ພະແນກຊາວໜຸ່ມກົມໃຫຍ່ພະລາທິການກອງທັບ ສະຫຼຸບການເຄື່ອນໄຫວວຽກງານຂະບວນການ 4 ບຸກ ປະຈໍາປີ 2023
ເວລາອອກຂ່າວ: 2023-12-25 15:24:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3770 | ຄວາມນິຍົມ:
ວັນທີ 22 ທັນວາ 2023 ນີ້, ພະແນກຊາວໜຸ່ມກົມໃຫຍ່ພະລາທິການກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຂະບວນການ 4 ບຸກ ປະຈໍາປີ 2023 ແລະ ມອບໃບຢັ້ງຢືນນາມມະຍົດ 4 ບຸກ ຂອງກົມໃຫຍ່ການເມືອງກອງທັບ, ໃຫ້ພະແນກຊາວໜຸ່ມ 3 ໃບ, ຂະແໜງ 5 ໃບ, ຄະນະບໍລິຫານງານຊາວໜຸ່ມ 5 ໃບ ແລະ ໜ່ວຍຊາວໜຸ່ມ 124 ໃບ, ເຊິ່ງລວມທັງໝົດຈໍານວນ 137 ໃບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງ, ພະແນກ, ຂະແໜງ, ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຈາກກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງເຂົ້າຮ່ວມ.
ສະຫາຍ ພັນໂທ ສີອໍາພອນ ແກ້ວຫຼວງເດດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂະບວນການຕ່າງໆ ໃນໄລຍະຊຸມປີຜ່ານມາ, ເຫັນວ່າຄະນະນໍາຊາວໜຸ່ມແຕ່ລະຂັ້ນແມ່ນໄດ້ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມຂອງຕົນເປັນກົກ ແລະ ຖືເອົາວຽກງານດັ່ງກ່າວສອດຫ້ອຍເຂົ້າກັບທຸກວຽກງານການເມືອງຂອງກົມກອງ, ກໍຄືຂະບວນການວຽກງານຊາວໜຸ່ມໃນແຕ່ລະດ້ານ, ເຂົ້າຮ່ວມຄົ້ນຄ້ວາ, ເຊື່ອມຊຶມບັນດາເນື້ອໃນເອກະສານແນວທາງການເມືອງຂອງພັກ ແລະ ຂອງກອງທັບ ແລະ ພິທີການຕ່າງໆ ທີ່ພະແນກຈັດຂື້ນ, ກໍຄືການຈັດຕັ້ງຫ້ອງການຊາວໜຸ່ມກອງທັບ ຈໍານວນ 123 ເທື່ອ, ມີສະມາຊິກເຂົ້າຮ່ວມທັງໝົດ 2250 ສະຫາຍ, ດ້ານການຈັດຕັ້ງ ແລະ ໂຄງປະກອບຂອງຊາວໜຸ່ມທີ່ຂື້ນກັບພະແນກຊາວໜຸ່ມກົມໃຫຍ່ພະລາທິການກອງທັບ, ມີ 2 ພະແນກຂື້ນກັບຄື: ພະແນກຊາວໜຸ່ມໂຮງໝໍສູນກາງ 103, ພະແນກຊາວໜຸ່ມວິທະຍາຄານການແພດ, ມີ 6 ຂະແໜງ, ມີ 5 ຄະນະບໍລິຫານງານ, 29 ໜວ່ຍເອກະລາດ, ເຊິ່ງລວມຈຳນວນໜ່ວຍຊາວໜຸ່ມທັງໝົດ 150 ໜ່ວຍ, ມີສະມາຊິກທັງໝົດ 2.625 ສະຫາຍ ຍິງ 1.164 ສະຫາຍ. ສະມາຊິກພັກ 1.320 ສະຫາຍ, ວຽກງານກອງທຶນຮ່ວມພັດທະນາຊາວໜຸ່ມກອງທັບ, ຈຳນວນກົມກອງທີ່ເຂົ້າຮ່ວມກອງທຶນມີ 24 ກົມກອງ, ມີສະມາຊິກ 1.729 ສະຫາຍ, ຕົ້ນທຶນຮອດປີ 2022ມີທຶນ 413.820.000 ກີບ, ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນນາມມະຍົດ 4 ບຸກປະຈໍາປີ 2023 ຂອງກົມໃຫຍ່ການເມືອງກອງທັບ, ໃຫ້ບັນດາພະແນກ, ຂະແໜງ, ຄະນະບໍລິຫານງານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ , ເຊິ່ງລວມທັງໝົດ 137 ໃບ, ໃຫ້ກຽດມອບໂດຍສະຫາຍປະທານກອງປະຊຸມ ແລະ ຄະນະປະທານ ມອບໃຫ້ຢ່າງສົມກຽດ.ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ປະທານກອງປະຊຸມກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກ ແລະ ຊີ້ທິດເຍືອງທາງໃຫ້ຄະນະພັກ-ຄະນະບັນຊາກໍຄືຄະນະນໍາຊາວໜຸ່ມໃນແຕ່ລະຂັ້ນ ພ້ອມດ້ວຍສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງໄດ້ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເຊື່ອມຊຶມ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ຂອງກອງທັບ, ມີຄຸນສົມບັດ ສິນທໍາປະຕິວັດ, ປະຕິບັດທຸກມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ກົດລະບຽບຕ່າງໆ, ໂດຍສະເພາະ 7 ລະບອບ 18 ວຽກຂອງກອງທັບວາງອອກຢ່າງເຂັ້ມງວດ, ຍົກສູງລະດັບວັດທະນະທໍາ, ວິຊາສະເພາະຂອງຕົນເອງໃຫ້ສູງຂື້ນເທື່ອລະກ້າວ, ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ພ້ອມກັນສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງກາຍເປັນສະມາຊິກຊາວໜຸ່ມຜູ້ດີເດັ່ນ, ປັບປຸງແບບແຜນວິທີເຮັດວຽກ, ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ ແລະ ເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃຫ້ເປັນຂະບວນການຟົດຟື້ນ, ແຂງແຮງ, ກວ້າງຂວາງ ແລະ ຕໍ່ເນື່ອງ, ດໍາເນີນຊີວິດການເມືອງຂັ້ນຈຸ, ໜ່ວຍ, ເສຍເງິນສະຕິຢ່າງເປັນປົກກະຕິ, ສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍງານ ແລະ ຂໍທິດຊີ້ນໍາຈາກການຈັດຕັ້ງຂັ້ນເທິງໃນແຕ່ລະຂັ້ນຢ່າງເປັນປະຈໍາ, ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານການເມືອງອັນສູງສົ່ງທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດຢ່າງຈົບງາມຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ