ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ກທອ ປະກາດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2023-12-25 14:44:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2493 | ຄວາມນິຍົມ:



ໃນວັນທີ 22 ທັນວາ 2023 ນີ້, ກອງບັນຊາການທະຫານອາກາດ(ກທອ)ໄດ້ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານກອງບັນຊາການທະຫານອາກາດ, ກອງພັນໃຫຍ່ 703 ແລະ ກອງຮອ້ຍຣາດາ ໂດຍການເປັນປະທານຂອງ ສະຫາຍພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງກອງບັນຊາການທະຫານອາກາດ, ຫົວໜ້າຫ້ອງການເມືອງ , ມີຄະນະອົງການ 6 ຫ້ອງ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 703 ແລະ ບັນດາພະແນກການ ພ້ອມດ້ວຍນາຍທະຫານໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ວົງເດືອນ ບຸດຈະເລີນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານກອງບັນຊາການທະຫານອາກາດ, ກອງພັນໃຫຍ່ 703 ແລະ ກອງຮອ້ຍຣາດາ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 04, ມາດຕາ 26 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ກະຊວງປ້ອງກັນປະເທດ ຕົກລົງ: ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນຮ້ອຍເອກຂື້ນພັນຕີ ຈໍໍານວນ 05 ສະຫາຍ, ຍິງ 01 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຮ້ອຍໂທຂື້ນຮ້ອຍເອກ ຈຳນວນ 12 ສະຫາຍ, ຍິງ 01 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຮ້ອຍຕີຂື້ນຮ້ອຍໂທ ຈຳນວນ 05 ສະຫາຍ, ແລະ ເລື່ອນຊັ້ນ ຊັ້ນວາທີຂື້ນຮ້ອຍຕີ ຈຳນວນ 02 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັນຕະວາ ບຸນມາ ຈັນທະວົງສາ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃໝ່, ທີ່ປະຕິບັດໜ້າທີ່ການເມືອງຂອງກົມກອງມີຜົນສໍາເລັດສູງ, ພ້ອມທັງຮຽກຮ້ອງມາຍັງນາຍທະຫານຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບວຽກງານການເມືອງ,ການຈັດຕັ້ງ, ລະບຽບແບບແຜນ, ວິທີເຮັດວຽກ ແລະ ສຶບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ການທະທະຫານ, ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ດ້ານວິຊາສະເພາະໃຫ້ມີຄວາມຮູ້ຄວາມສາມາດນໍາພາ ບັນດາຂົງເຂດວຽກງານຂອງກົມກອງໃຫ້ນັບມືຂະຫຍາຍຕົວເຂັ້ມແຂງ ແລະ ພ້ອມກັນປະຕິບັດໜ້າທີ່ການເມືອງຂອງຕົນສູງຂື້ນກ່ວາເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ