ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ມັງກອນ 2025

  

ປາຖະກະຖາ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2023-12-28 14:43:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5688 | ຄວາມນິຍົມ:



ປາຖະກະຖາ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ( 13 ທັນວາ 1920 - 13 ທັນວາ 2023 ) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 - 20 ມັງກອນ 2024 ) ໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2023 ນີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ໜໍບີ ຫາຕົ່ງປາວ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີຄະນະປະຈຳສະພາປະຊາຊົນແຂວງ, ຄະນະພັກກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ກອງພັນໃຫຍ່ 702, 643, ໂຮງໝໍບໍລິເວນ 101, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ເລຂາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ 7 ເມືອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ 328 ຄົນ. ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດ ໃນການເຄື່ອນໄຫວປະຕິວັດ, ຜົນງານຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ແລະ ວິລະກໍາອັນລໍ້າເລີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ທ່ານເປັນຜູ້ນຳທີ່ຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ, ຍາມໃດກໍ່ໄດ້ຍົກສູງສະຕິຕໍ່ລະບຽບວິໄນ, ຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ມີຈິດໃຈເອື້ອເຟື້ອເພື່ອແຜ່, ຮັກແພງມິດສະຫາຍຢ່າງຈິງໃຈ ດໍາລົງຊີວິດດ້ວຍຄວາມຊື່ສັດ ແລະ ບໍລິສຸດຜຸດຜ່ອງ, ທ່ານແມ່ນ ປັນຍາຊົນຜູ້ຍິ່ງໃຫຍ່ ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີທັດສະນະຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດເພື່ອປະຊາຊົນ, ທ່ານປະທານ ໄກສອນ ພົມວິຫານ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວທັງຊາດ. ເພິ່ນເປັນນັກການເມືອງທີ່ເກັ່ງກ້າ, ສະຫຼາດສະຫຼຽວ ມີໄຫວພິບໃນການວາງຍຸດໂທບາຍ ໃນການຕໍ່ສູ້ທາງດ້ານການເມືອງ ແລະ ການຕ່າງປະເທດໃນແຕ່ລະໄລຍະ ຢ່າງຄ່ອງແຄ້ວ, ທ່ານ ໄກສອນ ພົມວິຫານ ມີຄຸນສົມບັດ - ສິນທໍາປະຕິວັດ ອັນຜ່ອງໃສ ເຊິ່ງສະແດງເຖິງ ຄວາມມີມານະອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ເດັດດ່ຽວ, ເຂັ້ມແຂງ, ຍາມໃດເພີ່ນກໍຍົກສູງຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ສູງກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ໄດ້ກາຍເປັນບົດຮຽນອັນໃສແຈ້ງ, ຮຸ່ງເຮືອງ ເຫຼືອງເຫຼື້ອມ ແລະ ປະເສີດເລີດລໍ້າ, ເປັນວິລະບຸລຸດຂອງຊາດຜູ້ເກັ່ງກ້າ, ເປັນນັກປະຕິວັດທີ່ກ້າແກ່ນ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມຂອງປະເທດຊາດ ແລະ ເປັນຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ. ພ້ອມນີ້ ກໍໄດ້ຍົກໃຫ້ເຫັນປະຫວັດສາດມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 75 ປີຜ່ານມາ, ເຊິ່ງກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງ ຊຽງຄໍ້ ແຂວງຫົວພັນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງຂຶ້ນ ແລະ ຊີ້ນໍາ-ນໍາພາໂດຍກົງຮອບດ້ານ, ນັບແຕ່ມື້ສ້າງຕັ້ງຂຶ້ນ ກອງທັບເຮົາ ກໍໄດ້ຮັບພາລະອັນໜັກໜ່ວງ ຕໍ່ສູ້ຕ້ານການຮຸກຮານຂອງຈັກ ກະພັດທັງເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກໍາລັງພົນເໜືອກວ່າ, ແຕ່ກອງທັບເຮົາ ກໍໄດ້ຕໍ່ສູ້ຢ່າງອົງອາດກ້າຫານ, ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ສາມາດຍາດໄດ້ ໄຊຊະນະເປັນກ້າວໆມາ, ສາມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເອກອ້າງທະນົງໃຈ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າງາມ, ນັບແຕ່ນັ້ນມາ ກອງທັບປະຊາຊົນລາວ ໄດ້ເຮັດໜ້າທີ່ເປັນກຳລັງຫຼັກແຫຼ່ງ ໃນການປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງເງື່ອນໄຂໃຫ້ປະເທດຊາດ ມີການພັດທະນາຢ່າງຮອບດ້ານ, ເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆມາ. ໂອກາດດັ່ງກ່າວ ທ່ານ ສີສະຫວາດ ເລັ່ງສະຫວັດ ກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ເຂົ້າຮ່ວມພິທີໃນຄັ້ງນີ້ ເສີມຂະຫຍາຍມູນເຊື້ອທາດ ແທ້ຂອງການປະຕິວັດ, ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນ, ຄວາມຈົງຮັກພັກດີ ຖືເອົາມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາ ຊົນລາວໃຫ້ຝັງເລິກໄວ້ໃນແນວຄິດຈິດໃຈ ແລະ ກາຍເປັນຄວາມຊົງຈຳທີ່ບໍ່ມີວັນລືມຕະຫຼອດໄປ ເພື່ອຄວາມຢູ່ເຢັນເປັນສຸກຂອງ ປະຊາຊົນລາວບັນດາເຜົ່າ, ເພື່ອຄວາມຮຸ່ງເຮືອງສີວິໄລຂອງປະເທດຊາດ, ເພື່ອປະກອບສ່ວນສ້າງຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ. ຂ່າວ: ສົມຮັກ ຈັນທະວົງສາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ