ນັກສຶກສາ ຫ້ອງແພດປະລິນຍາຕີ ຊຸດທີ X ວພທ ເຄື່ອນໄຫວເຝິກຫັດວິຊາແຜນທີ່
ເວລາອອກຂ່າວ: 2023-12-27 09:18:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 734 | ຄວາມນິຍົມ:
ວັນທີ 16 ທັນວາ 2023, ນັກສຶກສາ ຫ້ອງແພດປະລິນຍາຕີຊຸດທີ X ວິທະຍາຄານການແພດກອງທັບ (ວພທ) ໄດ້ລົງເຝິກຫັດວິຊາແຜນທີ່ການທະຫານ ນຳພາໂດຍ ສະຫາຍ ພັນໂທ ຄຳພັກ
ແດນພະເພັງ ຫົວໜ້າຫ້ອງການຄູ ວພທ ພ້ອມດ້ວຍຄະນະກຳ
ມະການ-ອະນຸກຳມະການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ເພື່ອໃຫ້ນັກສຶກສາຮຽນຮູ້ນຳ
ໃຊ້ຢ່າງຖືກຕ້ອງກ່ຽວກັບວິຊາແຜນທີ່ການທະຫານ ເພື່ອນຳໄປຮັບໃຊ້ຢູ່ກົມກອງໃຫ້ຖືກຕ້ອງຕາມຫຼັກການ ແລະ ມີຄວາມເປັນເອກະພາບກັນໃນທົ່ວກອງທັບ ພື້ນຖານນຳໃຊ້ເຂົ້າໃນຂົງເຂດວຽກງານປ້ອງກັນຊາດປະຕິບັດໜ້າທີ່ສູ້ຮົບ ເຊິ່ງຈຳເປັນຕ້ອງໃຫ້ຮູ້ຄວາມໝາຍ ຄວາມສຳຄັນຂອງແຜນທີ່ ຫຼັກການແບ່ງຕອນ ແລະ ເລກໝາຍແຜນທີ່, ວິທີນຳໃຊ້ແຜນທີ່, ມາດຕາສ່ວນຂອງແຜນທີ່, ການນຳໃຊ້ມາດຕາສ່ວນຂອງແຜນທີ່, ເຄື່ອງໝາຍຂອງແຜນທີ່, ລະບົບມາດຕາສ່ວນ, ລະບົບເຄື່ອງແຕ້ມມາດຕາສ່ວນ, ລະບົບເຄື່ອງໝາຍອະທິອາຍ, ການວັດແທກໄລຍະແຜນທີ່ດ້ວຍມາດຕາສ່ວນຕົວເລກ, ວັດ
ແທກຄິດໄລ່, ໄລຍະຫ່າງເທິງແຜນ
ທີ່ດ້ວຍບັດທັດມາດຕາສ່ວນແຜນ
ທີ່, ນຳໃຊ້ບັນທັດເຄິ່ງວົງມົນແທກ
ມູມອານຟາ, ລະບົບຈຸດພິກັດໃນ
ແຜນທີ່, ການລາຍງານຈຸດພິກັດ
ແລະ ຊອກຈຸດພິກັດ, ພູມສາດການຂະຫຍາຍແຜນທີ່, ແຕ້ມຂະຫຍາຍແຜນທີ່, ວິທີແຕ້ມຕາ
ກະໂລແຜນຮ່າງ. ຜົນການຈັດຕັ້ງປະຕິບັດຕົວຈິງ ໄດ້ຄະແນນ 9 ຈຳ
ນວນ 64 ສະຫາຍ ເທົ່າກັບ 92,7% ແລະ ຄະແນນ 8 ຈຳ
ນວນ 5 ສະຫາຍ ເທົ່າກັບ 7,3%.
ໂດຍ: ຊ້ຽມ ສິລີທຳໂມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ