
ສະຫຼຸບຜົນງານຂອງຕານ່າງຂ່າວແລະເພຶ່ອນຮ່ວມງານ 2023
ເວລາອອກຂ່າວ: 2023-12-27 16:50:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4336 | ຄວາມນິຍົມ:
ໃນປີ 2023 ທີ່ຜ່ານມານີ້ ໄດ້ມີບັນດາສະຫາຍນັກຂ່າວທີ່ເຮັດໜ້າທີ່ເປັນຕານາ່ງຂາ່ວ ແລະ ເພື່ອນຮ່ວມງານຈາກບັນດາກົມກອງກຳລັງຫຼວງ ແລະກຳລັງທ້ອງຖີ່ນໃນທົ່ວປະເທດ ໄດ້ສົ່ງບົດ, ຂ່າວ, ຮູບພາບແລະຄຣິບຂາ່ວ ມາໃຫ້ໜັງສືພິມກອງທັບປະຊາຊົນລາວຫຼາຍປີຜ່ານມາ ແລະ ມາໃນປິນີ້ ຍັງມີບາງກົມກອງໄດ້ສົ່ງເປັນຄຣິບຂ່າວ ມາໃຫ້ໜັງສືພິມພວກເຮົາ ໄດ້ເຜີຍແຜ່ອອກທາງອອນລາຍ ເຊີ່ງໄດ້ຮັບຄວາມນິຍົມຊົມເຊິຍ ຈາກສັງຄົມຢ່າງຫຼວງຫຼາຍ,ພ້ອມກັນນີ້ ບັນດາ ບົດ, ຂ່າວ, ຮູບພາບ ແລະ ຄຣິບຂ່າວ ທີ່ໄດ້ສົ່ງມານັ້ນ ມີຄວາມວ່ອງໄວທັນກັບສະຖານະການທີ່ເກີດຂຶ້ນ. ຄະນະບັນນາທິການໜັງສືພິມກອງທັບ ໄດ້ກວດກາຮຽບຮຽງນຳໃຊ້ລົງເຜິຍແຜ່ຜ່ານສື່ ເຊັ່ນ:ລົງໜັງສືພິມກອງທັບ,ເຟດບຸກແຟນເພຣ ແລະລົງເວບໄຊຂອງໜັງສືພິມກອງທັບຢ່າງຕໍ່ເນ່ືອງ ຕອບສະໜອງຂໍ້ມູນຂາ່ວສານ ແລະ ທົ່ວສັງຄົມໄດ້ຮັບຄວາມຮູ້ຂາ່ວສານກ່ຽວກັບການເຄື່ອນໄຫວຂອງກອງທັບເຮົາ . ບັນດາສະຫາຍທີ່ໄດ້ສົ່ງບົດ,ຂ່າວແລະຮູບແລະຄຣິບຂາ່ວໄປໃຫ້ພວກເຮົານັ້ນມັນໄດ້ສະແດງອອກດັ່ງນີ້
ບັນດາສະຫາຍທີ່ໄດ້ສົ່ງບົດ,ຂາ່ວ,ຮູບ ແລະຄຣິບຂ່າວແຕ່ 100- 140 ມີຈໍານວນ 7 ສະຫາຍທີ່ໄດ້ລາງວັນເປັນປະເພດທີ່ 1ຄື:1/ ຮອ້ຍເອກ ຄຳປະສົງ ລາດຊະວົງ ນັກຂ່າວກົມໃຫ່ຍພະລາທິການກອງທັບ ມີ 140 ຂ່າວ, 2/ ສະຫາຍ ຮ້ອຍໂທ ສຸວັນໂນ ທະລັງສີ ນັກຂ່າວກອງພົນທີ່ 2 ມີ 105 ຂ່າວແລະ ຄຣິບຂາວ4ຄຣິບ, 3/ ສະຫາຍຮ້ອຍໂທ ສົມພູນ ທຳມະຕາກ ນັກຂ່າວ ທະຫານແຂວງອຸດົມໄຊ ມີ 100 ຂ່າວແລະ ຄຣິບ ຂ່າວ 3 ຄຣິບ,4/ ສະຫາຍຮ້ອຍໂທ ໂກຮັງ ພັນທະວົງ ນັກຂ່າວ ກອງພົນ ທີ 1 ມີ 128 ຂ່າວ, 5/ ສະຫາຍ ພັນຕີ ສົມພອນ ສຸວັນທອນ ນັກຂ່າວ ທະຫານແຂວງ ຫຼວງພະບາງ 100 ຂາວແລະ ຄຣິບຂາ່ວ 3 ຄຣິບ, 6/ ສະຫາຍພັນຕີ ສົມຈີນ ສິນຕາວັນ ນັກຂ່າວ ທະຫານແຂວງໄຊຍະບູລີ ມີ 120 ຂ່າວ, 7/ ພັນຕີ ຈັນທະຈອນ ສີສະເກດ ນັກຂ່າວ ທະຫານແຂວງ ວຽງຈັນ ມີ 100 ຂ່າວ
ບັນດາສະຫາຍທີ່ໄດ້ສົ່ງຂ່າວແລະໄດ້ລົງໜ້າໜັງສືພິມແຕ່ 70-99 ຂາ່ວ ມີຈໍານວນ 9 ສະຫາຍ ໄດ້ເປັນປະເພດທີ່ 2 ມີ ຄື: 1/ສະຫາຍຮ້ອຍເອກ ແສງດາລາ ໄຊຍະລາດ ນັກຂ່າວ ທະຫານນະຄອນຫຼວງ ມີ 98ຂ່າວ, 2/ສະຫາຍ ຮ້ອຍເອກ ສີທາ ສີສົມບັດ ນັກຂ່າວກອງບັນຊາການທະຫານອາກາດ 85ຂ່າວ,3/ສະຫາຍ ພັນຕີແສງອາທິດ ສີດາໄລ ນັກຂ່າວກອງພົນທີ່ 5 ໄດ້ 83 ຂ່າວແລະ ຄຣິບຂາ່ວ 1 ຄຣິບ, 4/ ສະຫາຍຮອ້ຍເອກ ຄໍາແປງ ຟອງສາຍໄໝ ນັກຂ່າວ ໂຮງຮຽນນາຍສິບເລກ 2 ໄດ້ 83 ຂ່າວ, 5/ສະຫາຍ ຮ້ອຍເອກ ນາງ ເພັດນາລີ ກ້ອນພັນທະວົງ ນັກຂ່າວວິທິຍາຄານເຕັກນິກການທະຫານ ໄດ້ 81 ຂ່າວ, 6/ ສະຫາຍ ຮ້ອຍເອກນາງໜູແດງ ລາດສະແກ້ວ ນັກຂ່າວ ກອງພັນໃຫ່ຍ 605 ໄດ້ 83 ຂ່າວ , 7/ສະຫາຍ ຮອ້ຍໂທ ສາຍຄຳ ພອນມະນີ ນັກຂ່າວທະຫານແຂວງວຽງຈັນ ໄດ້ 80 ຂ່າວ,8/ ສະຫາຍ ສິບເອກ ພາກ ສຸດທິປັນຍາ ນັກຂ່າວທະຫານແຂວງບໍ່ແກ້ວ ໄດ້ 80 ຂ່າວ,9/ ສະຫາຍ ວາທີ ວິໄລພອນ ວົງວິສອນ ນັກຂ່າວທະຫານຫານແຂວງ ຈຳປາສັກ ໄດ້ 80 ຂ່າວ.
ບັນດາສະຫາຍທີ່ໄດ້ສົ່ງຂ່າວແລະໄດ້ລົງໜ້າໜັງສືພິມແຕ່ 55-79 ໄດ້ເປັນປະເພດທີ່ 3 ມີ 7 ສະຫາຍຄື: 1,ສະຫາຍ ຮ້ອຍໂທ ລາກີ ພົມມີຈິດ ນັກຂ່າວ ນັກຂ່າວ ທະຫານແຂວງ ຄຳມ່ວນ ໄດ້ 79 ຂ່າວ,2/ ສະຫາຍຮ້ອຍໂທ ທອງສຸກ ນັກຂ່າວ ແຂວງຜົ້ງສາລີ 79 ຂ່າວ, 3 / ສະຫາຍພັນຕີ ນາງ ນ້ອຍ ບານທະວົງນັກຂ່າວກອງບັນຊາການທະຫານແຂວງບໍລິຄຳໄຊໄດ້ 75 ຂ່າວ,4/ ສະຫາຍຮ້ອຍໂທ ຄຳສອນພົມໄຊຍາ ນັກຂ່າວ ກົມໃຫ່ຍເຕັກນິກກອງທັບ ມີ 70 ຂ່າວ, 5/.ສະຫາຍສິບເອກ ພຸດທະວອນ ນັກຂ່າວກົມ ກົມໃຫ່ຍເສນາທິການໄດ້ 70 ຂ່າວ 6/ ສະຫາຍສິບເອກ ວິລະພົງ ນັກຂ່າວທະຫານແຂວງ ສະຫັວນນະເຂດ ໄດ້70 ຂ່າວ, 7/ ສະຫາຍຮ້ອຍເອກ ບຸນເພັງ ວົງແກ້ວມະນີ ນັກຂ່າວ ທະຫານແຂວງຫຼວງພະບາງມີ 56 ຂ່າວ 8/ ສະຫາຍ ຮ້ອຍ ເອກ ເພັງ ມະນີລະສິດ ນັກຂ່າວ ກອງພັນໃຫ່ຍ 605 ມີຄຣິບ ຂາ່ວທັງໝົດ 8 ຄຣິບ
ບັນດາສະຫາຍທີ່ໄດ້ລາງວັນຊົມເຊີຍແມ່ນ ໄດ້ 44-54 ຂ່າວ ມີຈໍານວນ 10 ສະຫາຍ ຄື: 1/ສະຫາຍວາທີ ດາວົງ ບຸດຕາວົງ ນັກຂ່າວ ທະຫານແຂວງ ຈຳປາສັກ ໄດ້ 54 ຂ່າວ,2/ ສະຫາຍ ຮ້ອຍເອກ ກອງຄຳ ຈິງດາຍອດ ນັກຂ່າວ ແຂວງ ເຊກອງ ໄດ້ 53 ຂ່າວ ,3/ ສະຫາຍ ຮ້ອຍເອກ ນາງ ນ້ອຍ ແກ້ວວັນເຮືອງ ນັກຂ່າວ ໂຮງຮຽນ ນາຍສິບ ເລກ 1ໄດ້ 51 ຂາວ ,/4 ສະຫາຍ ຮ້ອຍໂທ ອານຸສັກ ນັກຂາວ ກອງພົນທີ່ 4 ໄດ້ 48 ຂ່າວ ແລະຂ່າວຄຣິບ 1 ຄຣິບ, 5/ ສະຫາຍພັນຕີ ກອງສີ ຈັນເມືອງຊຽງ ນັກຂາວກອງພັນໃຫ່ຍ 703 ໄດ້ 47 ຂ່າວ,6/ ສະຫາຍ ຮ້ອຍໂທ ສາຄອນ ສຸລິເຍດ ນັກຂາວກອງພັນໃຫຍ່ 279 ໄດ້ 46 ຂ່າວ, 7/ ສະຫາຍ ຮ້ອຍເອກ ຄຳໝັ້ນ ຄົງວິໄລ ນັກຂ່າວ ກອງພັນໃຫຍ່ 643 ໄດ້ 45 ຂ່າວ,8/ ສະຫາຍ ຮ້ອຍເອກ ແສງຫຼ້າ ກຸວົງສາ ນັກຂາວ ທະຫານແຂວງ ອັດຕະປື ໄດ້ 45 ຂ່າວ,9/ ສະຫາຍ ວາທີ ສົມພົງ ອິນຕາວັນ ນັກຂ່າວ ສູນ ຝຶກກອງພົນທີ 3 ໄດ້ 45 ຂ່າວ,10/ ສະຫາຍ ຮ້ອຍ ເອກ ເກດຕາວັນ ນັກຂາວ ກົມໃຫຍ່ເສນາທິການ ໄດ້ 44 ຂ່າວ.
ໃນໂອກາດນີ້ຄະນະບັນນາທິການໜັງສືພິມກອງທັບ ພວກເຮົາ ຂໍຂອບອົກຂອບໃຈ ມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງທີ່ອຳນວຍຄວາມສະດວກໃຫ້ນັັກຂາ່ວໄດ້ສົ່ງຂາ່ວໃຫ້ພວກເຮົາຢ່າງສະໝ່ຳສະເໝີ,ພ້ອມກັນນີ້ບັນດານນັກຂ່າວກໍ່ໄດ້ເອົາໃຈໃສ່ຊອກຂໍ້ມູນຂຽນຂາ່ວ,ບົດສົງ່ໃຫ້ພວກເຮົາຕະຫຼອດມາ.ໃນຕໍ່ໜຳ້ນີ້ຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ຮັບຂາ່ວ,ບົດ,ຮູບ ແລະຄຣິບາ່ວຈາກບັນດາສະຫາຍຫຼາຍຂຶ້ນກວ່ວເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ