ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະຫຼຸບວຽກງານຮອບດ້ານປະຈໍາປີ 2023
ເວລາອອກຂ່າວ: 2024-01-03 14:05:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1961 | ຄວາມນິຍົມ:
ທ້າຍເດືອນ ທັນວາ 2023 ທີ່ຜ່ານມາ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຈັດຕັ້ງສະຫຼຸບວຽກງານຮອບດ້ານ ປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາຫ້ອງການ, ກອງພັນ, ພະນັກງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ສົມໃຈ ສຸກປະເສີດ ຫົວໜ້າຫ້ອງການບໍລິຫານໂຮງຮຽນ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ . ສະຫາຍໄດ້ຍົກໃຫ້ເຫັນສະພາບທີ່ສົ່ງຜົນກະທົບໃນການເຄື່ອນໄຫວວຽກງານ ໂດຍສະເພາະສະພາບທາງດ້ານເສດຖະກິດ-ສັງຄົມ, ເຖິງຢ່າງໃດກໍ່ຕາມກົມກອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ. ໃນນີ້ ໄດ້ຫັນລົງກໍ່ສ້າງຮາກຖານ ຕາມຂອບເຂດຮັບຜິດຊອບເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ,ຈັດຕັ້ງເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ ໃຫ້ພະນັກງານ-ນັກຮົບ ຮັບຮູ້ທົ່ວເຖິງ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ ຕິດພັນກັບການດຳເນີນຊີວິດການເມືອງຂອງພັກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ໃນນີ້ສ້າງໄດ້ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໄດ້ 510 ສະຫາຍເທົ່າ 92,72, ກາງ 40 ສະຫາຍ ເທົ່າ 7,27%, ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ 17 ໜ່ວຍ ເທົ່າ 89,47%, ກາງ 2 ໜ່ວຍ ເທົ່າ 10,53%, ສ້າງໄດ້ສະມາຊິກຊາວໜຸ່ມນຳໜ້າ 4 ບຸກ 765 ສະຫາຍ, ແຂງ 449 ສະຫາຍ, ກາງ 56 ສະຫາຍ; ສ້າງໜ່ວຍຊາວໜຸ່ມນຳໜ້າ 4 ບຸກ ໄດ້ 11 ໜ່ວຍ, ແຂງ 14 ໜ່ວຍ; ຄະນະບໍລິຫານງານນຳໜ້າ 4 ບຸກ 4 ຄະນະ, ແຂງ 4 ຄະນະ ສ້າງກອງທຶນຊາວໜຸ່ມໄດ້ 104,627,000 ກີບ, ສ້າງໄດ້ແມ່ຍິງ 3 ດີ ປະເພດ I: 260 ສະຫາຍ, ປະເພດ II: 11 ສະຫາຍ; ໜ່ວຍແມ່ຍິງ 3 ດີ ປະເພດ I: 9 ໜ່ວຍ.ພ້ອມນີ້ ກົມກອງ ໄດ້ເອົາໃຈໃສ່ໃນການລຽ້ງດູທັບ ດ້ວຍການປູກ-ການລຽ້ງໃນນີ້ປູກຜັກໄດ້ 19,867 ກິໂລກຼາມເປັນເງິນ 99,335,000 ກີບ, ສະໜອງຊີ້ນເຂົ້າເຮືອນຄົວລວມໄດ້ 1,780 ກິໂລກຼາມ, ປາ 9,771 ກິໂລ, ຜະລິດລູກໝູໄດ້ 87 ໂຕ, ປູກຕົ້ນໄມ້ອຸດສາຫະກໍາໄດ້ 1,951 ຕົ້ນ, ກົມກອງສ້າງລາຍຮັບໄດ້ຈາກການ ປູກຝັງ - ລຽ້ງສັດ ແລະ ອື່ນໆ ເປັນເງິນທັງໝົດ 847,759,000 ກີບ, ພ້ອມນີ້ ໄດ້ສືບຕໍ່ພົວພັນຮ່ວມມືກັບ ສ.ສ ຫວຽດນາມ ຕາມແນວທາງການຕ່າງປະເທດຂອງພັກ ແລະ ສ່ວນວຽກງານການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນແມ່ນເປັນວຽກງານໃຈກາງຂອງກົມກອງ ເປັນຕົ້ນລະບົບສາມັນ ຊັ້ນ ມໍ6-ມໍ7 ຈໍານວນ 581 ສະຫາຍ ເສັງໄດ້ 100%ທຽບໃສ່ແຜນການແມ່ນລື່ນຄາດໝາຍ, ລະບົບກໍ່ສ້າງນາຍສິບ ຈຳນວນ 308 ສະຫາຍ ເສັງໄດ້ 100%, ລະບົບກໍ່ສ້າງເລັ່ງລັດ 1 ປີ ຈໍານວນ 100 ສະຫາຍ ເສັງໄດ້ 100%, ສ້າງນັກຮຽນເກັ່ງຂັ້ນເມືອງ ອັນດັບທີ1 ໄດ້ 2 ສະຫາຍ, ອັນດັບ2 ໄດ້ 1 ສະຫາຍ ແລະ ເຂົ້າຮ່ວມຖາມ - ຕອບ ຄວາມຮູ້ຮອບຕົວ ກຽ່ວກັບອາຊຽນ ຍາດໄດ້ອັນດັບທີ 1 ຂອງແຂວງຈໍາປາສັກ. ນອກນີ້ ຍັງມີວຽກງານປິ່ນອ້ອມຕ່າງໆຂອງກົມກອງກໍມີຜົນສຳເລັດເປັນຢ່າງດີ, ພ້ອມນີ້ ຍັງໄດ້ຜ່ານທິດທາງແຜນການ 2023 ຕື່ມອີກ. ກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນຖອດ-ຖອນບົດຮຽນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄົບຖ້ວນ-ສົມບູນ.
ໂອກາດດັ່ງກ່າວ ສະຫາຍ ຫົວໜ້າການທະຫານໂຮງຮຽນ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໃນນັ້ນສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຍົກສູງການປະຕິບັດພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ. ປັບປຸງແບບແຜນວິທີເຮັດວຽກກັບທຸກຂະແໜງການ ເພື່ອເຮັດໃຫ້ວຽກງານ ການລ້ຽງດູທັບ, ການຄຸ້ມຄອງນັກຮຽນ-ການສິດສອນສົ່ງຄວາມຮູ້ໃນການອົບຮົມ-ຫັດແອບ ໃຫ້ນັກຮຽນໂດຍຖືເອົາຄຸນນະພາບເປັນກົກ, ສ້າງກົມກອງ, ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.ພ້ອມກັນສ້າງພະນັກງານຮຸ້ນສືບທອດທີ່ມີຄຸນນະພາບໃຫ້ກອງທັບປະຊາຊົນລາວ.
ໂດຍ: ຄຳແປງ ຟອງສາຍໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ