະສິກໍາຂອງກອງບັນຊາການປ້ອງຄວາມສະຫງົບແຂວງ ຢູ່ພາຍໃນບ້ານ. ພ້ອມທັງມີການຍ່າງສໍາຫຼວດເບິ່ງສະຖານທີ່ເພື່ອຈັດສັນເປັນຄ້າຍທະຫານຂອງກອງບັນຊາການທະຫານແຂວງ ແລະ ສະຖານທີ່ບ່ອນຈະສ້າງຝາຍເພື່ອເກັບກັກນໍ້າໄວ້ໃຊ້ໃນລະດູແລ້ງຢູ່ຈຸດສຸມດັ່ງກ່າວ. ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແຜນພັດທະນາຊົນນະບົດ,ແກ້ໄຂຄວາມທຸກຍາກ ຂອງແຂວງ ທີ່ມີທິດໃນການຫັນເອົາ 2 ກໍາລັງ ປກຊ-ປກສ ລົງກໍ່ສ້າງຮາກຖານຢູ່ບັນດາຈຸດສຸມຢ່າງແຂງແຮງ, ເພື່ອນໍາເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ລົງຊຸກຍູ້ເຜີຍແຜ່ເຊື່ອມຊຶມໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ເຮັດໃຫ້ປະຊາຊົນມີຄວາມຕືນຕົວ ແລະ ຫ້າວຫັນຢ່າງແຂງແຮງໃນການສ້າງເສດຖະກິດຄອບຄົວຂອງຕົນເອງຕາມທ່າແຮງ ເພື່ອໃຫ້ຄອບຄົວມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ພາບ-ຂ່າວ:ວິລະພົງ ເທບໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ