ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ທະຫານແຂວງອັດຕະປື ລາຍງານການກະກຽມຄວາມພ້ອມ ໃນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2023-11-16 15:34:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5769 | ຄວາມນິຍົມ:



ໃນວັນທີ 14 ພະຈິກ 2023 ນີ໊, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດກອງປະຊຸມລາຍງານການກະກຽມຄວາມພ້ອມ ໃນການສະເຫີຼມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ແລະ ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອັດຕະປື ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ບັນດາອະນຸກໍາມະການຕ່າງໆ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ມີຄະນະພັກກອງບັນຊາການ, ຄະນະພັກຫ້ອງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອເຮັດໃຫ້ການກະກຽມ ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີຜົນສຳເລັດສູງ. ຄະນະປະຈຳພັກແຂວງອອກມະຕິຕົກລົງ ອະນຸມັດແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ປະກອບ ມີ 19 ສະຫາຍ ຄື: ສະຫາຍ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ຮັກສາການເຈົ້າແຂວງ ເປັນຫົວໜ້າ, ສະຫາຍ ນ. ມິນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາເຂດເລືອກຕັ້ງທີ 17 ເປັນຮອງ, ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງເປັນຮອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມຂັ້ນກອງບັນຊາການທະຫານແຂວງ. ນອກຈາກນັ້ນແມ່ນເປັນຄະນະຮັບຜິດຊອບລວມ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມຂັ້ນກອງບັນຊາການ ມີ 7 ສະຫາຍ ແລະ ບັນດາອະນຸກຳມະການຕ່າງໆ ລວມມີ 11 ໜ້າວຽກ ຄື: ອະນຸກຳມະການເນື້ອໃນ ແລະ ພິທີການ, ອະນຸກຳມະການດຳເນີນຊິວິດການເມືອງ ແລະ ປາຖະກະຖາ, ອະນຸກຳມະການໂຄສະນາ ແລະ ສ້າງຂະບວນການຕ່າງໆ, ອະນຸກຳມະການເສດຖະກິດ,ອະນຸກຳມະການປ້ອງກັນຄວາມສະຫງົບ, ອະນຸກຳມະການຮັບແຂກ, ອະນຸກຳມະການນະໂຍບາຍ ແລະ ຍ້ອງຍໍສັນລະເສີນ, ອະນຸກຳມະການວາງພວງມະລາ, ອະນຸກຳມະການຮັກສາສຸຂະພາບ, ອະນຸກຳມະການສົ່ງບັດເຊີນ ແລະ ອະນຸກຳມະການຈັດຕັ້ງພິທີ. ທັງນີ້ກໍ່ເພື່ອເຮັດໃຫ້ການກະກຽມພິທີການດັ່ງກ່າວ ໃຫ້ມີລະບຽບແບບແຜນ, ມີຄວາມສະອາດຈົບງາມ, ມີຄວາມສະຫງົບສຸກ ແລະ ໃຫ້ບັນລຸຜົນສຳເລັດໄປຕາມແຜນການທີ່ຂັ້ນເທິງວາງໄວ້. ໂດຍ: ຕິ໋ມພອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ