
ໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI
ເວລາອອກຂ່າວ: 2024-01-03 14:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1753 | ຄວາມນິຍົມ:
ວັນທີ 29 ທັນວາ 2023 ນີ້, ໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI ຂອງຕົນຂຶ້ນ ແລະ ໄດ້ສໍາເລັດຜົນລົງຢ່າງຈົບງາມ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ເຊິ່ງໄດ້ຕີລາຄາການນໍາພາຂອງຄະນະໜ່ວຍພັກຄັ້ງທີ V ໃນໄລຍະຊຸມປີຜ່ານມາ, ໜ່ວຍພັກຫ້ອງການເມືອງ ແມ່ນໜ່ວຍພັກໜຶ່ງ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຈາກຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ກໍ່ຄືກະຊວງປ້ອງກັນປະເທດ, ທາງດ້ານວຽກພັກ-ວຽກງານການເມືອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄ້ວາ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ກໍ່ຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ກອງປະຊຸມດັ່ງກ່າວ ສະມາຊິກພັກສົມບູນໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານເມືອງທັງສອງພາກຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຕໍ່ທິດທາງແຜນການນໍາພາຂອງຄະນະພັກຊຸດໃໝ່ໃນຕໍ່ໜ້າ, ຈາກນັ້ນ ກອງປະຊຸມສະມາຊິກພັກສົມບູນໄດ້ໃຊ້ສິດປະຊາທິໄຕຂອງຕົນເອງ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ຊຸດໃໝ່, ເຊິ່ງເລືອກເອົາ 5 ສະຫາຍ ຄື: ພົນຈັດຕະວາ ຕີເບດ ສີແພງຄູນ ເປັນ ເລຂາໜ່ວຍພັກ, ພັນເອກ ທອງອ້ວນ ຄໍາວັນທອງ ເປັນຮອງເລຂາໜ່ວຍພັກ, ພັນໂທ ທອງຈັນ ພົງສີພັນ, ພັນໂທ ສີສຸດາ ວໍລະສິງ ແລະ ພັນໂທ ສີອໍາພອນ ແກ້ວຫຼວງເດດ ເປັນກໍາມະການໜ່ວຍພັກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ຄະນະໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບຊຸດໃໝ່, ພ້ອມດ້ວຍສະມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງນໍາແນວຄິດເປັນກົກ, ເປັນວຽກງານໜື່ງທີ່ສໍາຄັນ ແລະ ເປັນວຽກງານແຖວໜ້າ ເພື່ອສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານການເມືອງຂອງກົມກອງ, ມີຄວາມສາມັກຄີພາຍໃນພັກຢ່າງແໜ້ນແຟ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຂອງກອງທັບຢ່າງເຂັ້ມງວດ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນພັກ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ສ້າງກົມກອງໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການກໍ່ສ້າງນັກຮົບ-ກົມກອງວັດທະນະທໍາໃຫ້ເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ