ກົມໃຫຍ່ເສນາທິການກອງທັບປະກາດໃຫ້ນາຍທະຫານພັກການກຽມຮັບເບ້ຍບໍານານ
ເວລາອອກຂ່າວ: 2023-12-26 13:50:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3117 | ຄວາມນິຍົມ:
ວັນທີ 25 ທັນວາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບເບ້ຍບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພາກສ່ວນທີ່ກຽມຮັບເບ້ຍບໍານານເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການ ພັກການຮັບເບ້ຍບໍານານ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ, ອີງຕາມການຄົ້ນຄວ້າຕົກລົງເປັນເອກະພາບ ຂອງກອງປະຊຸມຄະນະລັດຖະມົນຕີກະຊວງປ້ອງກັນປະເທດ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງໃຫ້ ສະຫາຍ ພັນເອກ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ, ພັນເອກ ຄໍາແພງ ຍຸທະວົງ ຮອງຫົວໜ້າກົມລົດຕັງ-ຍານເກາະ, ພັນເອກ ພັນສາຍ ຂັນທະໄຊ ຮອງຫົວໜ້າກົມສູ້ຮົບ, ພັນເອກ ຄໍາສົນ ທິບສົມພັນ ຮອງຫົວໜ້າກົມການທະຫານທ້ອງຖິ່ນ, ພັນເອກ ຄໍາພັນເຊໃຫຍ່ ທຸມມະແສງ ຫົວໜ້າການເມືອງໂຮງຮຽນທະຫານຊາຍແດນ 712, ພັນເອກ ເປັ່ງສອນ ພຸດທະໄຊ ຫົວໜ້າການທະຫານໂຮງຮຽນເຫຼົ່າຮົບສື່ສານ 205,
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍຄືປະກອບສ່ວນເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ໃນໄລຍະຜ່ານມາ ເຊິ່ງການປະກາດລຸລ່ວງກຽມຮັບເບ້ຍບໍານານໃນຄັ້ງນີ້ ກໍແມ່ນປະຕິບັດຕາມນະແນວທາງຂອງພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານທຸກສະຫາຍ ເມື່ອຮອດອາຍຸກະສຽນກໍຕ້ອງປະຕິບັດໃຫ້ຖືກຕ້ອງຕາມແນວທາງກຽມເຂົ້າຮັບເບ້ຍບໍານານ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ສືບຕໍ່ຊີ້ນໍາ-ນໍາພາສຶກສາອົບຮົມລູກຫຼານ ປະຕິບັດລະບຽບກົດໝາຍຂອງບ້ານເມືຶອງ ເຂົ້າຮ່ວມທຸກການເຄື່ອນໄຫວຢູ່ຮາກຖານ ເຮັດຮາກຖານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍເປັນຫຼັກແຫຼງຊຸກຍູ້ໃຫ້ເຂົາເຈົ້າ ເປັນເຈົ້າການປະກອບສ່ວນເຮັດວຽກງານປ້ອງກັນຊາດປ້ອງກັນ-ຄວາມສະຫງົບຢ່າງແຂງແຮງ ເຮັດໃຫ້ປະເທດມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ