ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງເປີດຮຽນບໍາລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ IV
ເວລາອອກຂ່າວ: 2024-01-03 14:00:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1774 | ຄວາມນິຍົມ:



ວັນທີ 28 ທັນວາ 2023 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ໄດ້ເປີດຮຽນບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ IV ປະຈຳສົກປີ 2023-2024 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ - ຄະນະບັນຊາ ອົງການ 5 ຫ້ອງ, ຫ້ອງການ ປກຊ-ປກສ, ຄະນະອຳນວຍການໂຮງຮຽນ, ພະແນກການກ່ຽວຂ້ອງ, ແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານຄູ -ອາຈານ ແລະ ນັກຮຽນເຂົ້າຮ່ວມ . ສະຫາຍ ພັນໂທ ຄຳກ້ອນ ດອນອິນດີ້ ຮອງຫ້ອງເສນາທິການ ທະຫານແຂວງເຊກອງ, ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ, ວ່າດ້ວຍການອະນຸມັດໃຫ້ໂຮງຮຽນການທະຫານທ້ອງຖິ່ນ ເປີດຮຽນບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ IV ປະ ຈຳປີ 2023-2024. ຈາກນັ້ນ, ສະຫາຍ ພັນຕີ ບຸນທະວີ ຈັນທະວົງ ຄະນະອຳນວຍການ ຮອງການທະຫານໂຮງຮຽນ, ໄດ້ຜ່ານແຜນການຝຶກແອບຮໍ່າຮຽນ ຊຸດທີ IV ປະຈຳສົກປີ 2023-2024, ໂດຍປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ລະບົບ 6 ເດືອນ ທີ່ໄດ້ເຊັນອະນຸມັດໂດຍກົມໃຫຍ່ເສນາທິການກອງທັບ, ຈຸດປະສົງ ແລະ ເປົ້າ ໝາຍສຳຄັນ ກໍ່ເພື່ອແນໃສ່ປັບປຸງກໍ່ສ້າງນາຍ ແລະ ພົນທະຫານໃຫ້ມີຄວາມຮູ້ພື້ນຖານເຂົ້າໃນການຊີ້ນຳບັນຊາຂັ້ນຕົ້ນ, ມີຄວາມສາມາດຮັບຜິດຊອບສູງທາງດ້ານການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ແນໃສ່ປັບປຸງກໍ່ສ້າງພະນັກງານ-ນັກຮົບໃຫ້ມີຄວາມຮັບຮູ້ເຊື່ອມຊຶມກຳໄດ້ສິດ-ໜ້າທີ່ພາລະບົດບາດຄວາມໝາຍ-ຄວາມສຳຄັນ ແລະ ຈັງຫວະຂັ້ນພື້ນຖານວິຊາສະເພາະທາງດ້ານການເມືອງ-ການທະຫານ ແລະ ພະລາທິການ, ຍົກສູງດ້ານລະດັບຄວາມຮູ້, ຄວາມສາມາດແລະ ສ້າງຄວາມເຂົ້າໃຈກຳໄດ້ບັນດາເນື້ອໃນທິດສະດີຫຼັກການ, ວິທີການຕ່າງໆເຂົ້າໃນການນຳໃຊ້ດ້ານສິລະປະຍຸດ-ຍຸດທະວິທີ, ສາມາດນຳມາຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງທ້ອງຖິ່ນຂອງຕົນໃຫ້ມີຄຸນນະພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ, ອີກຢ່າງກໍ່ເພື່ອແນໃສ່ກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງພັກ-ລັດ ແລະ ຂອງກອງທັບ ກໍ່ຄືຂອງກົມກອງວາງອອກຢ່າງຖືກຕ້ອງເຂັ້ມງວດ, ໂດຍປະຕິບັດຕາມ 7 ລະບອບ 18 ວຽກຂອງກົມໃຫຍ່ເສນາທິການກອງທັບ ແລະ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ; ການຈັດຕັ້ງຝຶກແອບຮໍ່າຮຽນໃນຄັ້ງນີ້ ປະກອບມີ 3 ພາກຄື: ພາກການເມືອງ-ການທະຫານ ແລະ ພະລາທິການ, ເຊິ່ງມີນັກຮຽນມາຈາກ ອົງການ 5 ຫ້ອງ, 4 ຕົວເມືອງ ແລະ ກົມກອງຂຶ້ນກັບເຂົ້າຮ່ວມທັງໝົດ 43 ຄົນ, ກຳນົດເວລາການຮຽນ-ການສອນ 113 ວັນຈິ່ງຈະໄດ້ສຳເລັດລົງ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບການຮຽນ-ການສອນ ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນັກຮຽນ, ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຄົ້ນຄວ້າສຶກສາຮໍ່າຮຽນ, ສິດສອນນໍາພາໃຫ້ຖືກຕ້ອງເຂັ້ມງວດ, ພ້ອມທັງເປັນເຈົ້າການຮອບດ້ານໃນການຄຸ້ມຄອງຊຸກຍູ້ພະນັກງານຄູ-ອາຈານເອົາໃຈໃສ່ຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ຖືກຕ້ອງຕາມແຜນ ການທີ່ໄດ້ກຳນົດໄວ້ໃຫ້ລະອຽດຈະແຈ້ງ, ປະຕິບັດຕໍ່ບັນດາຂໍ້ກຳນົດ-ກົດລະບຽບຕາມ 7 ລະບອບ 18 ວຽກ, ມີຄວາມມານະອົດທົນ ແລະ ພະຍາຍາມຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບທີ່ດີເດັ່ນຂອງກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າເອົາ ໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນຍາດໃຫ້ໄດ້ຄະແນນດີ-ຄະແນນເກັ່ງ, ເພື່ອແນໃສ່ຫຼັງຈາກຈົບການສຶກສາຮ່ຳຮຽນໃນຄັ້ງນີ້ແລ້ວ ສາມາດນຳໄປຈັດຕັ້ງນຳໃຊ້ຢູ່ໃນກົມກອງຂອງຕົນໃຫ້ໄດ້ຮັບປະສິດທິຜົນສູງ, ພ້ອມກັນເປັນເຈົ້າການຮອບດ້ານໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ມີຜົນສຳເລັດ ແລະ ສາມາດຮັບປະກັນຄວາມສະຫງົບປອດໄພ 100 %. ຖ່າຍພາບ-ຂ່າວ : ພັນຕີ ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ