
ກອງສິລະປະກອນກອງທັບ ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານ
ເວລາອອກຂ່າວ: 2023-11-16 16:14:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7894 | ຄວາມນິຍົມ:
ວັນທີ 16 ພະຈິກ 2023 ນີ້, ກອງສິລະປະກອນກອງທັບ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ເລຂາໜ່ວຍພັກ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ສຸວັນນີ ດວງປະເສີດ ເລຂາຄະນະພັກຮາກຖານ ກອງສິລະປະກອນກອງທັບ, ມີຄະນະພັກກົມ, ຫ້ອງການ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ເລຂາຄະນະພັກຮາກຖານ ໄດ້ຂຶ້ນຜ່ານບົດລາຍການເມືອງທັງສອງພາກ ຕໍ່ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກຮາກຖານ ກອງສິລະປະກອນກອງທັບວ່າ: ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກໄດ້ຖືເປັນສຳຄັນໃນການສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເປັນຕົ້ນຕໍ ໂດຍຖືເອົາການຄົ້ນຄວ້າ ແລະ ນຳໃຊ້ທິດສະດີ ທີ່ມີວິທະຍາສາດ ຕິດພັນກັບພຶດຕິກໍາ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຜນພັດທະນາເສດກິດ-ສັງຄົມ, ກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບມາສຶກສາຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນແບບແຜນການນຳພາໃຫ້ປະກົດຜົນເປັນຈິງ ເຊິ່ງໄດ້ເຮັດໃຫ້ ພະນັກງານ-ນັກຮົບທຸກຄົນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແນວຄິດຮັກຊາດອັນດູດດື່ມ, ຫ້າວຫັນຕໍ່ໜ້າທີ່ ວິຊາສະເພາະຂອງຕົນ ດ້ວຍຜົນສຳເລັດອັນຈົບງາມ. ໃນ 5 ປີຜ່ານມາ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ໃນການກໍ່ສ້າງພະນັກງານ-ວິຊາການ, ນັກສະແດງລຸ້ນສືບທອດຢ່າງຕໍ່ເນື່ອງ ໂດຍໄດ້ຮັບທຶນຮຽນກໍ່ສ້າງຢູ່ ສສ ຫວຽດນາມ 31 ທຶນ, ຮຽນບຳລຸງ 3 ເດືອນ 22 ທຶນ, ຮຽນຈົບລະບົບກໍ່ສ້າງຢູ່ຕ່າງປະເທດ 6 ສະຫາຍ ແລະ ກໍ່ສ້າງພະນັກງານນຳພາເລັ່ງລັດ ຢູ່ວິທະຍາຄານໄກສອນ ພົມວິຫານ 1 ສະຫາຍ ເຊິ່ງໄດ້ເຮັດໃຫ້ຖັນແຖວພະນັກງານ, ວິຊາການ-ວິຊາສະເພາະ ຢູ່ໃນກົມກອງມີລະດັບຊັ້ນກາງ, ຊັ້ນສູງ, ປະລິນຍາຕີເພີ່ມຂຶ້ນ ແລະ ໄດ້ຊັບຊ້ອນເຂົ້າບັນດາ ພະແນກ ວິຊາສະເພາະ ຕາມໂຄງປະກອບການຈັດຕັ້ງ ທີ່ກົມໃຫຍ່ເສນາທິການກອງທັບໄດ້ກໍານົດໃຫ້, ເອົາໃຈໃສ່ຊີ້ນຳໃຫ້ສະມາຊິກພັກ ຄົ້ນຄ້ວາຮ່ຳຮຽນ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ເຝິກອົບຮົມ, ຮ່ຳຮຽນກົດລະບຽບຂອງພັກຢ່າງເປັນລະບົບຕໍ່ເນື່ອງ, ຜ່ານການຈັດຕັ້ງປະຕິບັດສາມາດຢັ້ງຢືນໄດ້ວ່າ: ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນຕໍ່ອຸດົມການປະຕິວັດ, ມີຄວາມຊື່ສັດບໍລິສຸດຕໍ່ພັກ ຕໍ່ປະເທດຊາດ, ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານ, ມີນໍ້າໃຈຜ່ານຜາຕໍ່ອຸປະສັກນາໆປະການ, ມີມານະຈິດຟົດຟື້ນປະຕິວັດ ເຮັດສຳເລັດໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້. ຄະນະພັກຮາກຖານ ໄດ້ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເຮັດໃຫ້ການປັບປຸງການຈັດຕັ້ງພັກ ແຕ່ລະຂັ້ນມີຄວາມສະຫງົບ, ໜັກແໜ້ນສາມາດນຳພາກົມກອງ ເຮັດສຳເລັດໜ້າການເມືອງຂອງຕົນ ເປັນຕົ້ນແມ່ນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນລຸໄດ້ 4 ໜ່ວຍພັກ. ໃນນີ້ມີ 1 ໜ່ວຍພັກໄດ້ 5 ສະໄໝ, 1 ໜ່ວຍພັກໄດ້ 4 ສະໄໝຕິດຕໍ່ກັນ ແລະ 2 ໜ່ວຍພັກໄດ້ 1 ສະໄໝ ບໍ່ມີໜ່ວຍພັກອ່ອນ; ການຂະຫຍາຍພັກ ແມ່ນໄດ້ປະຕິບັດຕາມກົດລະບຽບຫຼັກການຂອງພັກ ໂດຍຜ່ານການທົດສອບ, ການເຝິກຝົນ, ຫຼໍ່ຫຼອມ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃນຂະບວນການວຽກງານຕົວຈິງ ໄດ້ຈຳນວນ 21 ສະຫາຍ, ປັດຈຸບັນທົ່ວກົມກອງ ມີສະມາຊິກພັກ ກວມອັດຕາສ່ວນ 56,42%, ໃນນີ້ສະມາຊິກພັກແຂງ 92,47%, ສະມາຊິກກາງ 7,52 % ບໍ່ມີສະມາຊິກພັກອ່ອນ.
ຈາກນັ້ນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານຊຸດໃໝ່ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະສັນເລືອກເອົາ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ເປັນເລາຂາ, ສະຫາຍ ພັນເອກ ຄໍາພາ ດວງພະຈັນ ເປັນຮອງເລຂາ, ສະຫາຍ ພັນໂທ ຈັນທີ ບຸດດາແກ້ວ, ສະຫາຍ ພັນໂທ ອຸດົມ ບຸດຕະວົງ ແລະ ສະຫາຍ ພັນຕີ ແສງແກ້ວ ຈັນທະວົງ ເປັນກໍາມະການ.
ໂອກາດດັ່ງກ່າວ ສະຫາຍ ປະທານ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍ ກໍໄດ້ຕີລາຄາສູງຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານກອງສິລະປະກອນກອງທັບ ທີ່ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ, ພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານສະມາຊິກພັກແຕ່ລະຂັ້ນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຖືເອົາການດຳເນີນຊີວິດການເມືອງປົວແປງພັກໃນການຕຳນິກໍ່ສ້າງເຊິງກັນ ແລະ ກັນ ເຮັດໃຫ້ພະນັກງານສະມາຊິກພັກມີຄວາມເຂັ້ມແຂງ ປະຕິບັດໜ້າທີວິຊາສະເພາະຂອງຕົນ, ຕັ້ງໜ້າອອກແຮງສ້າງຂະບວນການຂຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ທີ່ຈະມາເຖິງນີ້ໃຫ້ເປັນຂະ ບວນຟົດຟື້ນ ແລະ ກວ້າງຂວາງ.
ໂດຍ: ສຸເວດ ສີດາຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ