ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຈັດຕັ້ງຮັບປະກັນເຂົ້າກິນ ປີ 2023
ເວລາອອກຂ່າວ: 2023-11-16 15:54:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8212 | ຄວາມນິຍົມ:



ວັນທີ 14 ພະຈິກ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນ ວຽກງານຈັດຕັ້ງຮັບປະກັນເຂົ້າກິນ ປີ 2023 ແລະ ແຜນຮັບປະກັນເຂົ້າກີນ ປີ 2024, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງ ພະນັກງານວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາແຫວນ ມະຫາໄຊ ຫົວໜ້າພະແນກອຸປະໂພກ ຫ້ອງການບໍລິຫານກົມໃຫຍ່ເສນາທິການ ໄດ້ຜ່ານບົດສະຫຼຸບລາຍງານວຽກງານຈັດຕັ້ງຮັບປະກັນເຂົ້າກິນ ປີ 2023 ແລະ ແຜນຮັບປະກັນເຂົ້າກີນ ປີ 2024, ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດ ຈາກອົງການຈັດຕັ້ງຂັ້ນເທິງ ການຕອບສະໜອງດ້ານງົບປະມານຄ່າເຂົ້າປະຈໍາປີ ແລະ ໃນການຊໍາລະຂາດຕົວ, ສອດຄ່ອງກັບຈໍານວນພົນຕົວຈິງ ຕາມການຢັ້ງຢືນຂອງກົມການເງິນ, ກົມອຸປະໂພກ ແລະ ພາກສ່ວນກົມກອງທີ່ກ່ຽວຂ້ອງ, ດ້ານວຽກງານການຮັບປະກັນເຄື່ອງວັດຖຸ ອຸປະໂພກ-ບໍລິໂພກ ແລະ ແຜນຮັບປະກັນເຂົ້າກິນ ແມ່ນໄດ້ຈັດຕັ້ງຮັບ ເບີກຈ່າຍຖືກຕ້ອງຕາມຫຼັກການປະກອບລະບອບອັດຕາທີ່ຂັ້ນເທິງວາງອອກ, ມີຄະນະກໍາມະການຈັດຊື້ເຂົ້າ ຂອງກົມໃຫຍ່ເສນາທິການ ໄດ້ລົງຕິດຕາມກວດກາຊຸກຍູ້ບັນດາ ໂຮງສີເຂົ້າ ແລະ ບັນດາກົມກອງທີ່ຂິຶ້ນກັບຢ່າງເປັນປົກກະຕິ, ພະນັກງານ-ນັກຮົບ ຄອບຄົວຈໍານວນໜຶ່ງໄດ້ເບິກຈ່າຍເງິນຄ່າເຂົ້າໄປພ້ອມກັບເງິນ ເດືອນ ຂອງແຕ່ລະເດືອນ ມີຄວາມສະດວກ ແລະ ໄດ້ຮັບເປັນປົກກະຕິ ພ້ອມນັ້ນຍັງໄດ້ຮັບ ການຮ່ວມມືຈາກບັນດາໂຮງສີເຂົ້າ ຄູ່ສັນຍາແມ່ນໄດ້ດີສົມຄວນ, ສາມາດຕອບສະໜອງເຂົ້າກິນໃຫ້ບັນດາກົມກອງ ຕາມຄວາມຮຽກຮ້ອງຕ້ອງການ ແລະ ທ່ວງທັນກັບເວລາ ເຊິ່ງປັດຈຸບັນ ມີ 2 ໂຮງສີ ປະຕິບັດໄດ້ຄົບຕາມສັນຍາ ສໍາເລັດໄປດ້ວຍດີ. ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ມີຄໍາເຫັນໂອລົມຕໍ່ກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ ບັນດາພະນັກງານວິຊາສະເພາະ ແລະ ໂຮງສີເຂົ້າຜູ້ປະກອບການຄູ່ສັນຍາ ທີ່ຕອບສະໜອງເຂົ້າໃຫ້ບັນດາກົມກອງ ຈົ່ງປະຕິບັດຕາມສັນຍາທີ່ວາງອອກຢ່າງເຂັ້ມງວດ ຮັບປະກັນການສົ່ງເຂົ້າໃຫ້ໄດ້ຕາມຈໍານວນ ແລະ ມີຄຸນນະພາບ ເຮັດໃຫ້ບັນດາກົມກອງໄດ້ຮັບອັດຕາຕາມທີ່ ຂັ້ນເທິງມອບໃຫ້ ບັນດາກົມກອງ ກໍ່ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ກວດກາຄືນກ່ຽວກັບເຄື່ອງ ອຸປະໂພກ-ບໍລິໂພກ ເພື່ອນໍາໄປຕອບສະໜອງໃຫ້ອ້າຍນ້ອງໃນກົມກອງໄດ້ຮັບຕົວຈິງ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ