
ສະຫະພັນແມ່ຍິງ ກອງພັນໃຫຍ່ 703 ສະຫຼຸບວຽກງານກອງທຶນ
ເວລາອອກຂ່າວ: 2023-12-27 09:18:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1390 | ຄວາມນິຍົມ:
ໃນວັນທີ 21 ທັນວາ 2023, ສະຫະພັນແມ່ຍິງ ກອງພັນໃຫຍ່ 703 ໄດ້ສະຫຼຸບວຽກງານກອງທຶນເງິນຝາກຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສູນທອນ ພົມມະແສນ ຫົວໜ້າການເມືອງ ກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາ ຕະຫຼະຮອດສະມາຊິກກອງທຶນເງິນຝາກເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ສົນດາວັນ
ທິບພະວົງ ຫົວໜ້າຂະແໜງສະ
ຫະພັນແມ່ຍິງ ກອງພັນໃຫຍ່ 703
ໄດ້ຜ່ານບົດສະຫຼຸບວຽກງານກອງທຶນເງິນຝາກຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2023, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກກອງທຶນເງິນຝາກຢ່າງເປັນປົກກະຕິ ເຮັດໃຫ້ສະມາຊິກຮັບຮູ້ ແລະ ເຂົ້າໃຈເຖິງກອງທຶນເງິນຝາກ ເຊິ່ງເປັນກອງທຶນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄະນະສະຫະພັນແມ່ຍິງ ຍາມໃດກໍໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບການມອບໝາຍ
ດ້ວຍຄວາມເອົາໃຈໃສ່ ແລະ ໄດ້
ເກັບທ້ອນເງິນດອກເບ້ຍຢ່າງ
ຄົບຖ້ວນ; ໃນປີ 2023 ນີ້, ມີສະ
ມາຊິກກອງທຶນທັງໝົດ 653 ສະຫາຍ, ຍິງ125 ສະຫາຍ, ເພີ່ມ
ຂຶ້ນ 15%, ມີເງິນຝາກປີ 2023
ທັງໝົດ2.729.072.203 ກີບ; ເງິນປ່ອຍໃຫ້ກູ້-ຢືມ 1.941.917.000 ກີບ ແລະ ໄດ້ດອກເບ້ຍ 432.167.000 ກີບ.
ໂດຍ: ກອງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ