ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ຮອງສະພາແຫ່ງຊາດ ລົງເຜິຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງ ແລະ ປກຊ-ປກສ
ເວລາອອກຂ່າວ: 2023-12-22 15:28:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2742 | ຄວາມນິຍົມ:



ໃນວັນທີ 19 ທັນວາ 2023 ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ກໍາມະການສູນການພັກ,ຮອງສະພາແຫ່ງຊາດ,ຫົວໜ້າປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດພ້ອມດ້ວຍຄະນະ,ລົງເຜິຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ,ໂດຍມີ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ 279ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກົມກອງເຂົ້າຮ່ວມຮັບຟັງ. ໂອກາດນີ້ ທ່ານ ບຸນຖາມ ພຸດທະວົງສາ ໄດ້ລາຍງານຜົນສໍາເລັດກອງປະຊຸມສະພາປະຊາຊົນນະຄອນຫຼວງ ຄັ້ງທີ 6 ບາງຈຸດໃຫ້ພະນັກງານຫຼັກແຫຼ່ງໃນກອງພັນໃຫຍ່ໄດ້ຮັບຮູ້ກ່ຽວກັບໝາກຜົນໃນກອງປະຊຸມຜູ້ແທນທີ່ຈະນໍາໄປຈັດຕັ້ງຜັນຂະຫຍາຍໃຫເເກີດຜົນເປັນຈິງ ແລະ ຍັງໄດ້ນໍາເອົາຄໍາສະເໜີຂອງກົມກອງເພື່ອໄປແກ້ໄຂບາງບັນຫາທີມີຢູ່ໃນນະຄອນຫຼວງວຽງຈັກໃຫ້ມີປະສິດທິຜົນສູງສຸດ, ໃນໂອກາດດັ່ງກ່າວ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ໄດ້ລາຍງານຜົນສໍາເລັດກອງປະຊຸມສະພາແຫ່ງ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດໄດ້ມີຜົນສໍາເລັດຫລາຍດ້ານໃນການປັດປຸງກົດມາຍຕ່າງໆນອກນັ້ນຍັງໄດ້ກ່າວເທິງສະພາບການຂອງໂລກ ແລະ ພື້ນທີ່ມີການຜັນແປໄປຢ່າງສະຫຼັບສັບຊ້ອນ,ທີ່ມີສິ່ງທີ່ເອື້ອອໍານວຍ,ທ້າທາຍ ແລະ ທົດສອບຫຼາຍປະການທີ່ສົ່ງຜົນກະທົບຕໍ່ ສປປ ລາວ.ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ຕະຫຼອດຮອດພະນັກງານຫຼັກແຫຼ່ງຕ້ອງເພີ່ມທະວີບົດບາດນໍາພາ-ຊີ້ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກົມກອງໃຫ້ມີຄຸນທາດການເມືອງໜັກແໜ້ນ,ເຊື້ອໜັ້ນຕໍ່ການນໍາພາຂອງພັກ,ມີຄວາມຕັ້ງຕໍ່ບໍລິສຸດ,ມີຄວາມຈົງຮັກພັກດີ ຕໍ່ພັກ-ລັດ,ຕ້ານແນວຄິດຄອນແຄນ ຂີ້ຄ້ານມັກງ່າຍ ແນວຄິດອາດຍາສິດ,ເພື່ອໃຫ້ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ,ຍອມເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ,ເພື່ອປະເທດຊາດປັບປຸງແບບແຜນວິທີ່ເຮັດວຽກໃຫ້ມີວິທະຍາສາດເຄົາລົບ ແລະ ປະຕິບັດຫຼັກການ ນໍາພາຂອງພັກ ເຮັດວຽກແບບລວມສູນປະຊາທິປະໄຕນໍາພາເປັນໝູ່ຄະນະ ແບ່ງວຽກບຸກຄົນຮັບຜິດຊອບ,ກ້າຄິດ,ກ້າເຮັດ,ກ້າຮັບຜິດຊອບເອົາໃຈໃສ່ຍົກລະດັບຄວາມຮັບຜິດຊອບໃຫ້ມີຄຸນນະພາບດີຂຶ້ນ,ປັບປຸງຄ້າຍຄູ,ແກ້ໄຂຊີວິດການເປັນຢູ່ຂອງກົມກອງ,ປະຕິບັດຕາມທິດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ນ໋ອດ ແສນຈົງຮັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ