![](../images/HEADERS.jpg)
ໃນໄລຍະ 1 ປີຜ່ານມາ ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດບັນລຸມູນຄ່າການຜະລິດໄດ້ເກືອບ 90.000 ຕື້ກີບ
ເວລາອອກຂ່າວ: 2023-12-25 09:02:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1522 | ຄວາມນິຍົມ:
ໃນໄລຍະ 1 ປີຜ່ານມາ ຂະແໜງພະລັງງານ ແລະ ບໍ່
ແຮ່ ສາມາດບັນລຸມູນຄ່າການຜະ
ລິດໄດ້ເກືອບ 90.000 ຕື້ກີບ ທຽບ
ໃສ່ໄລຍະດຽວຂອງປີຜ່ານມາ
ເພີ່ມຂຶ້ນ 27% ໃນນັ້ນ: ຂະແໜງ
ພະລັງງານໄຟຟ້າ ປະຕິບັດໄດ້ 58.000 ຕື້ກວ່າກີບ ເພີ່ມຂຶ້ນ 29%; ຂະແໜງບໍ່ແຮ່: ປະຕິບັດໄດ້ຫຼາຍກວ່າ 31.000 ຕື້ກີບ ເພີ່ມຂຶ້ນ 22%.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນກອງປະ
ຊຸມປະຈຳປີ 2023 ຂອງຂະແໜງ
ພະລັງງານ ແລະ ບໍ່ແຮ່ທົ່ວປະ
ເທດ ທີ່ຈັດຂຶ້ນຢູ່ນະຄອນຫຼວງ
ວຽງຈັນ ໃນວັນທີ 21 ທັນວາ 2023 ວ່າ: ໃນໄລຍະ 1 ປີທີ່ຜ່ານ
ມາ, ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ເປັນເຈົ້າການ, ຕັ້ງໜ້າບຸກບືນສູ້ຊົນຂອງຖັນແຖວສະ
ມາຊິກພັກ, ພະນັກງານ-ລັດຖະ
ກອນເຮັດໃຫ້ຂະແໜງການໄດ້ຮັບການພັດທະນາ ແລະ ມີບາດ
ກ້າວຂະຫຍາຍຕົວຢ່າງແຂງແຮງ
ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງ
ໜ້າເຂົ້າໃນການພັດທະນາເສດ
ຖະກິດ-ສັງຄົມ, ໄດ້ສ້າງພື້ນຖານ
ອັນໜັກແໜ້ນໃຫ້ແກ່ການຫັນ
ເປັນອຸດສາຫະກຳທັນສະໄໝ.
ປີ 2023 ແມ່ນປີທີສາມຂອງການສະຫຼຸບຕີລາຄາປະເມີນ
ຄືນ ການຈັດຕັ້ງປະຕິບັດແຜນ
ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021
-2025) ຂອງລັດຖະບານ ກໍຄືແຜນພັດທະນາຂະແໜງພະ
ລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ແລະ ວຽກຈຸດສຸມ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງໄດ້ຖືເອົາວຽກພະລັງງານເປັນບູລິມະສິດ ແລະ ວຽກງານບໍ່ແຮ່ເປັນສຳຄັນນຳໃຊ້ ແລະ ພັດ
ທະນາຊັບພະຍາກອນໃຫ້ມີປະສິດທິຜົນຕາມທິດຍືນຍົງ, ສ້າງທຸກເງື່ອນໄຂໃນການສະໜອງພະລັງງານຮັບໃຊ້ພາຍໃນໃຫ້ໝັ້ນ
ຄົງ ຕິດພັນກັບການເຊື່ອມໂຍງລະບົບສູ່ລະບົບ ກັບບັນດາປະ
ເທດໃກ້ຄຽງ ແລະ ຈຳໜ່າຍຜະ
ລິດຕະພັນແຮ່ທາດກັບພາກພື້ນ ແລະ ສາກົນ, ສົ່ງເສີມການນຳໃຊ້ພະລັງງານໃຫ້ມີປະສິດທິຜົນ ຄຽງຄູ່ກັບການປົກປັກຮັກສາພັດທະນາຟື້ນຟູສິ່ງແວດລ້ອມ-ສັງຄົມ ທັງຍົກສູງຄວາມຮັບຜິດ
ຊອບການຈັດຕັ້ງປະຕິບັດປະ
ກອບສ່ວນຢ່າງເຕັມຂີດຄວາມສາມາດເຮັດໃຫ້ແນວທາງຂອງພັກ ແລະ ແຜນງານຂອງລັດບັນລຸເປົ້າໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ