
ເຊວຊີ ເສຍເປັນນັດທີ 8 ຂອງລະດູການ ພາຍຫຼັງບຸກເສຍ ໃຫ້ວູຟແຮມຕັນ 1-2 ຕາມຫັຼງທີມນຳ 18 ຄະແນນ
ເວລາອອກຂ່າວ: 2023-12-26 09:04:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1572 | ຄວາມນິຍົມ:
ເຕະບານພຣີເມ່ຍລີກອັງ ກິດເມືອບໍ່ດົນຜ່ານມາ, ເຊວຊີ ພາດທ່າບຸກເສຍໃຫ້ ວູຟແຮມຕັນ ວັນເດີເຣີ 1-2 ເຈົ້າບ້ານນຳກ່ອນສອງປະຕູຈາກ ມາຣີໂອ ເລມີນ້າ ນາທີ 51 ແລະ ຕົວສຳຮອງ ແມັດ ໂດເຮີຕີ້ ນາທີ 90+3, ເຊວຊີ ແກ້ໄດ້ພຽງໜຶ່ງປະຕູຈາກຕົວສຳຮອງ ຄຣິສໂຕເຟີ ເອັນກຸນກູ ນາທີ 90+6.
ວູຟແຮມຕັນ ຍັງບໍ່ເສຍໃຫ້ ເຊວຊີ ໃນບ້ານຈາກການພົບກັນ 4 ນັດຫຼັງສຸດ ຊະນະ 3 ສະເໝີ 1, ເຊວຊີ ເສຍເປັນນັດທີ 8 ໃນລີກລະດູການນີ້ ທັງສອງທີມລົງແຂ່ງຈົບນັດທີ 18 ມີ 18 ຄະແນນເທົ່າກັນ ເຊວຊີ ຢູ່ອັນດັບທີ 10 ວູຟ ຢູ່ອັນດັບທີ 11 ຕາມຫຼັງທີມນຳ 18 ຄະແນນ, ຕາມຫຼັງພື້ນທີ່ບານເອີຣົບ 12 ຄະແນນ, ຕາມຫຼັງພື້ນທີ່ແຊັມປຽນລີກ 14 ຄະແນນ.
ນັດຕໍ່ໄປ ເຊວຊີ ຈະເປີດບ້ານພົບກັບ ຄຣິສຕັນ ພາເລດ ແລະ ວູຟ ໄປຢາມ ເບັນຟອດ ຄືນວັນທີ 27 ທັນວານີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ