
ຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານ ປະຈໍາປີ 2023
ເວລາອອກຂ່າວ: 2023-12-28 14:29:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4915 | ຄວາມນິຍົມ:
ວັນທີ 27-28 ທັນວາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບການນໍາພາຂອງຄະນະບໍລິຫານງານພັກ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປີ 2024, ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກົມໃຫຍ່ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະປະຈໍາພັກ, ກໍາມະການຄະນະພັກ, ມີສະຫາຍເລຂາ-ຮອງເລຂາໜ່ວຍພັກເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຊີ້ນໍາຕໍ່ກອງປະຊຸມ ຈາກນັ້ນ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຄະນະພັກປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ຜ່ານບົດສະຫຼຸບ ການນໍາພາຂອງຄະນະບໍລິຫານງານພັກ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024, ເຊິ່ງໄດ້ຍົກໃຫ້ເຫັນບັນຫາອັນພົ້ນເດັ່ນຫຼາຍດ້ານ ໂດຍໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ມາຈັດຕັ້ງປະຕິບັດເຂົ້າສູ່ໜ້າທີ່ວຽກງານຕົວຈິງຂອງກົມກອງ, ດ້ານວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ເຊິ່ງຮັບປະກັນໃຫ້ປະເທດຊາດມີສະເຖຍລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ປົກປັກຮັກສາອະທິປະໄຕ ຂອງຊາດໄວ້ຢ່າງຫມັ້ນຄົງ, ແກ້ໄຂຫນໍ່ແຫນງ ຄວາມບໍ່ສະຫງົບ ຢູ່ເຂດໃຈກາງ ມີຜົນສໍາເລັດດີພໍສົມຄວນ, ພ້ອມກັນນັ້ນກໍ່ສຸມໃສ່ຊີ້ນໍາບັນດາກົມກອງປ້ອງກັນບັນດາເປົ້າຫມາຍສໍາຄັນ, ປ້ອງກັນແຂກ ພາຍໃນ ແລະ ຕ່າງປະເທດມີຄວາມປອດໄພ, ຄະນະພັກກົມໃຫຍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ໄດ້ຈັດຕັ້ງປາຖະກະຖາ ວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ສ້າງຂະບວນການ ເປີດບັ້ນດໍາເນີນຊີວິດການເມືອງ, ເຂົ້າຮ່ວມແຂ່ງຂັນ ສີນລະປະເຂດ 5 ຢູ່ກອງພົນທີ 1 ແລະ ການແຂ່ງຂັນກິລາກາຍຍະກໍາ ທົ່ວກົມໃຫຍ່ເສນາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ຄະນະພັກກົມໃຫຍ່ເສນາທິການ ໄດ້ປະຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕ ຂອງພັກ, ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ຮັກສາລະບອບດໍາເນີນຊີວິດການເມືອງພາຍໃນພັກ, ປະຕິບັດ ລະບອບປະຊຸມສາມັນ, ວິສາມັນ ຂອງຄະນະປະຈໍາພັກ ເເລະ ຄະນະບໍລິຫານງານພັກກົມໃຫຍ່ຢ່າງຖືກຕ້ອງ, ສໍາເລັດກອງປະຊຸມກາງສະໄຫມ ຄັ້ງທີ VI ຄະນະພັກກົມໃຫຍ່, ໄດ້ປັບປຸງແຕ່ງຕັ້ງປ່ຽນກໍາມະການຄະນະພັກ 3 ຕໍາແຫນ່ງ, ໄດ້ຊີ້ນໍາບັນດາຮາກຖານພັກຈັດຕັ້ງກອງປະຊຸມທາບທາມບຸກຄະລາກອນລົງສະຫມັກຮັບເລືອກຕັ້ງເຂົ້າຄະນະພັກຮາກຖານ ຮອບ 1 ສໍາເລັດ, ຈັດຕັ້ງຄັດເລືອກຜົນງານ 5 ປີ ຕ້ອນຮັບ 75 ປີ, ສໍາເລັດການກວດກາຕີລາຄາຄຸນນະພາບຫນ່ວຍພັກປອດໃສ, ເຂັ້ມເເຂງ, ຫນັກແຫນ້ນ ປີ 2023, ຈໍານວນຫນ່ວຍພັກຮັບການຕີລາຄາ ທັງຫມົດ 135 ຫນ່ວຍ, ສະເຫນີຮັບຮອງ 113 ຫນ່ວຍ, ປັບປຸງການຈັດຕັ້ງນໍາພາຕິດພັນກັບການຈັດຕັ້ງບັນຊາຂັ້ນຕ່າງໆ, ແກ້ໄຂນະໂຍບາຍຕ່າງໆຕາມມະຕິຄະນະປະຈໍາ, ຊີ້ນໍາການສະຫຼຸບຖອດຖອນບົດຮຽນຂະບວນການ 4 ບຸກຂອງ ຊາວຫນຸ່ມ, 3 ດີຂອງ ແມ່ຍິງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໄດ້ທັນເວລາ
ຈາກນັ້ນບັນສະຫາຍໃນກອງປະຊຸມ ກໍ່ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກ ເປີດກ້ວາງປະຈໍາປີ 2023 ແລະ ວາງທິດທາງແຜນການ ປີ 2024, ຢ່າງກົງໄປກົງມາ ພ້ອມທັງຮັບຟັງການໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາ ຈາກສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກົມໃຫຍ່ ອີກດ້ວຍ.
ໂດຍ: ພຸດທະວອນ ພົມມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ