
ຫົວໜ້າກົມທະຫານຊາຍແດນລົງຊຸກຍູ້ວຽກງານຢູ່ບັນດາກົມກອງທະຫານຊາຍແດນແຂວງສະຫັວນນະເຂດ
ເວລາອອກຂ່າວ: 2024-01-03 13:55:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1539 | ຄວາມນິຍົມ:
ໃນວັນທີ 30 ທັນວາ2023 ຫາ ວັນທີ1 ມັງກອນ 2024ນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບພ້ອມຄະນະວິຊາການ ແລະ ຄະນະກອງບັນາການະຫານແຂວງໄດ້ລົງຊຸກຍູ້ແນະນຳວຽກງານຊາຍແດນເພີ່ມເຕີມໃຫ້ຄະນະກອງຄໍຊາຍແດນລາວ-ຫວຽດ ແລະ ໄທທີ່ຂື້ນກັບກອງບັນຊາການທະຫານແຂວງສະຫັວນນະເຂດ.
ໃນໂອກາດນີ້ ບັນດາສະຫາຍຕາງໜ້າຄະນະແຕ່ລະ ກົມກອງໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການຕ່າງໆໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາຍແດນໃນໄລຍະ 1 ປີຜ່ານມາໂດຍຫຍໍ້ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫ້ຍຸງຍາກແຕ່ຍ້ອນການຊີ້ນຳ-ນຳພາຈາກຂັ້ນເທິງກໍ່ຄືການນຳກອງບັນຊາການະຫານແຂວງສະຫວັນະເຂດຈິ່ງສາມາດເຮັດສຳເລັດໜ້າທີ່ຕາມການຈັດຕັ້ງວາງອອກໄດ້ດີເທົ່າທີ່ຄວນຍ້ອນຄະນະການນຳກອງບັນາການ ແລະ ຄະນະພະແນກຊາຍແດນໄດ້ເອົາໃຈໃສ່ລົງໃກ້ສິດຕິດແທນເປັນປະຈຳບໍ່ໄດ້ຂາດຈິ່ງເຮັດໃຫ້ວຽກງານດັ່ງກ່າວລາບລື້ນດີ. ຈາກນັ້ນສະຫາຍຫົວໜ້າກົມຊາຍແດນກົມໃຫຍ່ເສນາທິກອງທັບກໍ່ໄດ້ໂອ້ລົມພ້ອມທັງແນະນຳ ແລະ ໃຫ້ກຳລັງໃຈຄະນະກົມກອງທິີ່່ພ້ອມກັນເຮັດສຳເລັດວຽກໃນໄລຍະຜ່ານມາ ຈົ່ງພ້ອມກັນປະຕິບັດ 4 ແຜນງານໃຫຍ່ 26ໂຄງການຢ່າງເຂັມງວດ, ເຖິງວ່າມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກກໍ່ຕ້ອງພ້ອມກັນປະຕິບັດໃຫ້ເກີດດອກອອກຜົນ ໃນນັ້ນຍັງໄດ້ແນະນຳໃຫ້ຄະນະກົມກອງເອົາໃຈໃສ່ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງກໍ່ສ້າງຮາກຖານການເມືອງນຳພາແນວຄິດກັບປະຊາຊົນກຸ່ມບ້ານອ້ອມຂ້າງ ແລະ ຮ່ວມກັບພາກສ່ວນອຳນາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງຕັ້ງໜ້າເພື່ອຕ້ານການປະກົດການຫຍໍ້ໍ້ທໍ້ຂອບເຂດຊາຍແດນທີ່ຕົນເອງຮັບຜິດຊອບໃຫ້ດີຂຶ້ນເປັນກ້າວໆ. ຈາກນັ້ນກໍ່ພ້ອມກັນປະຕິບັດ 4 ປູກ 4 ລ້ຽງຂອງຂັ້ນເທິງວາງອອກເພື່ອແກ້ໄຂຊີວິດການເປັນຢູ່ຂອງນັກງານ-ນັກຮົບໃຫ້ດີຂຶ້ນເປັນກ້າວໆ.
ໃນຕ້ອນທ້າຍບັນດາຄະນະກົມກອງແຕ່ລະກົມກອງກໍ່ໄດ້ຜັດປ່ຽນກັນຂຶ້ນມອບກະຕ່າຂອງຂັວນພ້ອມທັງອວຍພອນໄຊອັນປະເສີດຕໍ່ສະຫາຍປະທານຈົ່ງມີສຸຂະພາບແຂງແຮງແລະ ສຳເລັດໜ້າທີ່ວຽກງານຂອງຂັ້ນເທິງມອບໝາຍໃຫ້ທຸກປະການ. ຂ່າວ-ພາບ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ