ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກກອງບັນຊາການທະຫານ ແຂວງອຸດົມໄຊ
ເວລາອອກຂ່າວ: 2023-12-27 16:06:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2979 | ຄວາມນິຍົມ:



ໃນວັນທີ 25 ທັນວາ 2023 ນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຢ້ຽມຢາມພົບປະໂອ້ລົມຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະບັນຊາເຂົ້າຮ່ວມ. ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາຄະນະພັກກອງ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ລາຍງານສະພາບການໂດຍຫຍໍ້ໃນການຈັດຕັ້ງປະຕິບັນໜ້າທີ່ວຽກງານທີ່ພົ້ນເດັ່ນ ເຊິ່ງຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບເປັນກົກ, ນຳເອົາມາຕິຄຳສັ່ງຂໍ້ກຳນົດກົດລະບຽບຂອງພັກ, ຂອງກອງທັບ ແລະ ມູນເຊື້ອວັນສຳຄັນຕ່າງໆ ມາຈັດຕັ້ງເຊື່ອມຊຶມໃຫ້ບັນດາພະນັກງານສະມາຊິກພັກນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງສູງ, ໃນໂອກາດທີ່ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ມາຢ້ຽມຢາມ ແລະ ພົບປະໂອ້ລົມໃນຄັ້ງນີ້ ສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນໃນສັງຄົມໃຫ້ທັນເວລາ, ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ສຸມໃສ່ສ້າງພະລາທິການກັບທີ່ບົນຈິດໃຈທີ່ວ່າ :ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີທີ່ຈະມາເຖິງໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ. ຂ່າວ: ຮຕ ນາງວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ