ປະກາດສ້າງຕັ້ງກອງຮ້ອຍທະຫານຊາຍແດນ ໝາຍເລກ 119 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2023-12-28 14:18:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5098 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 26 ທັນວາ 2023 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ປະກາດສ້າງຕັ້ງກອງຮ້ອຍທະຫານຊາຍແດນໝາຍເລກ 119, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບເປັນປະທານ, ສະຫາຍ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຮອງປະທານຄະນະກໍາມະກ ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫ້ອງການຄະນະກໍາມະການການປ້ອງກັນຊາດ-ປ້ອງກັນຄວາມແຂວງ, ພະນັກງານວິຊາການຈາກກົມທະຫານຊາຍແດນ, ພະນັກງານຫຼັກແຫຼ່ງອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນນອງ ອາໄພ ຮອງຫົວໜ້າພະແນກແຜນການສັງລວມ ກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບສະບັບເລກທີ11018/ກສນ ລົງວັນທີ25 ເມສາ 2023 ວ່າດ້ວຍການສ້າງຕັ້ງກອງຮ້ອຍທະຫານຊາຍແດນໝາຍເລກ 119 ເມືອງໃໝ່ ແຂວງຜົ້ງສາລີ, ພ້ອມນັ້ນ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ ສະບັບເລກທີ702/ກບຊ.ຜລ ລົງວັນທີ25 ທັນວາ 2023 ວ່າດ້ວຍໂຄງປະກອບການຈັດຕັ້ງຈໍານວນພົນກອງຮ້ອຍທະຫານຊາຍແດນໝາຍເລກ 119 ໃນນີ້ກອງບັນຊາການທະຫານແຂວງຕົກລົງແຕ່ງຕັ້ງ: ພັນໂທ ສຸກ ສົມຫວັງ ເປັນຫົວໜ້າການເມືອງ, ຮ້ອຍເອກ ງາ ຕະມອງ ເປັນຫົວໜ້າການທະຫານ, ຮ້ອຍເອກ ວົງເພັດ ສູນວິເລີດ ເປັນຮອງຫົວໜ້າການທະຫານ, ຮ້ອຍເອກ ສຸກ ຈັນທະສີ ເປັນຮອງຫົວໜ້າການເມືອງ, ຮ້ອຍເອກ ບຸນສົມ ບຸນຖາເຮືອງ ເປັນຮອງຮັບຜິດຊອບວຽກງານພະລາທິການ, ຮ້ອຍໂທ ຄໍາສອນ ກົມມີໄຊ ເປັນຫົວໜ້າໝວດ 1, ຮ້ອຍໂທ ໄຊພອນ ຍອດສຸວັນ ເປັນຫົວໜ້າໝວດ 2, ຮ້ອຍໂທ ພອນມະນີ ແກ້ວມະນີຈິດ ເປັນຫົວໜ້າໝວດ 3 , ປະກາດແຕ່ງຕັ້ງຂັ້ນຮອງໝວດ, ຫົວໜ້າໝູ່, ຮອງໝູ່ ແລະ ພະນັກງານວິຊາສະເພາະຕື່ມອີກ.
ໃນພິທີທີ່ມີຄວາມໝາຍສໍາຄັນດັ່ງກ່າວສະຫາຍ ພັນເອກ ດາວໄກ ເລີດລີວັນ ໄດ້ໂອ້ລົມເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງເພີ່ມທະວີວຽກງານການເມືອງແນວຄິດເປັນກົກໃນການສຶກສາອົບຮົມໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ແລະ ພໍ່ແມ່ປະຊາຊົນໃນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເສີມຂະຫຍາຍພາລະບົດບາດ, ສິດ, ໜ້າທີ່ຂອງຕົນໃນການປະສານສົມທົບກັບອໍານາດປົກຄອງທ້ອງຖິ່ນແຕ່ລະຂັ້ນໃນການລົງກໍ່ສ້າງຮາກຖານການເມືອງ ເຮັດໃຫ້ສະພາບກົມກອງຮັບຜິດຊອບມີຄາມສະຫງົບ, ເອົາໃຈໃສ່ປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ