ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ໜ່ວຍພັກຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊສຳເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ XV ຂອງຕົນ
ເວລາອອກຂ່າວ: 2024-01-03 14:09:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2104 | ຄວາມນິຍົມ:



ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ XV ຂອງໜ່ວຍພັກຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 2 ມັງກອນ 2024 ຢູ່ທີ່ສະໂມສອນກອງບັນຊາການ, ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີຜູ້ຕ່າງໜ້າຈາກຄະນະໜ່ວຍພັກອ້ອມຂ້າງກອງບັນຊາການ, ແຂກຖືກເຊີນ, ຕະຫຼອດຮອດພະນັກງານສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ຫົງທອງ ໂຢມມະນີ ຄະນະພັກກອງບັນຊາການ ເລຂາໜ່ວຍພັກ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ, ພ້ອມທັງຕີລາຄາຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຫຼາຍບັນຫາເປັນຕົ້ນຄະນະພັກ-ຄະນະບັນຊາຫ້ອງເສນາທິການໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນບັນຫາສຳຄັນຕິດພັນກັບການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ແກ້ໄຂປະກົດການຫຍໍ້ທໍ້ຢູ່ບັນດາກຸ່ມບ້ານລຽບຕາມບໍລິເວນຊາຍແດນ, ບ້ານປ້ອງກັນຊາດ, ກຸ່ມບ້ານສູ້ຮົບຕິດລ່ຽນໃຫ້ມີຄວາມສະຫງົບປອດໄພ. ນອກຈາກນີ້, ໄດ້ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈັດຕັ້ງດຳເນີນຊີວິດການເມືອງເປັນປົກກະຕິສາມາດຄັດເລືອກໄດ້, ມີສະມາຊິກພັກແຂງທັງໝົດ 77 ສະຫາຍ, ໃນໄລຍະ 5 ປີ ສາມາດສ້າງ ແລະຂະຫຍາຍສະມາຊິກພັກໄດ້ 15 ສະຫາຍ, ສົ່ງພະນັກງານໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດຈໍານວນ 10 ສະຫາຍ, ເຄື່ອນໄຫວລາດຕາເວນປ້ອງກັນວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ ແລະ ສາກົນມີຄວາມສະຫງົບ 100%, ຊ່ວຍເຫຼືອປະຊົນທີ່ຖືກໄພພິບັດຕ່າງໆຈຳນວນ 30 ຄັ້ງ, ມີ 1,923 ແຮງງານ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 4 ກຸ່ມບ້ານ, ເປີດອົບຮົມ-ຫັດແອບວິຊາການທະຫານໃຫ້ກຳລັງກອງຫຼອນ-ປ້ອງກັນຕົວໄດ້ 12 ກອງຮ້ອຍ, ເປີດຮຽນວຽກງານສຶກສາປ້ອງກັນຊາດຂັ້ນພື້ນຖານໃຫ້ໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມຕອນປາຍໄດ້ 225 ແຫ່ງ, ເປີດອົບຮົມເປົ້າໝາຍ 3 ໄດ້ 01 ຊຸດ, ລົງປະກາດຄະນະກໍາມະການສຶກສາອົບຮົມວຽກງານປກຊ - ປກສ ຂັ້ນເມືອງໄດ້ 7 ເມືອງ, ວຽກງານຮັບປະກັນຊີວິດການເປັນຢູ່ໄດ້ຊີ້ນໍາວິຊາສະເພາະຮັບ ແລະ ຈ່າຍເງິນເດືອນ, ເຄື່ອງນຸ່ງຮົ່ມຖືກຕ້ອງຕາມລະບຽບຫຼັກການ, ຊີ້ນຳ-ນຳພາພະນັກງານ-ນັກຮົບປູກພືດຕາມລະດູການເພື່ອສ້າງພະລາທິການກັບທີ່ຕາມທ່າແຮງຂອງກົມກອງ ແລະ ຄອບຄົວ, ວຽກງານພາຫະນະ-ເຕັກນິກຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳໃນການປົກປັກຮັກສາພາຫະນະເຕັກນິກ, ກວດເຊັກ, ຄຸ້ມຄອງສ້ອມແປງເພື່ອຮັບປະກັນໃນການເຄື່ອນໄຫວເຮັດໜ້າທີ່ກຽມພ້ອມສູ້ຮົບຢູ່ບັນດາກົມກອງໃຫ້ທັນກັບສະພາບການ. ໃນໂອກາດດຽວກັນນີ້, ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່. ກອງປະຊຸມໃຫຍ່ຄັ້ງປະຖົມມະເລິກເຫັນດີເປັນເອກະສັນເລືອກເອົາສະຫາຍ ພັນໂທ ຄຳຜາຍ ໄຊປັນຍາ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ຄຳປານ ອິນທຳມະລັດເປັນຮອງ, ສະຫາຍ ບຸນທຳ ໄຊຍະຫຼວງ, ສະຫາຍ ພັນໂທ ຍວມມະນີ ແສນຄຳຮັກ ແລະ ສະຫາຍ ພັນໂທ ຈັນທອນ ສີລາວົງ ເປັນຄະນະ. ກອງປະຊຸມຍັງເລືອກຕັ້ງເອົາ ສະຫາຍ ບຸນທຳ ໄຊຍະຫຼວງ ເປັນປະທານກວດກາ ແລະ ສະຫາຍ ພັນໂທ ບຸນທອນ ແກ້ວປະເສີດ ເປັນຮອງປະທານກວດກາ. ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ ແລະ ພາກພື້ນທີ່ເກີດຂື້ນ. ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີມຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະ 5 ປີຜ່ານມາ ແລະ ພ້ອມທັງເນັ້ນໜັກໃຫ້ພ້ອມກັນສຶກສາອົບຮົມວຽກງານການເມືອງນຳພາແນວຄິດຕື່ນຕົວຕໍ່ໜ້າທີ່ຮັບຜິດຊອບ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງທັນກັບສະພາບການ, ເປັນເຈົ້າການປ້ອງກັນສູ້ຮົບໃນທຸກພາວະ, ຕິດຕາມກຳແໜ້ນສະພາບການຮອບດ້ານໂດຍສະເພາະແມ່ນກຸ່ມຄົນບໍ່ຫວັງດີແກ້ໄຂໃຫ້ທັນເວລາ, ຈັດຕັ້ງເຄື່ອນໄຫວອອກລາດຕະເວນຂອບເຂດຮັບຊອບໃຫ້ເປັນປົກກະຕິ, ຕ້ານສະກັດກັ້ນປະກົດການຕ່າງໆທີ່ຈະເກີດຂຶ້ນໃຫ້ໄດ້ຢ່າງສິ້ນເຊິງ, ຮັບປະກັນລະບົບປະຈຳການ 3 ຂັ້ນໃຫ້ເຂັ້ມງວດ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດ ແລະ ດີຂຶ້ນເທື່ອລະກ້າວ. ຂ່າວ-ພາບ:ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ