ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ສຳເລັດບັ້ນດຳເນີນຊີວິດການເມືອງໃຫ້ພະນັກງານຂອງຕົນ
ເວລາອອກຂ່າວ: 2018-11-16 10:43:46 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ກອງປະຊຸມບັ້ນດໍາເນີນຊີ ວິດການເມືອງໃຫ້ພະນັກງານ ຂັ້ນຮ້ອຍຕີຂຶ້ນໄປຂອງໂຮງຮຽນ ການທະຫານທ້ອງຖິ່ນນະຄອນ ຫຼວງວຽງຈັນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ໄດ້ສຳເລັດ ລົງໃນວັນທີ 6 ພະຈິກ 2018 ຜ່ານມານີ້, ໂດຍການເປັນປະ ທານຂອງ ພັນເອກ ບົວເງິນ ຫົງໄຂຄໍາ ຮອງຫົວໜ້າການ ເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີບັນດາ ພະນັກງານທົ່ວອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າ ຮ່ວມ. ໂອກາດດັ່ງກ່າວ ພັນໂທ ຄຳເຜີຍ ພົມມະຈັກ ຫົວໜ້າການ ເມືອງໂຮງຮຽນການທະຫານ ທ້ອງຖິ່ນນະຄອນ ຫຼວງວຽງຈັນ ກໍໄດ້ຕີລາຄາການຈັດຕັ້ງປະຕິ ບັດບັ້ນດໍາເນີນຊີວິດການເມືອງ ໃນຄັ້ງນີ້ ເຊິ່ງຜ່ານການຄົ້ນຄວ້າ ເຊື່ອມຊຶມບັນດາເນື້ອໃນເອກະ ສານແຕ່ລະບົດ, ການປະກອບ ຄຳເຫັນ, ການສຳຫຼວດກວດກາ ຂອງແຕ່ລະສະຫາຍເປັນເວລາ 2 ວັນແມ່ນດຳເນີນໄປດ້ວຍບັນ ຍາກາດຟົດຟື້ນມີຊີວິດຊີວາເຮັດ ໃຫ້ມີຄວາມເປັນເອກະພາບສູງຕໍ່ ການຕີລາຄາຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນໄລຍະຜ່ານມາ, ພ້ອມທັງໄດ້ຖືເອົາໂອກາດນີ້ເປັນ ການທົບທວນປັບປຸງຄຸນທາດ ການເມືອງຄຸນສົມບັດສິນທຳປະ ຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນນຳພາໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະ ເພື່ອຕີຖອຍປາກົດການ ຫຍໍ້ທໍ້ຢູ່ພາຍໃນກົມກອງຂອງຕົນ ໃຫ້ໝົດໄປ ເຊິ່ງພະນັກງານທຸກ ຄົນຈະຕ້ອງໄດ້ເປັນເຈົ້າການຍົກ ສູງຄວາມຮັບຜິດຊອບໜ້າທີ່ ການເມືອງຂອງຕົນ ໂດຍຫັນ ເອົາບັນດາເນື້ອໃນດັ່ງກ່າວເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ແທດເໝາະ ແລະ ຈັດຕັ້ງປະຕິ ບັດໃຫ້ປະກົດຜົນເປັນຈິງ, ຜ່ານ ການດຳເນີນຊີວິດການເມືອງ ໃນຄັ້ງນີ້ທົ່ວໂຮງຮຽນການທະ ຫານທ້ອງຖິ່ນນະຄອນຫຼວງ ວຽງຈັນ ເຫັນວ່າບັນດາສະຫາຍ ທີ່ເຂົ້າຮ່ວມແມ່ນມີຄວາມຮັບຮູ້ ເຂົ້າໃຈແຈ້ງກຳແໜ້ນຕໍ່ເນື້ອໃນ ຈິດໃຈຂອງບັນດາເອກະສານໄດ້ດີສົມຄວນ. ໂອກາດນີ້ ພັນເອກ ບົວເງິນ ຫົງໄຂຄໍາ ຍັງໄດ້ເນັ້ນຕື່ມວ່າ: ພາຍຫຼັງສຳເລັດການເຊື່ອມຊຶມ ຄັ້ງນີ້ແລ້ວ ທຸກໆ ສະຫາຍທີ່ເຂົ້າ ຮ່ວມກອງປະຊຸມຕ້ອງຍົກສູງ ຄວາມຮັບຜິດຊອບໜ້າທີ່ການ ເມືອງ, ເຊີດຊູບົດບາດຄວາມ ເປັນແບບຢ່າງຂອງຕົນ ແລະ ນຳໜ້າປັບປຸງຍົກລະດັບຄວາມ ຮູ້-ຄວາມສາມາດໃຫ້ສູງຂຶ້ນສົມ ຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລ ຍະໃໝ່ດ້ວຍການປັບປຸງຕົນເອງ ຢ່າງຮອບດ້ານ, ສູ້ຊົນບຸກບືນ ເຮັດສຳເລັດໜ້າທີ່ການເມືອງ ແລະ ຖືເປັນຂະບວນການອັນ ໜຶ່ງໃນການປັບປຸງກົມກອງທາງ ດ້ານແນວຄິດ, ທັງເປັນການ ສ້າງຂະບວນການຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ໃຫ້ ເປັນຂະບວນການຟົດຟື້ນຢ່າງ ແຂງແຮງ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ