
ທະຫານແຂວງສາລະວັນ ເຊື່ອມຊຶມ ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI
ເວລາອອກຂ່າວ: 2023-11-16 15:28:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4260 | ຄວາມນິຍົມ:
ໃນວັນທີ 16 ພະຈິກ 2023 ນີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI. ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ສາລະວັນ, ມີສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຄະນະປະຈໍາພັກ ຮອງການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີສະຫາຍຄະນະພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງອ້ອມຂ້າງ ກອງບັນຊາການ, ກອງພັນລວມ, ໂຮງຮຽນ,ໂຮງໝໍ, ໜ່ວຍງານ, ເລຂາໜ່ວຍພັກກອງຮ້ອຍເອກກະລາດ ທີ່ຂື້ນກັບກອງບັນຊາການທະຫານແຂວງສາລະວັນເຂົ້າຮ່ວມ.
ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງແນະນໍາວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກໄລຍະກາງສະໄໝ, ບົດລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025, ບົດສໍາຫຼວດການນໍາພາລວມ ໄລຍະກາງສະໄໝຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ບົດຄວາມເຫັນສະຫຼຸບວາລະເປີດກວ້າງ ແລະ ວາລະພາຍໃນຂອງສະຫາຍເລຂາທິການໃຫຍ່, ມະຕິເລກທີ 05/ຄບສພ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ, ແຜນດໍາເນີນງານ ເພື່ອຜັນຂະຫຍາຍມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບ ດ້ານໃນການນໍາພາຂອງພັກ, ຄໍາສັ່ງວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເພີ້ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ຄໍາສັ່ງຂອງກະຊວງປ້ອງກັນປະເທດວ່າດ້ວຍການເພີ່ມທະວີນໍາພາປັບປຸງວຽກງານການກຽມພ້ອມສູ້ຮົບ.
ຈຸດປະສົງຂອງການເຊື່ອມຊຶມເອກະສານໃນຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານສະມາ ຊິກພັກແຕ່ລະຂັ້ນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນຄາດໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ແລະ ມະຕິຕ່າງໆທີ່ສູນກາງ ແລະ ກະຊວງປ້ອງກັນປະເທດ ວາງອອກໄປຜັນຂະຫຍາຍຢູ່ອົງການ, ກົມກອງໃຫ້ກ້າວເຂົ້າສູ່ລວງເລີກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເປັນຮູບປະທຳ ໂດຍຫັນເປັນແຜນງານ, ໂຄງການລະອຽດ, ມີແຜນວຽກຈຸດສຸມຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ກອງປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 1 ວັນ ຈິ່ງຈະສຳເລັດ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ