ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ໃນ​ໄລຍະ 1 ປີຜ່ານມາ ຂະແໜງ​ພະລັງງານ ແລະ ບໍ່​ແຮ່​ ສາມາດ​ບັນລຸ​ມູນ​ຄ່າ​ການ​ຜະລິດ​ໄດ້​ເກືອບ 90.000 ຕື້​ກີບ
ເວລາອອກຂ່າວ: 2023-12-25 09:02:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1521 | ຄວາມນິຍົມ:



ໃນ​ໄລຍະ 1 ປີຜ່ານມາ ຂະແໜງພະລັງງານ ແລະ ບໍ່​ ແຮ່​ ສາມາດ​ບັນລຸ​ມູນ​ຄ່າ​ການ​ຜະ ລິດ​ໄດ້​ເກືອບ 90.000 ຕື້​ກີບ ທຽບ ໃສ່​ໄລຍະ​ດຽວ​ຂອງ​ປີຜ່ານມາ ເພີ​​່ມ​ຂຶ້ນ 27% ໃນ​ນັ້ນ: ຂະແໜງ ​ພະລັງງານ​ໄຟຟ້າ ປະຕິບັດ​ໄດ້ 58.000 ຕື້​ກວ່າ​ກີບ ເພີ່ມ​ຂຶ້ນ 29%; ຂະແໜງ​ບໍ່​ແຮ່: ປະຕິບັດ​ໄດ້​ຫຼາຍ​ກວ່າ 31.000 ຕື້​ກີບ ເພີ່ມ​ຂຶ້ນ 22%. ທ່ານ ໂພ​ໄຊ ໄຊ​ຍະ​ສອນ ລັດຖະມົນຕີ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ລາຍ​ງານ​ໃນ​ກອງ​ປະ ຊຸມ​ປະຈຳ​ປີ 2023 ຂອງ​ຂະແໜງ ​ພະລັງງານ ແລະ ບໍ່​ແຮ່​ທົ່ວປະ ເທດ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ ວຽງ​ຈັນ ໃນ​ວັນ​ທີ 21 ທັນວາ 2023 ວ່າ: ໃນ​ໄລຍະ 1 ປີ​ທີ່​ຜ່ານ​ ມາ, ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າ​ບຸກ​ບືນ​ສູ້​ຊົນ​ຂອງ​ຖັນ​ແຖວ​ສະ ມາຊິກ​ພັກ, ພະນັກງານ-ລັດຖະ ກອນເຮັດ​ໃຫ້​ຂະແໜງການ​ໄດ້​ຮັບ​ການ​ພັດທະນາ ແລະ ມີ​ບາດ ກ້າວ​ຂະຫຍາຍຕົວ​ຢ່າງແຂງແຮງ ເຊິ່ງ​ໄດ້​ປະກອບສ່ວນຢ່າງ​ຕັ້ງ ໜ້າ​ເຂົ້າ​ໃນ​ການ​ພັດທະນາເສດ ຖະກິດ-ສັງຄົມ, ໄດ້​ສ້າງພື້ນຖານ ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການຫັນ ​ເປັນ​ອຸດສາຫະກຳທັນ​ສະໄໝ. ປີ 2023 ແມ່ນ​ປີ​ທີ​ສາມ​ຂອງ​ການ​ສະຫຼຸບ​ຕີ​ລາຄາ​ປະ​ເມີນ ​ຄືນ ການຈັດຕັ້ງ​ປະຕິບັດ​ແຜນ ​ພັດທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ IX (2021 -2025) ຂອງ​ລັດຖະບານ ກໍ​ຄືແຜນ​ພັດທະນາ​ຂະແໜງພະ ລັງງານ ແລະ ບໍ່​ແຮ່ 5 ປີ​ ຄັ້ງ​ທີ IX (2021-2025) ແລະ ວຽກ​ຈຸດ​ສຸມ 2 ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ເຊິ່ງ​ໄດ້​ຖື​ເອົາ​ວຽກ​ພະລັງງານ​ເປັນ​ບູ​ລິ​ມະ​ສິດ ແລະ ວຽກ​ງານ​ບໍ່​ແຮ່​ເປັນ​ສຳຄັນ​ນຳ​ໃຊ້ ແລະ ພັດ ທະນາ​ຊັບພະຍາກອນ​ໃຫ້​ມີ​ປະ​ສິດທິ​ຜົນ​ຕາມ​ທິດ​ຍືນ​ຍົງ, ສ້າງ​ທຸກ​ເງື່ອນໄຂ​ໃນ​ການ​ສະໜອງ​ພະລັງງານ​ຮັບ​ໃຊ້​ພາຍ​ໃນ​ໃຫ້​ໝັ້ນ ຄົງ ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ລະບົບ​ສູ່​ລະບົບ ກັບ​ບັນດາ​ປະ ເທດ​ໃກ້​ຄຽງ ແລະ ຈຳໜ່າຍ​ຜະ ລິດ​ຕະ​ພັນ​ແຮ່​ທາດ​ກັບ​ພາກ​ພື້ນ ແລະ ສາກົນ, ​ສົ່ງເສີມ​ການ​ນຳ​ໃຊ້​ພະລັງງານ​ໃຫ້​ມີ​ປະ​ສິດທິ​ຜົນ ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ພັດທະນາ​ຟື້ນ​ຟູ​ສິ່ງແວດລ້ອມ-ສັງຄົມ ທັງ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ການຈັດຕັ້ງ​ປະຕິບັດ​ປະ ກອບສ່ວນ​ຢ່າງ​ເຕັມ​ຂີດ​ຄວາມ​ສາມາດ​ເຮັດ​ໃຫ້​ແນວທາງ​ຂອງ​ພັກ ແລະ ແຜນ​ງານ​ຂອງ​ລັດ​ບັນລຸ​ເປົ້າ​ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ