ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດການແຂ່ງຂັນນັກຮ້ອງ-ຂັບລຳສຽງດີ
ເວລາອອກຂ່າວ: 2023-12-25 15:10:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2233 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດການແຂ່ງຂັນນັກຮ້ອງ-ຂັບລຳສຽງດີເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1947-20 ມັງກອນ 2024), ໂດຍການເຂົ້າຮ່ວມຮັບຊົມ ແລະ ເປັນປະທານ ຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ພະນັກງານ-ນັກຮົບ, ນັກສຶກສາ, ພ້ອມດ້ວຍນັກຮ້ອງ-ຂັບລຳສຽງດີຈາກແຕ່ລະກົມກອງ ທົ່ວ ວປກ ເຂົ້າຮ່ວມຢ່າງຟົດຟື້ນ. ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ກໍ່ໄດ້ຂຶ້ນກ່າວເປີດພິທີ ໂດຍສະຫາຍກ່າວວ່າ: ການແຂ່ງຂັນນັກຮ້ອງ-ຂັບລຳສຽງດີ ທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈຳປີ 2023 ຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ເພື່ອສ້າງຄວາມເບີກບານມ່ວນຊື່ນ ຂໍ່ານັບຮັບຕ້ອນວັນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 75 ປີ, ໃຫ້ມີຄວາມໝາຍຄວາມສຳຄັນເລິກເຊິ່ງ. ທັງເປັນການປະກອບສ່ວນວຽກງານຊີວິດວັດທະນະທຳ ໃນທົ່ວ ວປກ ໃຫ້ມີຊີວິດຊີວາ, ມີບັນຍາກາດຟົດຟື້ນ, ສ້າງເງື່ອນ ໄຂອັນດີໃນການພົບປະແລກປ່ຽນ ບົດຮຽນທາງດ້ານການຮ້ອງເພງ ແລະ ຂັບລຳຕ່າງໆ ເພື່ອໄປໝູນໃຊ້ໃນວຽກສິລະປະວັນນະຄະດີຢູ່ໃນ ກົມກອງ ພ້ອມກັນສ້າງກົມກອງ ໃຫ້ຟົດຟື້ນ, ມ່ວນຊື່ນ, ສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ພ້ອມກັນເຮັດສຳເລັດ ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ການແຂ່ງຂັນໃນຄັ້ງນີ້ມີພາກສ່ວນເຂົ້າຮ່ວມທັງໝົດ: 15 ຫົວໜ່ວຍກົມກອງ, ມີນັກຮ້ອງ- ຂັບລຳສຽງດີທັງໝົດ 26 ສະຫາຍ, ປະເພດຮ້ອງເພງມີ: 15 ສະຫາຍ ແລະ ປະເພດຂັບລຳມີ: 11 ສະຫາຍ. ຜ່ານການແຂ່ງຂັນແຕ່ລະປະເພດສາມາດຄັດເລືອກໄດ້ຄື: ປະເພດບົດເພງ, ຊະນະເລີດໄດ້ແກ່ ຊັ້ນ I ນາງ ນາລີນ ສີລິຈັນໂທ ຕົວແທນຈາກກົມພະລາ-ເຕັກນິກ ໄດ້ຮັບເງີນລາງວັນ ຈຳນວນ: 400.000 ກີບ, ຮອງຊະນະເລີດໄດ້ແກ່: ວທ ເພີນໄຊ ສຸວັນນະແສງ ຕົວແທນຈາກ ນັກສຶກສາພາສາຕ່າງປະເທດ ໄດ້ຮັບເງີນລາງວັນ ຈຳນວນ: 300.000 ກີບ ແລະ ທີ 3 ໄດ້ແກ່ ຮ້ອຍເອກ ບຸນປະເສີດ ສຸພານິດ ຕົວແທນຈາກ ກົມອົບຮົມ-ກໍ່ສ້າງ ໄດ້ຮັບເງີນລາງວັນ: 200.000 ກີບ. ປະເພດຂັບລຳ ຊະນະເລີດໄດ້ແກ່ ຮ້ອຍເອກ ບຸນຍັງ ແກ້ວວິໄລ ຕົວແທນຈາກ ຄະນະວິຊາຄູພາສາອັງກິດ ໄດ້ຮັບເງີນລາງວັນ: 400.000 ກີບ, ຮອງຊະນະເລີດ ຮ້ອຍໂທ ນາງ ອາທິດ ໄພພອນ ຕົວແທນຈາກຫ້ອງການ ວປກ ໄດ້ຮັບເງີນລາງວັນ: 300.000 ກີບ ແລະ ທີ 3 ໄດ້ແກ່ ຮ້ອຍເອກ ບີ້ ແກ້ວອາສາ ຕົວແທນຈາກຄະນະວິຊາຄູສື່ສານ ໄດ້ຮັບເງີນລາງວັນ: 200.000 ກີບ. ນອກຈາກນີ້ຍັງມີລາງວັນຊົມເຊີຍອີກຈຳນວນໜຶ່ງ, ລາງວັນລະ: 50.000 ກີບ. ໂອກາດດັ່ງກ່າວໃຫ້ກຽດມອບລາງວັນຊະນະເລີດ ຂອງທຸກລາຍການໂດຍ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ລາງວັນຮອງຊະນະເລີດ ມອບໂດຍ ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ. ລາງວັນທີ 3 ມອບໂດຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສາ້ງ ວປກ ແລະ ປະເພດລາງວັນຊົມເຊີຍ ມອບໂດຍ ສະຫາຍ ພັນເອກ ປອ ຂວັນມິ່ງ ບິດາສັກ, ຄະນະພັກວິທະຍາຄານ, ຫົວໜ້າກົມຄວ້າຄົ້ວວິທະຍາສາດການທະຫານ-ການເມືອງ ວປກ. ພາບ-ຂ່າວ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ