
ນັກທຸລະກິດຊາວຄ້າ-ຂາຍ ມອບເຄື່ອງກິລາ ໃຫ້ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2023-12-25 09:06:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 581 | ຄວາມນິຍົມ:
ວັນທີ 18 ທັນວາ 2023 ນີ້, ກຸ່ມນັກທຸລະກິດຊາວຄ້າ-ຂາຍ ເຊິ່ງນຳໂດຍ ທ່ານ ນາງ ການຈະນາ ພົງທະດີ ແລະ ທ່ານ ນາງ ວຽງສັກດາ ແສງສຸລິນ ໄດ້ນຳເອົາເຄື່ອງກິລາ ຈຳນວນ 50 ຊຸດ ລວມມູນຄ່າ 6.000.000 ກີບ ມາມອບໃຫ້ກອງບັນຊາ ການທະຫານແຂວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ກ່າວຮັບໂດຍ ສະຫາຍ ພັນເອກ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ພ້ອມທັງໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ສະແດງຄວາມຂອບໃຈ ນຳນັກທຸລະກິດທຸກພາກສ່ວນ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງວັນສ້າງຕັ້ງກອງທັບ ຈຶ່ງໄດ້ນຳເອົາເຄື່ອງມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຊຸກ ຍູ້ຂະບວນການກິລາ ຢູ່ກອງບັນ ຊາການທະຫານແຂວງວຽງຈັນ ເນື່ອງໃນໂອກາດສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນ ພ້ອມທັງກ່າວວ່າ: ຈະນຳເອົາເຄື່ອງກິ ລາຈຳນວນດັ່ງກ່າວໄປໝູນໃຊ້ ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ສຸວັນໂນ ອາດສະນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ