ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ການນໍາພັກ-ລັດ ແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະນໍາກະຊວງເຂົ້າວາງພວງມາລາໜ້າສົບ ສະຫາຍ ພັນເອກ ຄໍາເພັດ ສຸລິຍະວົງ
ເວລາອອກຂ່າວ: 2023-12-28 14:16:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5263 | ຄວາມນິຍົມ:



ໃນລະຫວ່າງວັນທີ 25-26 ທັນວາ 2023 ນີ້, ການນໍາພັກ-ລັດແຂວງສະຫວັນນະເຂດ ແລະ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ ແລະ ພາກສ່ວນຕ່າງໆ ໄດ້ເຂົ້າວາງພວງມາລາ ເພື່ອໄຫວ້ອາໄລເຖິງການຈາກໄປຂອງ ສະຫາຍ ພັນເອກ ຄໍາເພັດ ສຸລິຍະວົງ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ສະຫວັນນະເຂດ ທີ່ເຮືອນຂອງເພີ່ນເອງ ບ້ານ ສອນໄຊ ນະຄອນໄກສອນພົມວິຫານ ເຊິ່ງໃນນີ້ມີທັງໝົດ75 ກວ່າຄະນະຄື: ການນໍາພັກ-ລັດແຂວງສະຫວັນນະເຂດ ນໍາໂດຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນະເຂດພ້ອມຄະນະ.ມີຄະນະກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ນໍາໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກົມກອງຕ່າງໆທີ່ຂຶ້ນກັບກອງບັນຊາການທະຫານແຂວງ, ກອງບັນຊາການທະຫານ14ເມືອງ ແລະ ນະຄອນ, ນອກຈາກນັ້ນຍັງມີ: ຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ກອງພົນທີ4, ກອງບັນຊາການທະຫານແຂວງຄໍາມ່ວນ, ກອງບັນຊາການທະຫານແຂວງຈໍາປາສັກ,ກອງບັນຊາການທະຫານຊາຍແດນແຂວງກວາງຈິ-ກວາງບິ່ງ ສສ ຫວຽດນາມ, ຊຸດປະສານງານປະຈໍາພື້ນທີ່ຊາຍແດນໄທ-ລາວ, ກົງສູນໃຫຍ່ ສສ ຫວຽດນາມ, ກົງສູນໃຫຍ່ ແຫ່ງຣາຊານາຈັກໄທ ປະຈໍາແຂວງ ສະຫວັນນະເຂດ, ບັນດາອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນໃນທົ່ວແຂວງ, ທັງນີ້ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ຜົນງານ,ຄຸນງາມຄວາມດີທີ່ສະຫາຍໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ. ດັ່ງນັ້ນ, ການນຳພັກ-ລັດກໍ່ຄືອົງການຈັດຕັ້ງຂັ້ນຕ່າງໆຈຶ່ງໄດ້ຈັດພິທີຊາປະນະກິດສົບຂອງສະຫາຍຂື້ນຢ່າງສົມກຽດ. ຕໍ່ມາໃນຕອນບ່າຍກໍ່ໄດ້ມີການຊາປະນະກິດສົບຂື້ນຢ່າງສົມກຽດທີ່ປ່າຊ້າຫຼວງ ນະຄອນໄກສອນພົມວິຫານ ໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດພ້ອມຄະນະ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ