
ຫົວໜ້າຫ້ອງການເມືອງ ວິທະຍາຄານການແພດກອງທັບ ເຂົ້າອວຍພອນທີ່ປືກສາທູດປ້ອງກັນຊາດ ສສ ຫວຽດນາມ
ເວລາອອກຂ່າວ: 2023-12-27 09:24:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 871 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ສະຫາຍ
ພັນໂທ ສີສຸບັນ ທີປະພັນ ຫົວໜ້າ
ຫ້ອງການເມືອງ ວິທະຍາຄານ
ການແພດກອງທັບ ພ້ອມດ້ວຍຄະ
ນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ ເຂົ້າອວຍ
ພອນທີ່ປຶກສາທູດປ້ອງກັນຊາດ
ສສ ຫວຽດນາມ ປະຈຳ ສປປ
ລາວ ເນື່ອງໃນໂອກາດວັນສ້າງ
ຕັ້ງກອງທັບປະຊາຊົນຫວຽດ
ນາມ ຄົບຮອບ 79 ປີ (22 ທັນວາ 1944-22 ທັນວາ 2023), ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພັນເອກ ຫງວຽນແມນ ເກື່ອງ
ຮອງຫົວໜ້າທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ລາວ ພ້ອມຄະນະ.
ສະຫາຍ ພັນໂທ ສີສຸບັນ
ທີປະພັນ ໄດ້ອວຍພອນໄຊອັນປະ
ເສີດ ມາຍັງຮອງຫົວໜ້າທີ່ປຶກ
ສາທູດປ້ອງກັນຊາດ ສສ ຫວຽດ
ນາມ ປະຈຳ ສປປ ລາວ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ,
ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ, ສືບຕໍ່ເສີມຂະ
ຫຍາຍສາຍພົວພັນທີ່ເປັນມູນ ເຊື້ອ
ຄວາມສາມັກຄີໃຫ້ໝັ້ນຄົງຕະ
ຫຼອດໄປ.
ສະຫາຍ ພັນເອກ ຫງວຽນແມນ ເກື່ອງ ໄດ້ສະແດງຄວາມຂອບໃຈມາຍັງສະຫາຍ ພັນໂທ ສີສຸບັນ ທີປະພັນ ພ້ອມຄະນະ ທີ່
ເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງວັນດັ່ງກ່າວ ທີ່ໄດ້ເຂົ້າມາອວຍພອນໃນຄັ້ງນີ້, ເຊິ່ງເປັນການ
ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຄວາມສາມັກຄີ ແລະ ການຮ່ວມມືຮອບ
ດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືສອງກອງທັບ ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ