
ຍີ່ປຸ່ນ ຄວນຄວບຄຸມງົບປະມານ ການປ້ອງກັນປະເທດ ຕາມເສັ້ນທາງສັນຕິພາບ
ເວລາອອກຂ່າວ: 2023-12-27 09:32:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 996 | ຄວາມນິຍົມ:
ຕາມຂ່າວສານຊິນຮວາ ລາຍງານວ່າ: ວັນທີ 22 ທັນວາ ນີ້, ລັດຖະບານຍີ່ປຸ່ນໄດ້ຮັບຮອງ ເອົາຮ່າງມະຕິກ່ຽວກັບງົບປະ ມານຂອງລັດຖະບານສົກປີ 2024 ໃນກອງປະຊຸມຄະນະລັດ ຖະບານ, ໃນນັ້ນງົບປະມານການ
ປ້ອງກັນປະເທດຂອງຍີ່ປຸ່ນໄດ້ ເພີ່ມຂຶ້ນຮອດລະດັບສູງສຸດໃນ ປະຫວັດສາດ. ໃນວັນດັ່ງກ່າວ, ລັດຖະບານຍີ່ປຸ່ນໄດ້ໄຂກອງປະ ຊຸມ ໂດຍໄດ້ດັດແປງ “ຫຼັກການສາມປະການຂອງການໂອນຍ້າຍອາວຸດຍຸດໂທປະກອນປ້ອງກັນຕົວ” ພ້ອມດ້ວຍແນວທາງການດຳເນີນງານ ເຊິ່ງເປັນການເປີດປະຕູໃຫ້ແກ່ຍີ່ປຸ່ນໃນການສົ່ງອອກອາວຸດຍຸດໂທປະກອນຕ່າງໆ ລວມທັງຂີປະນາວຸດນຳວິຖີເປັນ ຕົ້ນ. ຜູ້ເບິ່ງກວ້າງເຫັນໄກຂອງຍີ່ປຸ່ນເຫັນວ່າ ຍີ່ປຸ່ນຄວນຄວບຄຸມງົບປະມານດ້ານການປ້ອງກັນປະເທດ ບໍ່ຄວຍໃຫ້ງົບປະມານດັ່ງກ່າວເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງທັງຍຶດໝັ້ນເດີນ ຕາມເສັ້ນທາງສັນຕິພາບ.
ທ່ານ ຕາກາຈິງ ຟູຈີຕະ ຫົວ ໜ້າອົງການ “ສືບທອດ ແລະ ເສີມຂະຫຍາຍຖະແຫຼງການມູຣາຢາມະ” ຂອງຍີ່ປຸ່ນເຫັນວ່າ: ຍີ່ປຸ່ນສືບຕໍ່ເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດແມ່ນນະໂຍບາຍທີ່ຈຳກັດຄັບແຄບ ເຊິ່ງຈະພາໃຫ້ສະຖານະການໃນພາກພື້ນເຄັ່ງຕຶງຂຶ້ນ ແລະ ເຮັດໃຫ້ລັດຖະບານຍີ່ປຸ່ນຖະຫຼຳເຂົ້າໃນບັນຫາການເງິນທີ່ໜັກໜ່ວງກວ່າເກົ່າອີກ. ການເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດ ແລະ ຜ່ອນຄາຍຄວາມຈຳກັດໃຫ້ແກ່ການສົ່ງອອກອາວຸດຍຸດໂທປະກອນ ໄດ້ຝືນກັບ “ລັດຖະທຳມະນູນສັນຕິພາບ” ຂອງຍີ່ປຸ່ນ. ສະນັ້ນ, ຍີ່ປຸ່ນຄວນຍຶດໝັ້ນເດີນຕາມເສັ້ນທາງສັນຕິພາບຈະດີກວ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ