ປກສ ແຂວງເຊກອງ ຢຶດໝັ້ນ 3 ຫຼັກການແກ້ໄຂຢາເສບຕິດ ສາມາດມ້າງຄະດີໄດ້ 150 ກວ່າເລື່ອງ
ເວລາອອກຂ່າວ: 2023-12-25 09:01:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1650 | ຄວາມນິຍົມ:
ກອງບັນຊາການປ້ອງກັນຄວ າມສະຫງົບ (ປກສ) ແຂວງເຊກອງ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງນຳພາ-ບັນຊາການຈັດຕັ້ງປະຕິບັດຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ
ໂດຍຢຶດໝັ້ນ 3 ຫຼັກການຄື: ຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ນັບແຕ່ປີ 2021-2023 ສາມາດເລີກຮື້-ແກ້ໄຂມ້າງລາຍ
ຄະດີຢາເສບຕິດໄດ້ 153 ເລື່ອງ,
ຈັບຜູ້ຖືກຫາໄດ້ 154 ຄົນ, ຍິງ 10 ຄົນ, ຍຶດຂອງກາງປະເພດຢາ
ເສບຕິດ (ຢາບ້າ) ໄດ້ 70.733 ເມັດ.
ສະຫາຍ ພັນເອກ ທະວີສັກ
ເພັດພູຫຼວງ ຮອງຫົວໜ້າກອງ
ບັນຊາການ ປກສ ແຂວງ ໄດ້
ລາຍງານຕໍ່ກອງປະຊຸມຄົບຄະນະ
ບໍລິຫານງານພັກແຂວງເປີດ
ກວ້າງ ຄັ້ງທີ IX ສະໄໝທີ X
ເປີດຂຶ້ນໃນບໍ່ດົນຜ່ານມານີ້ວ່າ:
ໃນການຈັດຈັດຕັ້ງປະຕິບັດວາ
ລະແຫ່ງຊາດ ນັບແຕ່ປີ 2021
-2023 ສາມາດແກ້ໄຂໄດ້ຫຼາຍ
ຄະດີ ເຊິ່ງເປັນການປະກອບສ່ວນ
ສຳຄັນໃນການແກ້ໄຂສະພາບ
ຄວາມບໍ່ສະຫງົບ, ຄວາມບໍ່ເປັນ
ລະບຽບຮຽບຮ້ອຍໃນສັງຄົມໃຫ້
ຫຼຸດໜ້ອຍຖອຍລົງ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນ
ໄຂເອື້ອອຳນວຍໃຫ້ແກ່ການພັດ
ທະນາເສດຖະກິດ-ສັງຄົມກໍຄື
ການແກ້ໄຂຄວາມທຸກຍາກຂອງ
ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ພ້ອມນັ້ນ ໄດ້ເກັບກຳຂຶ້ນບັນຊີເປົ້າ
ໝາຍຄ້າ-ຂາຍຢາເສບຕິດລາຍ
ຍ່ອຍ, ລາຍກາງ ແລະ ລາຍໃຫຍ່
ໄດ້ 222 ຄົນ, ຍິງ 11 ຄົນ; ເກັບ
ກຳຂຶ້ນບັນຊີເປົ້າໝາຍມົ້ວສຸມເສບຢາເສບຕິດໄດ້ 2.210 ຄົນ, ຍິງ 66 ຄົນ; ນຳສົ່ງຜູ້ເສບ ແລະ ມົ້ວສຸມຢາເສບຕິດໄປປິ່ນປົວບຳ
ບັດຕາມສູນຕ່າງໆ 36 ຄົນ, ຍິງ 1 ຄົນ; ເຄື່ອນໄຫວເຜີຍແຜ່ກົດໝາຍນິຕິກຳໃຕ້ກົດໝາຍ ແລະ ຜົນຮ້າຍຢາເສບຕິດຕາມສະຖານທີ່ຕ່າງໆໃນທົ່ວແຂວງໄດ້ 79 ຄັ້ງ, ມີຜູ້ເຂົ້າຮ່ວມ 7.390 ເທື່ອຄົນ, ຍິງ 2.187 ເທື່ອຄົນ; ສ້າງບ້ານປອດຢາເສບຕິດໄດ້ 41 ບ້ານ ແລະ ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດ ເພື່ອນຳເອົາກຳລັງ ປກສ ແຂວງ, ປກສ ເມືອງໄປປະຈຳຢູ່ຈຸດລໍ່ແຫຼມຕ່າງໆ ຂອງແຂວງ.
ສະຫາຍ ພັນເອກ ທະວີສັກ
ເພັດພູຫຼວງ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການປະຕິບັດວາລະແຫ່ງ
ຊາດ ວ່າດ້ວຍການແກ້ໄຂບັນຫາ
ຢາເສບຕິດໃນຕໍ່ໜ້າມີປະສິດທິ
ພາບ ແລະ ປະສິດທິຜົນນັ້ນ ກ່ອນ
ອື່ນຕ້ອງເອົາໃຈໃສ່ປັບປຸງກົງ
ຈັກການຈັດຕັ້ງ, ແບບແຜນວິທີ
ເຮັດວຽກຂອງອົງການສືບສວນ
-ສອບສວນຢາເສບຕິດ ໂດຍສະ
ເພາະແມ່ນກຳລັງ ປກສ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ຕິດພັນ
ກັບການສຶກສາອົບຮົມການເມືອງ
-ແນວຄິດໃຫ້ມີແນວຄິດຫຼັກໝັ້ນ,
ສັດຊື່ບໍລິສຸດ, ມີຈັນຍາບັນ-ຈັນຍາ
ທຳ ເຮັດໜ້າທີ່ດ້ວຍຄວາມເສຍ
ສະຫຼະ; ສືບຕໍ່ໂຄສະນາເຜີຍແຜ່
ກົດໝາຍ, ຜົນຮ້າຍ ແລະ ໄພອັນ
ຕະລາຍຂອງຢາເສບຕິດໃຫ້ທົ່ວ
ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ
ເຫັນໄດ້ຄວາມເປັນອັນຕະລາຍ
ຮ້າຍແຮງຂອງຢາເສບຕິດ; ປຸກ
ລະດົມອົງການປົກຄອງທ້ອງຖິ່ນ ກໍຄືປະຊາຊົນບັນດາເຜົ່າ ໂດຍສະ
ເພາະແມ່ນສະຖາບັນຄອບຄົວ ຕ້ອງເປັນເຈົ້າການເຂົ້າຮ່ວມຢ່າງ
ຈິງຈັງໃນການແກ້ໄຂບັນຫາຢາ
ເສບຕິດ; ບັນຈຸບຸກຄະລາກອນ
ທີ່ຈຳເປັນຮັບໃຊ້ໃຫ້ແກ່ການບຳ
ບັດປິ່ນປົວ ແລະ ເຝິກວິຊາຊີບ
ຜູ້ຕິດຢາເສບຕິດຢູ່ສູນບຳບັດຜູ້
ຕິດຢາເສບຕິດຂອງແຂວງ; ສ້າງ
ຄອບຄົວ-ບ້ານປອດຢາເສບຕິດ
ໃຫ້ໄດ້ຕາມມາດຖານເງື່ອນໄຂ
ແລະ ເປົ້າໝາຍແຜນການທີ່ວາງ
ໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ