
ຫ້ອງສຶກສາ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະຫຼຸຸບວຽກງານຮອບດ້ານ ປະຈໍາປີ2023
ເວລາອອກຂ່າວ: 2023-11-16 15:41:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6889 | ຄວາມນິຍົມ:
ວັນທີ 15 ພະຈິກ 2023 ນີ້, ຫ້ອງສຶກສາ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ, ມີສະຫາຍ ພັນເອກ ຄູຂັນ ແກ້ວບູນມີ ຫົວໜ້າຫ້ອງສຶກສາໂຮງຮຽນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ກອງພັນ ຕະຫຼອດຮອດພະນັກງານ-ນັັກຮົບ, ຄູ-ອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມໄຊ ສີລິວັດ ຮອງຫົວໜ້າ ຫ້ອງສຶກສາໂຮງຮຽນ ໄດ້ຂຶ້ນສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ໃຫ້ຮູ້ວ່າ: ຫ້ອງສຶກສາແມ່ນຫ້ອງໜື່ງທີ່ມີບົດບາດສຳຄັນໃຫ້ແກ່ການເຮັດສຳເລັດໜ້າທີ່ການເມືອງອັນຕົ້ນຕໍຂອງໂຮງຮຽນ ໃນການກໍ່ສ້າງຮຸ່ນສືບທອດ ໃຫ້ກອງທັບປະຊາຊົນລາວ ແລະ ປະຕິບັດວຽກງານໂດຍປີ່ນອ້ອມ 4 ໜ້າທີ່ໃຫ່ຍໃຫ່ຍ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນນີ້ ໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ ໃນການກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພະນັກງານ-ນັກຮົບ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນໄລຍະໃໝ່,ຈັດຕັ້ງປະຈຳການ 3 ຂັ້ນ 3 ພາວະຕາມຄຳສັ່ງຂອງຂັ້ນເທິງເຮັດໃຫ້ສະພາບກົມກອງມີຄວາມສະຫງົບປອດໄພ 100%, ພ້ອມນີ້ ໄດ້ຫັນລົງກໍ່ສ້າງຮາກຖານຕາມຂອບເຂດຄວາມຮັບຜິດຊອບ ເຫັນວ່າມີຄວາມສະຫງົບໂດຍພື້ນຖານ ໃນນີ້ໄດ້ຊ່ວຍເຫຼືອວັດຖຸ, ອຸປະກອນຮັບໃຊ້ຫ້ອງການບ້ານເປັນເງິນ 4.200.000 ກີບ ແລະ ຍັງມີວຽກງານປີ່ນອອ້ມອື່ນຂອງກົມກອງກໍ່ມີຜົນສຳເລັດເປັນຢ່າງສູງ,ພ້ອມນີ້ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນ ສາມາດປະເມີນໄດ້ດັ່ງນີ້: ນັກຮຽນຊັ້ນມ6 ,ມ7 ເສັງໄດ້ 100% ທຽບໃສ່ແຜນການແມ່ນລື່ນຄາດໝາຍ, ຄະແນນຄຸນະພາບ 7 ຂື້ນເມືອ 110 ສະຫາຍ = 18,99%,ນັກຮຽນເກັ່ງເສັງຂັ້ນເມືອງ 4 ສະຫາຍ, ຂັ້ນແຂວງໄດ້ອັນດັບ 1 ແລະ ສອບເສັງຄວາມຮູ້ອາຊຽນລະດັບຊາດ 1 ຄັ້ງ, ສ້າງຄູສອນດີ-ສອນເກັ່ງໄດ້ 60 ສະຫາຍ, ສ້າງຊາວໜຸ່ມນຳໜ້າ 4 ບຸກໄດ້ 100% ສ້າງໜ່ວຍແມ່ຍິງ 3 ດີປະເພດ 1 ໄດ້ 76 ສະຫາຍ, ຫ້ອງສ້າງລາຍຮັບໄດ້ 45.691.000 ກີບ, ພ້ອມນີ້ຍັງໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ຄູ-ອາຈານ ທີ່ເຈັບເປັນ, ເຂົ້າໂຮງໝໍ, ແຕ່ງງານໃໝ່, ເກີດລູກ ແລະ ອື່ນໆ ເປັນເງິນ 6.300.000 ກີບ, ພະນັກງານໄດ້ຮັບການຍ້ອງຍໍປະເພດຕ່າງໆ, ຈາກຜົນງານດັ່ງກ່າວພະນັກງານໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນຈຳນວນ 26 ສະຫາຍ ແລະ ສາມາດຄັດເລືອກຄຸນນະພາບແຂງໄດ້ 126 ສະຫາຍ, ກາງ 2 ສະຫາຍ, ກອງປະຊຸມຍັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ ແລະ ພ້ອມກັນປະກອບຄຳເຫັນ ແລກປ່ຽນ ຖອດຖອນບົດຮຽນບາງເນື້ອໃນ ເພື່ອເປັນທິດທາງປັບປຸງແກ້ໄຂໃຫ້ມີຄຸນນະພາບດີຂຶ້ນໄປເລື້ອຍໆ.
ໂອກາດດັັ່ງກ່າວ, ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ມີຄວາມເຫັນໂອ້ລົມໃນຫຼາຍບັນຫາ ເຊີ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ ພະນັກງານ ຄູ-ອາຈານ ທີ່ເຮັດສຳເລັດໜ້າທີ່ເປັນຢ່າງດີ ແລະ ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ກໍ່ຄືບັນດາ ຄູ-ອາຈານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະໃຫ້ເລິກເຊິ່ງເຖິງຖອງຕໍ່ວຽກງານການສຶກສາໃນໄລຍະໃໝ່, ຮັດແໜ້ນຄວາມສາມັກຕີພາຍໃນໃຫ້ແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກທີ່ສອດຄ່ອງກັບວິທະຍາສາດ, ເອົາໃຈໃສ່ຄົົນຄວ້າສິດສອນ, ຖອດຖອນບົດຮຽນ ແລະ ອອກ ແຮງແຂ່ງຂັນກັນ ສ້າງຕົນກາຍເປັນຄູ ສອນດີ ສອນເກັ່ງ ຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ພ້ອມກັນນຳເອົາແຜນການໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂດຍ: ຄຳແປງ ຟອງສາຍໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ