ປະກາດແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2023-12-25 15:16:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2479 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 22 ທັນວາ 2023 ນີ້, ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນໄດ້ປະກາດແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 05 ຫ້ອງ ພ້ອມດ້ວຍພະນັກງານ-ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ອຸເທບ ພົມມະເທດ ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ ເທດ ສະບັບເລກທີ 4225/ກປທ, ລົງວັນທີ 9 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານກອງບັນຊາການທະຫານນະຄອນຫຼວງວຽງຈັນ, ເຊິ່ງອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ພາກທີ II ,ໝວດທີ 04 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມທິດທາງກ່ຽວກັບການບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາ ໃນກຳລັງປະກອບອາວຸດ ໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມການສະເໜີຂອງກົມວິທະຍາສາດ-ປະຫວັດສາດການທະຫານ ສະບັບເລກທີ 338 ລົງວັນທີ 24 ກໍລະກົດ 2023, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ ສະນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍແມ່ນສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ເປັນປະທານ, ພັນເອກ ເພັດບັນດິດ ແປງນະທີ ຫົວໜ້າຫ້ອງການເມືອງ ເປັນຮອງປະທານ, ພັນໂທ ມີໄຊ ສຸລິນຄໍາສີ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດການທະຫານ ເປັນຜູ້ປະຈໍາການ, ພັນເອກ ບຸນເຈີ ຄໍາມະວົງ ຫົວໜ້າຫ້ອງພະລາທິການ ເປັນຄະນະ, ພັນເອກ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການ ເປັນຄະນະ, ພັນເອກ ສີວອນ ດາວມະນີຈັນ ຫົວໜ້າຫ້ອງເຕັກນິກເປັນຄະນະ, ພັນໂທ ຄໍາຜາຍ ແກ້ວສັງວານ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ເປັນຄະນະ, ພັນໂທ ບຸນພູ ທານະວົງ ຫົວໜ້າພະແນກການເງິນ ເປັນຄະນະ ແລະ ພັນຕີ ໂຕ່ລິດ ບາງພະຈັນ ຫົວໜ້າພະແນກອົບຮົມ ເປັນຄະນະ. ຮ້ອຍເອກ ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ