ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ຫັນ​ເອົາ​ການ​ຄຸ້ມ​ຄອງ​ນ້ຳມັນ​ເຊື້ອ​ໄຟ ເຂົ້າ​ສູ່​ແບບແຜນ​ທັນ​ສະໄໝ
ເວລາອອກຂ່າວ: 2023-12-27 09:28:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2362 | ຄວາມນິຍົມ:



ກົມ​ນໍ້າມັນ​ເຊື້ອ​ໄຟ ມີ​ພາລະ​ບົດບາດ ເປັນ​ເສນາ​ທິ​ການ​ໃຫ້​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ວຽກ​ງານ​ນໍ້າມັນ​ເຊື້ອ​ໄຟ, ມີໜ້າ​ທີ່​ຈັດ​ຕັ້ງ​ຮັບປະກັນ ແລະ ຄຸ້ມ​ຄອງ​ນ້ຳມັນ​ເຊື້ອ​ໄຟ ໃຫ້​ກອງທັບ ໄດ້​ເຮັດ​ສຳເລັດ​ໜ້າທີ່​ ໃນ​ຍາມ​ປົກກະຕິ ກໍ​ຄືໃນ​ຍາມ​ເຄື່ອນ​ໄຫວ​ສູ້​ຮົບ ໄປ​ພ້ອມ​ກັນ​ນັ້ນ, ກໍ​ເຮັດ​ໜ້າທີ່​ກໍ່ສ້າງ​ຂະແໜງການ​ນ້ຳມັນ​ເຊື້ອ​ໄຟ ໃຫ້​ໜັກ​ແໜ້ນ, ເຂັ້ມ ແຂງ ແລະ ຫັນ​ເປັນ​ທັນ​ສະໄໝ. ເຊິ່ງ​ມາ​ຮອດປັດຈຸບັນບັນດາກົມ ​ກອງ​ກຳລັງຫຼວງມີປໍ້ານໍ້າມັນເຊື້ອ ໄຟ​ທັນ​ສະໄໝ​ໃຊ້​ກວມເອົາ 85%. ສະຫາຍ ພົນ​ຈັດຕະວາ ຈັນທະ​ຈັກ ໄຊ​ຍະ​ວົງສາ ຫົວໜ້າ​ກົມ​ນ້ຳມັນ​ເຊື້ອ​ໄຟ ກົມ​ໃຫຍ່​ພະ ລາທິການ​ກອງທັບ ໄດ້​ໃຫ້​ສຳພາດ ​ຕໍ່​ນັກ​ຂ່າວ​ໜັງສືພິມ​ກອງທັບ​ວ່າ: ນັບ​ແຕ່​ປີ 2007 ເປັນຕົ້ນ​ມາ, ກົມ​ນ້ຳມັນ​ເຊື້ອ​ໄຟ​ໄດ້​ມີ​ຄວາມ​ພະ ຍາຍາມ ແລະ ເປັນ​ເຈົ້າ​ການປັບ ປຸງ​ຂະແໜງການ​ນ້ຳມັນ​ເຊື້ອ​ໄຟ​ ໃນ​ກອງທັບ​ໃຫ້​ຫັນ​ເຂົ້າ​ສູ່​ລະບຽບ ​ແບບແຜນ​ເທື່ອລະ​ກ້າວ, ໂດຍ ​ເລີ່ມ​ ຈາກ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ ລ່າງ​ຮັບປະກັນ​ນ້ຳມັນ​ເຊື້ອ​ໄຟ, ສຸມ​ ໃສ່​ການ​ກໍ່ສ້າງ​ພະນັກງານ​ວິຊາ​ ການຢູ່​ພາຍ​ໃນ ແລະ ຕ່າງປະ ເທດ, ສຸມທຶນຮອນເຂົ້າ​ໃນ​ ການ​ກໍ່ສ້າງ​ລະບົບ​ສາງນໍ້າມັນ ເຊື້ອໄຟ ຢູ່​ຕາມ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ ພ້ອມ​ກັນ​ນັ້ນ, ບັນ ດາ​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ກໍ​ມີ​ສາງ ແລະ ປໍ້າ ເບີກ​ຈ່າຍ​ນໍ້າມັນ ສາມາດ​ຮັບ ປະກັນ​ນ້ຳມັນ​ເຊື້ອ​ໄຟ ໃຫ້​ແກ່​ວຽກ​ງານ​ກຽມພ້ອມ​ສູ້​ຮົບ, ເຝິກແອບ​ຮ່ຳຮຽນ, ເຄື່ອນ​ໄຫວ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ແລະ ກໍ່ສ້າງ​ເສດຖະກິດ, ອັນ​ພົ້ນ​ເດັ່ນ​ໃນ​ຊຸມ​ປີຜ່ານມາ ໄດ້​ປັບປຸງ​ຂະ ແໜງການ​ໃຫ້​ເຂັ້ມແຂງ ແລະ ຫັນ​ເປັນ​ທັນ​ສະໄໝ ມາ​ຮອດ​ປັດ ຈຸບັນ​ນີ້, ບັນດາ​ວຽກ​ງານ​ດັ່ງ ກ່າວ ໄດ້​ຈັດ​ຕັ້ງ​ເປັນ​ຮູບ​ປະ​ທຳ​ຫຼາຍ​ດ້ານ​ ເປັນຕົ້ນ: ມີ​ກົງຈັກ​ການ ຈັດຕັ້ງ​ນ້ຳມັນ​ເຊື້ອ​ໄຟ​ທີ່​ເປັນ​ເອ ກະ​ພາບ​ແຕ່​ເທິງ​ລົງ​ລຸ່ມ, ມີ​ພະ ນັກງານ​ວິຊາ​ສະເພາະ​ທີ່​ມີ​ຄວາມ​ ຮູ້ ຄວາມສາມາດ, ມີ​ພື້ນຖານ​ນິຕິ​ ກຳ​ທີ່ເປັນ​ລະບົບ​ຄົບ​ຊຸດ ແລະ ໄດ້​ປະກອບ​ເຄື່ອງມື​ທີ່​ທັນສະໄໝ ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ນ້ຳມັນ​ເຊື້ອ​ໄຟ ຢ່າງ​ຮັດກຸມ. ກ່ຽວ​ກັບ​ວຽກ​ງານ​ສະໜອງ (ເບີກ​ຈ່າຍ) ແລະ ຄຸ້ມ​ຄອງ​ນໍ້າ ມັນ​ເຊື້ອ​ໄຟ ໄດ້​ເປັນ​ເຈົ້າ​ການຈັດ ຕັ້ງ​ເບີກ​ຈ່າຍ, ສະໜອງ​ນໍ້າມັນ​ ເຊື້ອໄຟໃຫ້​ບັນດາ​ກົມ​ກອງ ແລະ ບັນດາ​ແຜນການ​ວຽກ​ງານ​ ລວມ​ຂອງ​ກະຊວງຕາມ​ແຜນ ການ​ທີ່​ຂັ້ນ​ເທິງ​ອະນຸມັດໃນ​ນີ້, ຮ່ວງ​ທີ່​ແບ່ງປັນ​ໃຫ້​ບັນດາກົມ ກອງໄດ້​ຈັດ​ຕັ້ງ​ຮັບປະກັນ​ໃຫ້​ເປັນ​ ເດືອນ, ເປັນ​ງວດ ຫຼື ໝົດ​ປີ​ບາດ ​ດຽວ, ສ່ວນ​ຮ່ວງ​ແຮ​ຂອງ​ກະຊວງ ແມ່ນ​ຄິດໄລ່​ເບີກ​ຈ່າຍ​ຕາມແຜນ ການ​ວຽກ​ງານ​ຕົວ​ຈິງ ແລະ ຄວາມ​ ສາມາດ​ຂອງ​ວັດຖຸ, ມີ​ຫຼາຍ​ໂຄງ ການ​ຂອງ​ກະຊວງໄດ້​ຈັດ​ຕັ້ງ ພະນັກງານ​ວິຊາ​ການ​ໄປ​ຮັບປະ ກັນ​ໂດຍກົງ​ເຊັ່ນ: ໂຄງການ 01728, ບັ້ນ​ຊ້ອມ​ຮົບ​ຂັ້ນ​ຍຸດ​ທະ​ສາດ, ກອບ​ກູ້​ໄພພິບັດ, ສະເຫຼີມ ສະຫຼອງ​ວັນ​ສຳຄັນ​ຂອງ​ຊາດ, ການ​ແກ້​ໄຂ​ຄວາມ​ບໍ່​ສະຫງົບ​ຢູ່​ເຂດ​ໃຈກາງ, ໂຄງການ​ເກັບ​ກູ້​ລະເບີດ ແລະ ອື່ນໆ ເຊິ່ງ​ເຫັນວ່າ ຄົບ​ຖ້ວນ, ທັນ​ເວລາ, ຄົບ​ຊຸດແລະ ຊັດ​ເຈນ, ບັນດາ​ປະກົດ​ການຫຍໍ້ ທໍ້​ກ່ຽວ​ກັບ​ວິຊາ​ສະເພາະ​ໄດ້​ຫຼຸດ ​ໜ້ອຍ​ຖອຍ​ລົງ. ຄຽງ​ຄູ່​ກັນ​ນັ້ນ, ກໍ​ໄດ້​ຈັດ​ຕັ້ງ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ຮັບປະກັນ ແລະ ຄຸ້ມ​ຄອງ, ຂໍ້​ກຳນົດ​ວຽກ​ງານ​ບັນ ຊີ, ວຽກ​ງານ​ສະຫຼຸບ​ຂາດ​ຕົວ, ຂໍ້​ ກຳນົດ​ກ່ຽວ​ກັບ​ອັດຕາ​ສິ້ນ​ເປືອງ​ໃນ​ການ​ນຳ​ໃຊ້​ນ້ຳມັນ, ໄດ້​ອອກ ​ແຈ້ງ​ການ​ປະຢັດ​ນ້ຳມັນ ພ້ອມ​ທັງ​ ໄດ້​ດຳເນີນວຽກ​ງານ​ກວດກາ, ກວດ​ສອບ​ເປັນປົກກະຕິ, ຊີ້​ນຳ ​ ອົງການ​ນໍ້າມັນ​ເຊື້ອ​ໄຟ​ຂັ້ນ​ລຸ່ມ ຈັດ​ຕັ້ງ​ປະຕິບັດ ບັນດາ​ນິຕິ​ກຳ​ວິ ຊາ​ສະເພາະ ເຮັດ​ໃຫ້​ການຈັດຕັ້ງ​ຮັບປະກັນ ແລະ ຄຸ້ມ​ຄອງ​ຢູ່​ບັນ ດາ​ກົມ​ກອງ ເຖິງ​ວ່າ​ນໍ້າມັນ​ມີ​ຈຳ ນວນ​ຈຳກັດ ແຕ່ບັນ​ດາ​ກົມ​ກອງ​ ກໍ​ໄດ້ຄຸ້ມ​ຄອງ-ນຳ​ໃຊ້​ຢ່າງ​ປະຢັດ ແລະ ມີ​ສ່ວນ​ແຮ​ໄວ້. ວຽກ​ງານ​ຮັບປະກັນ​ເຕັກ ນິກ​ນໍ້າມັນ​ເຊື້ອ​ໄຟ: ໄດ້​ຈັດ​ຕັ້ງ​ຄຸ້ມ​ຄອງ-ປົກ​ປັກ​ຮັກສາພື້ນຖານ​ຮັບປະກັນ​ນໍ້າມັນ​ເຊື້ອ​ໄຟ​ໃນ​ທົ່ວ​ກອງທັບ, ສຳເລັດ​ການ​ຂຶ້ນ​ບັນຊີ​ພາຫະນະ​ເຕັກນິກ, ອຸປະກອນ​ນໍ້າ ມັນ​ເຊື້ອ​ໄຟ, ລະບົບ​ສາງ​ນໍ້າມັນ​ແຕ່​ລະ​ຂັ້ນ, ໄດ້​ກຳນົດ​ຮູບ​ແບບ​ສາງ​ນໍ້າມັນ​ແຕ່​ລະ​ຂັ້ນ, ສະໜອງ​ອຸປະກອນ​ນໍ້າມັນ​ໃຫ້​ບັນດາ​ກົມ​ກອງ​ຢ່າງ​ທົ່ວ​ເຖິງ ພ້ອມ​ກັນ​ນັ້ນ, ກໍ​ບົວລະບັດ, ສ້ອມແປງ​ສາງ​ນ້ຳ ມັນ ແລະ ກໍ່ສ້າງ​ຖັງ​ໃໝ່​ຄື: ຕິດ​ຕັ້ງ​ ລະບົບ​ຖັງ​ຕັ້ງ ຢູ່​ສາງ​ນ້ຳມັນເຊື້ອ ໄຟ​ເລກ 9 ຈຳນວນ 1 ຖັງ, ກໍ່ສ້າງ​ ປ້ຳ​ເບີກ​ຈ່າຍ​ນ້ຳມັນ​ທັນ​ສະໄໝ​ ຂອງ​ກະຊວງ 1 ແຫ່ງ ແລະ ກົມ​ ກອງ​ກຳລັງ​ຫຼວງ​ໄດ້ 12 ກົມ ກອງ, ປະກອບ​ເຄື່ອງ​ຈັກ​ເບີກ​ ຈ່າຍຍ່ອຍ​ທັນ​ສະໄໝ ໃຫ້​ສາງ​ນໍ້າມັນ​ຂັ້ນ​ຍຸດ​ທະ​ສາດ, ຟື້ນ​ຟູ, ສ້ອມແປງ​ລົດ​ວິຊາ​ສະເພາະ​ເບີກ​ຈ່າຍ​ນ້ຳມັນ​ໄດ້ 3 ຄັນ, ດັດ ແປງ​ລົດ​ຂົນສົ່ງ​ເປັນ​ລົດ​ຊີ​ແຕັກ 7 ຄັນ, ດັດແປງ​ລະບົບ​ຫ້າມ​ລໍ້ ຈາກ​ລະບົບ​ນຳ​ໃຊ້​ນ້ຳມັນ​ເປັນ​ລະບົບ​ລົມ ຂອງ​ລົດ​ວິຊາ​ສະ ເພາະ​ເບີກ​ຈ່າຍ​ນໍ້າມັນ 4 ຄັນ, ບົວ ລະບັດ​ສ້ອມແປງ​ໃຫຍ່ລະບົບ​ເຕັກນິກ​ຂອງ​ສາງ​ນໍ້າມັນ​ເຊື້ອໄຟ ເລກ 3 (ແຫ່ງ​ທີ 2 ນາ​ເຕີຍ) ພ້ອມ​ທັງກໍ່ສ້າງ ແລະ ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ອັກຄີ​ໄພ​ຢູ່​ສາງ​ດັ່ງກ່າວ. ວຽກ​ງານ​ກໍ່ສ້າງ​ຂະແໜງການ ກົມ​ນ້ຳມັນ​ເຊື້ອ​ໄຟ ໄດ້​ເປັນ​ເຈົ້າ​ການ​ວາງ 7 ວຽກ​ງານ​ໃຫຍ່ ເຊິ່ງ​ເປັນ​ວິໄສ​ທັດໃນ​ການ​ປັບປຸງ-ກໍ່ສ້າງ​ຂະແໜງການ​ໃຫ້​ເຂັ້ມແຂງ​ຮອບດ້ານ ແລະ ຫັນ​ເປັນ​ທັນ​ສະ ໄໝ ມາ​ຮອດ​ປັດຈຸບັນ, ບັນດາ​ແຜນການ​ວຽກ​ງານ​ດັ່ງກ່າວ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທຳ​ຕົວ​ຈິງ ເປັນຕົ້ນ: ວຽກ​ງານ​ປັບປຸງ​ກົງຈັກ​ການຈັດຕັ້ງ, ວຽກ​ງານ​ອົບຮົມ​ກໍ່ສ້າງ​ພະນັກງານ​ວິຊາ​ສະເພາະ, ວຽກ​ງານ​ສ້າງ ແລະ ​ປັບປຸງ​ນິຕິ​ກຳ, ວຽກ​ງານ​ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຮັບປະ ກັນ​ນໍ້າມັນ​ເຊື້ອ​ໄຟ, ວຽກ​ງານ​ວິທະຍາສາດ-ປະຫວັດສາດ, ວຽກ​ງານ​ຫັນ​ເປັນ​ທັນ​ສະໄໝ ແລະ ວຽກ​ງານ​ດັດແປງ​ເຕັກນິກ​ຮັບ​ໃຊ້​ ວຽກ​ງານ​ວິຊາ​ສະເພາະ ພ້ອມ​ ກັນ​ນັ້ນ, ກໍ​ໄດ້​ເອົາໃຈໃສ່​ປັບປຸງ​ ກໍ່ສ້າງ​ອົງການ​ກົມ ກໍ​ຄືອົງການ​ນ້ຳມັນ​ແຕ່​ລະ​ຂັ້ນ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ແບບແຜນ​ວິທີ​ ເຮັດ​ວຽກ​ຂອງ​ຄະນະ​ກົມ, ບັນດາ​ພະແນກການ ແລະ ອົງການ​ນໍ້າມັນ ​ເຊື້ອ​ໄຟ ແຕ່​ລະ​ຂັ້ນໄດ້​ຮັບ​ການ ​ປັບປຸງ​ຫັນ​ເຂົ້າ​ສູ່​ລະບຽບ​ແບບ ແຜນ​ທີ່​ດີ​ຂຶ້ນ. ໂດຍ​ສັງ​ລວມ​ແລ້ວ ເຫັນ​ວ່າ​ສາມາດ​ຈັດ​ຕັ້ງ​ຮັບປະກັນ ແລະ ຄຸ້ມ​ຄອງ​ນໍ້າມັນ​ເຊື້ອ​ໄຟ​ໃຫ້​ ທຸກ​ວຽກ​ງານ​ໄດ້​ຄົບ​ຖ້ວນ, ທັນ​ເວ ລາ, ຊັດ​ເຈນ ແລະ ຍັງ​ມີ​ສ່ວນ​ແຮ​ ໄວ້, ຮັບປະກັນ​ໃຫ້​ທຸກ​ການເຄື່ອນ ໄຫວ​ຂອງ​ກອງທັບ ໄດ້​ເຮັດ​ສຳ ເລັດ​ໜ້າທີ່, ທົ່ວ​ຂະແໜງການ​ມີ​ ຄວາມ​ສະຫງົບ, ໜັກ​ແໜ້ນ, ຂະ ຫຍາຍຕົວ ແລະ ຫັນ​ເປັນ​ທັນ​ສະໄໝ​ຢ່າງ​ກ້າວ​ກະໂດດ, ສາ ມາດ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ໃນ​ຂະແໜງການ ໄດ້​ດີ​ສົມຄວນ. ສະຫາຍ ຫົວໜ້າ​ກົມ​ນ້ຳມັນ​ເຊື້ອ​ໄຟ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ການ ເຄື່ອນໄຫວ​ວຽກ​ງານ​ນໍ້າມັນ​ເຊື້ອ​ໄຟ​ໃນ​ໄລຍະ​ຜ່ານ​ມາ ເຖິງ​ຈະ​ພົບ ​ຂໍ້​ຫຍຸ້ງ​ຫຍາກ​ຫຼາຍ​ດ້ານ​ອັນ​ເນື່ອງ​ມາ​ຈາກ ກອງທັບ​ພວກ​ເຮົາ ​ມີ​ການ​ປະກອບພາຫະນະ​ເຕັກ ນິກ, ອາວຸດ-ກະສຸນຫຼາຍ​ຊະນິດ, ຄວາມ​ຕ້ອງການ​ນຳ​ໃຊ້​ນໍ້າມັນ​ຫຼາຍ​ຊະນິດ​ແຕກ​ຕ່າງ​ກັນ, ນໍ້າມັນ​ເຊື້ອ​ໄຟ ແມ່ນ​ໄດ້​ນຳ​ເຂົ້າ​ຈາກ​ຕ່າງປະເທດ, ມີ​ບາງ​ຊະນິດ ຕ້ອງ​ ໄດ້​ນຳ​ເຂົ້າ​ຈາກ​ປະເທດ​ຜູ້​ຜະລິດ​ ພາຫະນະ​ເຕັກນິກ ແຕ່​ພວກ​ເຮົາ​ກໍ​ ສາມາດ​ຜ່ານ​ຜາ​ມາ​ໄດ້. ໝາກຜົນ​ ດັ່ງກ່າວ​ກໍ​ຍ້ອນໄດ້​ຮັບ​ການ​ຊີ້​ ນຳຢ່າງ​ໃກ້ຊິດຕິດແທດຈາກ​ຄະນະ​ພັກ​ກະຊວງ​ປ້ອງ​ກັນປະ ເທດ ກໍ​ຄືກົມ​ໃຫຍ່​ພະລາທິການ ​ກອງທັບ, ສຸມ​ທຶນຮອນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພະນັກງານ​ວິຊາ​ສະເພາະ, ກໍ່ສ້າງ​ພື້ນຖານ​ວັດຖຸ​ເຕັກນິກ​ນ້ຳມັນ​ເຊື້ອ​ໄຟ, ພ້ອມ​ທັງ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍເຫຼືອ​ອັນ​ລ້ຳ​ຄ່າ ຈາກ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ເຮັດ​ໃຫ້​ຂະແໜງການ​ນ້ຳມັນ​ເຊື້ອ​ໄຟ ເຕີບ​ໃຫຍ່ຂະ ຫຍາຍຕົວ, ມີ​ຄວາມ​ເຂັ້ມແຂງ, ໜັກ​ແໜ້ນ ແລະ ໄດ້​ຫັນ​ເປັນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ